ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ

06:30 | 28/08/2022

ກະຊວງຕຳຫຼວດ ຫວຽດນາມ ກຳນົດວ່າ ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງກຳລັງຕຳຫຼວດ 2 ປະເທດເວົ້າສະເພາະ.

ເຮັດ​ໃຫ້ການ​ເຄື່ອນ​ໄຫວພົວ​ພັນຮ່ວມ​ມື​ລະ​ຫວ່າງ​ສອງ​ແຂວງ ແທັງ​ຮວ໊າ ແລະ ຫົວ​ພັນ ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ ເຮັດ​ໃຫ້ການ​ເຄື່ອນ​ໄຫວພົວ​ພັນຮ່ວມ​ມື​ລະ​ຫວ່າງ​ສອງ​ແຂວງ ແທັງ​ຮວ໊າ ແລະ ຫົວ​ພັນ ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ
ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ
(ທ່ານລັດຖະມົນຕີ ໂຕເລິມ   ກ່າວຄຳເຫັນທີ່ພິທີ
ທ່ານລັດຖະມົນຕີ ໂຕເລິມ ກ່າວຄຳເຫັນທີ່ພິທີ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 25 ສິງຫາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ, ເຊິ່ງແມ່ນຂອງຂວັນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ ສປປ.ລາວ. ໂຄງການມີເນື້ອທີ່ 6,5 ເຮັກຕາ, ຢູ່ນະຄອນຫຼວງ ວຽງຈັນ. ຄາດວ່າ, ພາຍຫຼັງນຳເຂົ້າໃຊ້ການ, ໂຄງການຈະມີພື້ນຖານວັດຖຸຢ່າງຄົບຖ້ວນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງ, ສິດສອນ ແລະ ຮ່ຳຮຽນທິດສະດີການເມືອງ ດ້ວຍຈຳນວນສຶກສາ 1.200 ຄົນ, ພະນັກງານ, ຄູອາຈານ 150 ຄົນ.

ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ກຳນົດວ່າ ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງກຳລັງຕຳຫຼວດ 2 ປະເທດເວົ້າສະເພາະ, ພ້ອມທັງປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນລະຫວ່າງ 2 ປະເທດເພື່ອຄວາມຍື່ນຍົງຄົງຕົວ ແລະ ການພັດທະນາຢ່າງວັດທະນາຖາວອນຂອງ 2 ຊາດ.

ກ່ຽວກັບຝ່າຍ ລາວ, ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ໄດ້ຂອບໃຈຕໍ່ກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ໜຊ່ວຍເຫຼືອ, ໜູນຊ່ວຍກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ; ທ່ານຢືນຢັນວ່າ ໂຄງການຈະຊ່ວຍໃຫ້ກຳລັງຄວາມສະຫງົບ ລາວ ປະຕິບັດສຳເລັດໜ້າທີ່ໄດ້ເປັນຢ່າງດີ, ພິເສດແມ່ນໃນວຽກງານການສຶກສາທິດສະດີການເມືອງ.

ວີ​ໂອ​ວີ

ເຫດການ