ງານບຸນທ່ອງທ່ຽວ, ລາຍການສິລະປະພິເສດຫຼາຍຢ່າງ ຢູ່ລາວກາຍ

11:03 | 26/08/2022

ຍສໝ​- ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2022) ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2022), ແຂວງ ລາວກາຍ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອສະເຫຼີມສະຫຼອງວັນຊາດທີ່ສຳຄັນ.

ຄົບຊຸດ, ​ເປັນ​ເອກະ​ພາບ​ໃນ​ການ​ຫັນ​​ການທ່ອງທ່ຽວເປັນດີຈີຕອນ ຄົບຊຸດ, ​ເປັນ​ເອກະ​ພາບ​ໃນ​ການ​ຫັນ​​ການທ່ອງທ່ຽວເປັນດີຈີຕອນ
ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022 ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022

ຈຸດ​ພົ້ນ​ເດັ່ນ​ແມ່ນ Festival “​ສິ່ງຍອດຢ້ຽມຂອງ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ” ປີ 2022 ຈະ​ດຳ​ເນີນ​ແຕ່​ວັນ​ທີ 26-28 ສິງຫາ 2022 ຢູ່​ເມືອງ​ລາວ​ກາຍ ​ແລະ ​ເມືອງ​ຊາ​ປາ. ງານ​ບຸນ “​ສິ່ງຍອດຢ້ຽມ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ” ​ແມ່ນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຮ່ວມ​ມື​ຂອງ 8 ​ແຂວງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຈຸດປະສົງ​ເພື່ອ​ແນ​ໃສ່​ໂຄສະນາ​ຮູບ​ພາບ ​ແລະ ​ເຊີດ​ຊູ​ຄຸນຄ່າ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ; ຜ່ານ​ນັ້ນ, ກໍດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ.

ງານບຸນທ່ອງທ່ຽວ, ລາຍການສິລະປະພິເສດຫຼາຍຢ່າງ ຢູ່ລາວກາຍ
ພາບປະກອບ: TTXVN

ປີ 2022 ເປັນປີທີ 2 ຂອງງານບຸນ “​ສິ່ງຍອດຢ້ຽມຂອງທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ” ແຕ່ກໍ່ແມ່ນປີທຳອິດ ຂອງງານບຸນຢ່າງເປັນທາງການ ດ້ວຍບັນດາເຫດການທ່ອງທ່ຽວ - ວັດທະນະທຳທີ່ພົ້ນເດັ່ນ ແລະ ແຕກຕ່າງກັນຢ່າງຄົບຖ້ວນ; ເຊື່ອມ​ຕໍ່​ນັກ​ທ່ອງ​ທ່ຽວ​ມາລາວ​ກາຍ - ​ສະ​ຖານ​ທີ່​ວິ​ລະ​ຊົນ​ໃນ​ປະ​ຫວັດ​ສາດ, ​ທິວ​ທັດທີ່ກວ້າງໃຫຍ່ ​ແລະ​ ​ວັດ​ທະ​ນະ​ທໍາທີ່ເປັນ​ເອ​ກະ​ລັກ​.

​ແຕ່​ວັນ​ທີ 26 – 28 ສິງຫາ 2022 ທີ່​ສູນຂໍ້ມູນ ແລະ ​ສົ່ງ​ເສີມ​ການທ່ອງທ່ຽວ ລາວ​ກາຍ ​ໄດ້​ດຳ​ເນີນ​ລາຍການ​ແນະນຳ​ແຫຼ່ງທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ 8 ​ແຂວງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ນະຄອນ​ໂຮ່ຈິ​ມິນ. ແຕ່ລະທ້ອງຖິ່ນຈະນຳຂໍ້ມູນຂ່າວສານ, ຮູບພາບ ແລະ ຜະລິດຕະພັນຂອງແຜນງານມາບ່ອນວາງສະແດງ ເພື່ອສົ່ງເສີມທ່າແຮງການທ່ອງທ່ຽວ, ໂດຍສະເພາະແມ່ນບັນດາຜະລິດຕະພັນທີ່ເປັນ​ເອ​ກະ​ລັກ​ຂອງທ້ອງຖິ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.