ງານວາງສະແດງ VME: ຂົວຕໍ່ທີ່ຊ່ວຍໃຫ້ວິສາຫະກິດເຂົ້າຮ່ວມລະບົບ ຕ່ອງໂສ້ການສະຫນອງ

19:00 | 14/08/2022

ຍສໝ - ງານ​ວາງສະ​ແດງ VME ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ປະຊາ​ຄົມ​ວິ​ສາ​ຫະກິດ​ຜະລິດ​ໃນ​ຂະ​ແໜງ​ກົນ​ຈັກ ​ແລະ ເຄື່ອງອາໄຫຼ່, ອຸດສາຫະກຳ​ໜູນ​ຊ່ວຍ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍາດ​ແຍ່ງ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ​ໃນລະບົບ​ຕ່ອງ​ໂສ້​ການ​ສະໜອງ.

ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ
ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ” ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”

ງານ​ວາງສະ​ແດງຜະລິດອຸດສາຫະກໍາສາກົນ - Vietnam Manufacturing (VME) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ສິງຫາ​ ຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ຫວຽດນາມ-ໂຊຫວຽດ ເຮືອນ​ເລກທີ 91 ​ເຈີ່ນ​ຮຶງ​ດ່າວ, ​ເມືອງ ຮວ່ານ​ກ໋ຽມ, ຮ່າ​ໂນ້ຍ ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ປັບປຸງ​ເຕັກ​ໂນ​ໂລ​ຊີ, ​ເປີດ​ກວ້າງ​ຕະຫຼາດ ​ແລະ ​ເຂົ້າ​ເຖິງກາລະໂອກາດດໍາເນີນ​ທຸລະ​ກິດ​ສາກົນ, ເຂົ້າຮ່ວມໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ.

ງານວາງສະແດງ VME: ຂົວຕໍ່ທີ່ຊ່ວຍໃຫ້ວິສາຫະກິດເຂົ້າຮ່ວມລະບົບ ຕ່ອງໂສ້ການສະຫນອງ
ງານວາງສະແດງ VME: ຂົວຕໍ່ທີ່ຊ່ວຍໃຫ້ວິສາຫະກິດເຂົ້າຮ່ວມລະບົບ ຕ່ອງໂສ້ການສະຫນອງ. ພາບ: vietnamplus.vn

ງານ​ວາງສະ​ແດງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສະມາຄົມຫັນເປັນອັດຕະໂນມັດ​ຫວຽດນາມ, ສະມາຄົມ​ອຸດສາຫະກຳ​ໜູນ​ຊ່ວຍ​ຫວຽດນາມ ​ແລະ ມີ​ຮ້ານ​ວາງສະ​ແດງ​ທີ່​ມາ​ຈາກ 10 ກວ່າ​ປະ​ເທດ ​ແລະ ເກືອບ 200 ເຄື່ອງໝາຍການຄ້າ​ເຕັກ​ໂນ​ໂລ​ຊີ ​ແລະ ກົນ​ຈັກ​ອຸປະກອນ​, ອຸປະກອນໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ, ອຸດສາຫະກຳ​ໜູນ​ຊ່ວຍ​ຢູ່​ບັນດາ​ຮ້ານ​ວາງສະ​ແດງ ​ແລະ ຮ້ານຄ້າທີ່ມາຈາກຍີ່ປຸ່ນ, ອາເມລິກາ, ສ.ເກົາຫຼີ, ຈີນ, ໄຕ້ຫວັນ (ຈີນ), ສິງກະໂປ, ໄທ, ເຢຍລະມັນ, ອິນເດຍ ...

ງານ​ວາງສະ​ແດງ VME ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ປະຊາ​ຄົມ​ວິ​ສາ​ຫະກິດ​ຜະລິດ​ໃນ​ຂະ​ແໜງ​ກົນ​ຈັກ ​ແລະ ເຄື່ອງອາໄຫຼ່, ອຸດສາຫະກຳ​ໜູນ​ຊ່ວຍ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍາດ​ແຍ່ງ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ​ໃນລະບົບ​ຕ່ອງ​ໂສ້​ການ​ສະໜອງ.

ງານ​ວາງສະ​ແດງ VME ປີ​ນີ້​ໄດ້​ຈັດ​ຂຶ້ນ​ເປັນ​ເວລາ 3 ວັນ (ແຕ່​ວັນ​ທີ 10-12 ສິງຫາ) ດ້ວຍ​ຫຼາຍ​ກິດຈະກຳ​ເຊັ່ນ: ສະແດງ​ເຕັກ​ໂນ​ໂລ​ຊີ, ສິ່ງທ້າ​ທາຍ​ດ້ານ ການປະກອບຕິດຕັ້ງສໍາລັບ​ວິສະວະກອນ, ການສະແດງການອັບເດດ​ເຕັກ​ໂນ​ໂລ​ຊີ ​ແລະ ພິ​ເສດ​ແມ່ນ​ສອງ​ຊຸດ​ຝຶກ​ອົບຮົມໄລຍະ​ສັ້ນ​ກ່ຽວ​ກັບ “​ການ​ຜະລິດທີ່ຍອດຍິ່ງ ແລະ ກະທັດຮັດ”.

ບູນມີ

ເຫດການ
302 Found

Found

The document has moved here.