ຍູ້​ແຮງ​ການ​ເຄື່ອນ​ໄຫວ​ ສິລະປະຕຸກກະຕາ​ນ້ຳ ຫວຽດນາມ ຢູ່ ສ.​ເກົາຫຼີ

10:36 | 14/08/2022

ຍສໝ - ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ (1992-2022).

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ສ.ເກົາຫຼີ ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ 30 ປີ ແຫ່ງກ​າ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ສ.ເກົາຫຼີ ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ 30 ປີ ແຫ່ງກ​າ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ
ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ

ໃນລະຫວ່າງວັນທີ 10 ສິງຫາ ຫາວັນທີ 6 ກັນຍາ, ກຸ່ມນັກຟ້ອນຕຸກກະຕາ​ນ້ຳ ສັງກັດສະຖາບັນຄົ້ນຄວ້າອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແຫ່ງຊາດ, ໂດຍນັກສິລະປິນ ຟານແທງລຽມ ນຳໜ້າໄປສະແດງ ແລະ ພົບປະແລກປ່ຽນຢູ່ ສ.ເກົາຫຼີ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ (1992-2022).

ຍູ້​ແຮງ​ການ​ເຄື່ອນ​ໄຫວ​ ສິລະປະຕຸກກະຕາ​ນ້ຳ ຫວຽດນາມ ຢູ່ ສ.​ເກົາຫຼີ
ສິລະປະຕຸກກະຕາ​ນ້ຳ ຫວຽດນາມ. ພາບ​: baoquocte.vn

ຕາມ​ແຜນການ​ແລ້ວ, ນັກ​ສິລະ​ປິນຈະ​ມີ​ການສະ​ແດງ 20 ​ຄັ້ງ​ຢູ່​ ສ.​ເກົາຫຼີ, ດ້ວຍ​ເວລາ 50 ນາທີ​ຕໍ່​ຄັ້ງ, ຢູ່ 4 ​ນະຄອນ ​ຄື: Seoul, Gyungju, Yungduk, Chuncheon. ເຂົ້າ​ຮ່ວມ​ການ​ສະ​ແດງ​ກັບ​ນັກ​ສິ​ລະ​ປິນ ຟານແທງລຽມ ມີ​ນັກ​ສິ​ລະ​ປິນ ຟານວັນແກ໊ງ, ຟານວັນຟອງ: ດັ້ງວັນເບ່ນ. ນີ້​ແມ່ນ​ຄັ້ງ​ທີ 5 ທີ່ນັກ​ສິລະ​ປິນ ຟານແທງລຽມ ​ໄດ້​ຮັບ​ການ​ເຊີນ​ມາ​ຍັງ ສ.​ເກົາຫຼີ ​ເພື່ອ​ໂຄສະນາ​ສິລະ​ປະ​ຟ້ອນ​ຕຸກກະຕາ​ນ້ຳ, ນັບ​ແຕ່​ຄັ້ງ​ທຳ​ອິດ​ໃນ​ປີ 2003.

ບູນມີ

ເຫດການ
302 Found

Found

The document has moved here.