ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ

09:04 | 20/12/2019

ຍສໝ - ຫວ່າງແລ້ວນີ້, ຄະນະເລຂາ MRC ແລະ ສູນຮ່ວມມືຊັບພະຍາກອນນ້ຳ ແມ່ຂອງ - ແມ່ນ້ຳລ້ານຊ້າງ ໄດ້ເຊັນຂໍ້ຕົກລົງການຮ່ວມມື ແນໃສ່ເພີ່ມທະວີລັກສະນະທີ່ມີປະສິດທິຜົນໃຫ້ແກ່ບາງຂົງເຂດຮ່ວມມືຕົ້ນຕໍ ລະຫວ່າງ 2 ຝ່າຍທີ່ກ່ຽວຂ້ອງເຖິງພາກພື້ນແມ່ນ້ຳຂອງ.

ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ

ພາບປະກອບ

ພາຍຫລັງພິທີລົງນາມ, 2 ຝ່າຍໄດ້ເຫັນດີເປັນເອກະພາບດຳເນີນການຄົ້ນຄວ້າຮ່ວມກັນກ່ຽວກັບສະພາບການໄພແຫ້ງແລ້ງ ແລະ ປະລິມານນ້ຳຕ່ຳປີ 2019 ຢູ່ຍ່ານລຸ່ມ ແລະ ຍ່ານເໜືອແມ່ນ້ຳຂອງ. ຕາມນັ້ນແລ້ວ, ຈະເລີ່ມຕົ້ນປະຕິບັດແຜນການແມ່ນແຕ່ເດືອນ ມັງກອນ ແລະ ຄາດວ່າ ຈະສຳເລັດໃນເດືອນ ກັນຍາ 2020. ຈຸດປະສົງຂອງການຄົ້ນຄວ້າ ແມ່ນກຳນົດສາເຫດ ແລະ ຜົນກະທົບຂອງໄພແຫ້ງແລ້ງ ແລະ ປະລິມານກະແສນ້ຳໄຫຼຕ່ຳໃນປີ 2019. ວັນທີ 17 ທັນວາ 2019, ທີ່ນະຄອນຫຼວງປັກກິ່ງ, ປະເທດຈີນ, ໄດ້ດໍາເນີນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ກອງປະຊຸມໄດ້ປຶກສາຫາລື, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ຮັບຮອງເອົາຖະແຫຼງການຮ່ວມ ແລະບັນຊີລາຍຊື່ສະເໜີບັນດາໂຄງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ສິ້ນສຸດກອງປະຊຸມ, ຜູ້ຕາງໜ້າ 6 ປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.