ສະເຫຼີມສະຫຼອງ 40 ປີແຫ່ງ UNCLOS: ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້

17:11 | 30/06/2022

ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.

ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ
ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022 ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ (ພາບ: TTXVN)
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ (ພາບ: TTXVN)

ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້ ແມ່ນຫົວຂໍ້ຂອງການ ສົນທະນາກ່ຽວກັບທະເລຄັ້ງທີ 8 ໂດຍສະຖາບັນການຕ່າງປະເທດ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ກອງທຶນ Konrad Adenauer Stiftung ຮ່ວມກັນຂຶ້ນໃນຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ. ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.

ກ່າວຄຳເຫັນເປີດການສົນທະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ, ເນັ້ນໜັກວ່າ:

“ໃນໄລຍະ 40 ປີຜ່ານມາ, ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິທຳໄດ້ສ້າງຕັ້ງຂຶ້ນຕາມສົນທິສັນຍາກົດໝາຍວ່າດ້ວນທະເລ ໄດ້ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບສາກົນ. ເລື່ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລໂດຍສັນຕິວີທີ, ສອດຄ່ອງກັບກົດໝາຍສາກົນ ກໍ່ໄດ້ຮັບການຍູ້ແຮງ. ໃນສະພາບການທີ່ນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນຢູ່ທະເລນັ້ນ, ປະຊາຄົມສາກົນຕ້ອງຮັກສາການເຄົາລົບກົດໝາຍ ແລະ ປະຕິບັດບັນດາພັນທະຕາມສົນທິສັນຍາດ້ວຍຄວາມເຈດຕະນາດີ, ພິເສດແມ່ນໃນເລື່ອງ ຍົກອອກຄຳຮຽກທວງສິດ ແລະ ດຳເນີນການເຄື່ອນໄຫວຕ່າງໆຢູ່ທະເລ. ບັນດາປະເທດຄວນຊຸກຍູ້ການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອອະນຸລັກຮັກສາທະເລ ແລະ ມະຫາສະໝຸດແບບຍືນຍົງ, ພ້ອມກັນນັ້ນຮັກສາສິດເສລີໃນການເດີນເຮືອ ແລະ ບັນດາການເຄື່ອນໄຫວເດີນເຮືອຢ່າງຖືກຕ້ອງຕາມກົດໝາຍ”.

ທ່ານຮອງລັດຖະມົນຕີ ຟ້າມກວາງຮຽວ ເນັ້ນໜັກວ່າ, ເພື່ອຊຸກຍູ້ການຮ່ວມມື ບົນພື້ນຖານເຄົາລົບບັນດາສິດ ແລະ ພັນທະຖືກຕ້ອງຕາມກົດໝາຍຂອງບັນດາປະເທດເຂດແຄມທະເລ ກໍຄືບັນດາປະເທດບໍ່ມີທະເລ, ລະຫວ່າງປະເທດສະມາຊິກ ກໍຄືບໍ່ທັນເຂົ້າເປັນສະມາຊິກຂອງ UNCLOS, ບັນດາປະເທດຕ້ອງມານະພະຍາຍາມເຄົາລົບກົດໝາຍສາກົນ, ລວມທັງສົນທິສັນຍາກົດໝາຍວ່າດ້ວຍທະເລ…

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.