54 ປະ​ເທດ ​ແລະ​ ເຂດ​ແຄວ້ນ​ໄດ້ຍົກ​ເວັ້ນວີ​ຊາ​ໃຫ້​​ພົນລະ​ເມືອງ​ຫວຽດນາມ

10:54 | 07/07/2022

ຍສໝ - ດ້ວຍໜັງສືຜ່ານແດນຫວຽດນາມ, ນັກທ່ອງທ່ຽວສາມາດເຂົ້າ 54 ປະເທດ ແລະ ເຂດແຄ້ວນໄດ້ ໂດຍບໍ່ຕ້ອງຂໍວີຊາ.

ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ

ໜັງສືຜ່ານແດນ (passport) ແລະ ວີຊາແມ່ນເອກະສານເດີນທາງ ສອງປະເພດທີ່ຈຳເປັນໃນການເດີນທາງລະຫວ່າງປະເທດ.

54 ປະ​ເທດ ​ແລະ​ ເຂດ​ແຄວ້ນ​ໄດ້ຍົກ​ເວັ້ນວີ​ຊາ​ໃຫ້​​ພົນລະ​ເມືອງ​ຫວຽດນາມ
ໜັງສືຜ່ານແດນຫວຽດນາມ. ພາບ: baothaibinh.com.vn

ຕາມການຈັດອັນດັບຂອງ Henley Passport Index ປະກາດ​ໃນ​ໄຕ​ມາດ​ທີ 2, ​ຕີ​ລາຄາ​​ອີງ​ໃສ່​ໜັງສື​ຜ່ານ​ແດນ 199 ສະບັບ ​ແລະ 227 ຈຸດໝາຍ​ປາຍທາງ, ລວມທັງ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ, ໜັງສືຜ່ານ​ແດນ​ຫວຽດນາມ ຢືນ​ອັນ​ດັບ 90 ດ້ວຍ​ຄະ​ແນນ 54, ​ເລື່ອນ​ຂຶ້ນ 4 ອັນດັບ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ກໍ່ຕາມ​ການ​ຈັດ​ອັນ​ດັບ​ທີ່​ກ່າວ​ມາ​ແລ້ວ, ໜັງສືຜ່ານ​ແດນ​ຍີ່ປຸ່ນ​ ແລະ​ ໜັງສືຜ່ານ​ແດນ​ສິງກະ​ໂປ​ແມ່ນ​ໜັງສືຜ່ານ​ແດນ​ທີ່​ມີອໍານາດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ດ້ວຍ​ຄະ​ແນນ 192 ຄະ​ແນນ​ເທົ່າ​ກັນ.

ດັ່ງນັ້ນ, ຕາມ Henley Passport Index ແລ້ວ, ພົນລະເມືອງຫວຽດນາມ ໄດ້ຮັບການຍົກເວັ້ນວີຊາ, ພຽງແຕ່ຕ້ອງການຂໍວີຊາເມື່ອມາຮອດ (visa on arrival) ຫຼື ວີຊາເອເລັກໂຕຣນິກ (eTA) ດ້ວຍອັດຕາຜົນສໍາເລັດສູງໃນ 54 ປະເທດ ແລະ ເຂດແຄວ້ນ, ລວມມີ:

ຈຸດໝາຍປາຍທາງທີ່ຍົກເວັ້ນວີຊາສຳລັບໜັງສືຜ່ານແດນຫວຽດນາມ: ໝູ່ເກາະ ກຸກ, ໄມໂຄຣນີເຊຍ, ນີວ, ບາບາໂດສ, ເຮຕີ, ເຊນ ວິນເຊັນ ແລະ ເກຣນາດີນ, ສິງກະໂປ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ກາຊັກສະຖານ, ກີກີສະຖານ, ຈີເລ, ເອກົວດໍ , ປານາມາ, ໂດມິນິກາ.

ສະຖານທີ່ອອກ Visa on arrival: ຫມູ່ເກາະ Marshall, ຫມູ່ເກາະ Palau, Samoa, Tuvalu, Iran, Kuwait, St Lucia, Maldives, ເນປານ, Tajikistan, ຕີມໍ ຕາເວັນອອກ, ໂບລິເວຍ, ຫມູ່ເກາະ Cape Verde, ຫມູ່ເກາະ Comoro, Guinea-Bissau, Kenya, Madagascar, Malawi, Mauritania, Mauritius, Mozambique, Namibia, Rwanda, Senegal, Seychelles, Sierra Leone, Somalia, Tanzania, Togo, Uganda, Zambia.

ຈຸດໝາຍປາຍທາງທີ່ຮັບ eTA: ໄຕ້ຫວັນ (ຈີນ), ສີລັງກາ.

ນອກຈາກນັ້ນ, ປະເທດ Algeria, Afghanistan, ມົງໂກນ, Nicaragua, Romania ແລະ ກູບາ ແມ່ນປະເທດທີ່ອອກວີຊາໃຫ້ ຫວຽດນາມ ດ້ວຍໜັງສືຜ່ານແດນທີ່ຖືກຕ້ອງ ແລະ ບໍ່ເກັບຄ່າທຳນຽມ.

ບູນມີ

ເຫດການ
302 Found

Found

The document has moved here.