ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ

13:36 | 28/06/2022

ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຢືນຢັນວ່າ 2 ປະເທດພວມມີການພົວພັນຄູ່ຮ່ວມມືຂະຫຍັນຂັນເຄື່ອນ ໂດຍອີງໃສ່ບັນດາການພົວພັນປະຊາຄົມ ແລະ ວິສາຫະກິດຢ່າງແຮງ

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ
ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ
ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ
ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong. ພາບ: AAP

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ອນການມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 26 – 28/06, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຢືນຢັນວ່າ 2 ປະເທດພວມມີການພົວພັນຄູ່ຮ່ວມມືຂະຫຍັນຂັນເຄື່ອນ ໂດຍອີງໃສ່ບັນດາການພົວພັນປະຊາຄົມ ແລະ ວິສາຫະກິດຢ່າງແຮງ ແລະ ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນ 2 ຝ່າຍກັບ ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນຕື່ມ. ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ແລ້ວ, 2 ປະເທດກໍ່ພວມແບ່ງປັນເປົ້າໝາຍຫລັກ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ. ອົດສະຕາລີ ແລະ ຫວຽດນາມ ພວມຮ່ວມມືກັນຢ່າງແໜ້ນແຟ້ນໃນວິວັດການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19.

ການເດີນທາງມາຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Penny Wong ດຳເນີນໄປພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເປັນເວລາ 1 ເດືອນ.

ວີ​ໂອ​ວີ

ເຫດການ