ຫວຽດນາມ, ລາວ ແລະກໍາປູເຈຍ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ

16:00 | 26/06/2022

ວັນທີ 24 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານນາງ Men Sam An ຮອງນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບກໍາປູເຈຍ-ຫວຽດນາມ ກໍາລັງຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ (24-6-1967/24-6-2022).

ໂຮງຮຽນນາຍທະຫານສື່ສານ ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານລາວ ແລະກໍາປູເຈຍ ໂຮງຮຽນນາຍທະຫານສື່ສານ ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານລາວ ແລະກໍາປູເຈຍ
ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ຫວຽດນາມ, ລາວ ແລະກໍາປູເຈຍ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ
ທ່ານ ຫງວຽນຝູຈ້ອງ ແລະທ່ານນາງ Men Sam An. ພາບ: vov.vn

ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍສໍາຄັນຂອງປີມິດຕະພາບຫວຽດນາມ-ກໍາປູເຈຍ, ພິເສດແມ່ນສະເຫຼີມສະຫຼອງ 55 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ຂີດໝາຍໜ້າປະຫວັດສາດໃໝ່ໃນການພົວພັນສອງປະເທດ ແລະຫວ່າງແລ້ວນີ້ສອງຝ່າຍໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີ “ເສັ້ນທາງມຸ່ງເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ” ຂອງທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ ປະສົບຜົນສຳເລັດ. ທ່ານ ເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມໝາຍຂອງນໍ້າໃຈມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງພັກ, ປະຊາຊົນສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ.

ທ່ານນາງ Men Sam An ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ, ໃຫຍ່ຫຼວງກວ່າອີກ. ພ້ອມທັງຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ກໍາປູເຈຍ ໃນພາລະກິດປົດປ່ອຍຊາດ, ກູ້ປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດກໍ່ສ້າງ ແລະພັດທະນາປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.