ທີມຊາດບານເຕະ U.23 ຫວຽດນາມ ມານະພະຍາຍາມໃຫ້ຜ່ານຮອບຄັດເລືອກອາຊີ

16:50 | 27/10/2021

ນັ້ນແມ່ນຄໍາຢັ້ງຢືນຂອງຄູຝຶກ Park Hang-seo ໃນການປະຊຸມຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 26 ຕຸລາ ຢູ່ ກິກີດສະຖານ ກ່ອນການແຂ່ງຂັນລະຫວ່າງທີມຊາດ U.23 ຫວຽດນາມ ພົບກັບທີມ U.23 ໄຕ້ຫວັນ (ຈີນ) ເຊິ່ງແມ່ນການແຂ່ງຂັນນັດທຳອິດໃນກຸ່ມ 1 ຮອບຄັດເລືອກ U.23 ອາຊີ 2022.

ທີມຊາດ U.22 ຫວຽດນາມ ເຕົ້າໂຮມນັກເຕະບານ 30 ຄົນໃຫ້ຮອບຄັດເລືອກອາຊີ ທີມຊາດ U.22 ຫວຽດນາມ ເຕົ້າໂຮມນັກເຕະບານ 30 ຄົນໃຫ້ຮອບຄັດເລືອກອາຊີ
ສະພາບການລະບາດໄຂ້ຍຸງລາຍໃນ ສປປ.ລາວ ໃນວັນທີ 23 ມີນາ ສະພາບການລະບາດໄຂ້ຍຸງລາຍໃນ ສປປ.ລາວ ໃນວັນທີ 23 ມີນາ
ພາບ​ປະ​ກອບ
ພາບ​ປະ​ກອບ

ຄູຝຶກ Park Hang-seo ໃຫ້ຮູ້ວ່າ “ພວກຂ້າພະເຈົ້າຈະພະຍາຍາມໃຫ້ຊະນະສອງນັດໃນກຸ່ມ 1. ນັກກິລາຂອງພວກຂ້າພະເຈົ້າພວມຢູ່ໃນເກນອາຍຸ U.22-U.23, ສະນັ້ນຈຶ່ງບໍ່ຖືວ່າເປັນທີມທີ່ສົມບູນແບບເທື່ອ. ພວກເຂົາກໍາລັງຢູ່ໃນຂັ້ນຕອນການເຕີບໂຕ ແລະຍາມໃດພວກຂ້າພະເຈົ້າກໍ່ພະຍາຍາມເພື່ອໃຫ້ນັກກິລາມີການພັດທະນາດີທີ່ສຸດ”. ໃນຂະນະນັ້ນ, ຄູຝຶກ Jiunn-Ming Chen ຂອງທີມ U.23 ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ “ທີມຊາດບານເຕະ U.23 ຫວຽດນາມ ແມ່ນທີມໜຶ່ງທີ່ແຮງແກ່ນ, ການຫຼິ້ນບານຂອງເຂົາເຈົ້າແມ່ນດີທີ່ສຸດ. ເຖິງຢ່າງໃດກໍ່ຕາມພວກຂ້າພະເຈົ້າກໍ່ຈະຕັດສິນໃຈເພື່ອໃຫ້ໄດ້ເຂົ້າຮອບຊີງຊະນະເລີດ”.

la.qdnd.vn

ເຫດການ
302 Found

Found

The document has moved here.