ຍາຈາງ ໃຫ້ບໍລິການລົດເມສອງຊັ້ນໂດຍບໍ່ເສຍຄ່າ

12:06 | 21/06/2022

ຍສໝ - ລົດ​ເມ​ສອງ​ຊັ້ນ​ໄດ້​ເປີດ​ບໍລິການ ເຊິ່ງເລາະໄປ​ຕາມ​ຖະໜົນ​ແຄມ​ຝັ່ງ​ທະ​ເລ, ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້ແຂກ​ທ່ຽວ​ຊົມ​ໃນ​ໂອກາດ​ບຸນ​ທ່ອງ​ທ່ຽວທະເລຍາຈາງ.

ການບໍລິການກຳປັ່ນດຳນ້ຳທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ແຂວງ ຍາຈາງ ໃນໜັງສືພິມອັງກິດ ການບໍລິການກຳປັ່ນດຳນ້ຳທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ແຂວງ ຍາຈາງ ໃນໜັງສືພິມອັງກິດ
ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ຍາຈາງ ໃຫ້ບໍລິການລົດເມສອງຊັ້ນໂດຍບໍ່ເສຍຄ່າ
ຍາຈາງ ໃຫ້ບໍລິການລົດເມສອງຊັ້ນໂດຍບໍ່ເສຍຄ່າ. ພາບ: vnexpress.net

ແຕ່ວັນທີ 15 – 19 ມິຖຸນາ, ບໍລິສັດຫຸ້ນສ່ວນ Chartered ທ່ອງທ່ຽວ ຫວຽດນາມ ໄດ້ໜູນຊ່ວຍລົດເມສອງຊັ້ນ ແລ່ນຕາມເສັ້ນທາງແຄມຝັ່ງທະເລຍາຈາງ ເພື່ອຮັບ ໃຊ້ຄວາມຕ້ອງການໄປມາຂອງນັກທ່ອງທ່ຽວ. ລົດດັ່ງກ່າວໄດ້ເດີນທາງຈາກ ສະຖານີລົດເມຂອງເຂດທ່ອງທ່ຽວ Vinpearl - ຕາມຖະຫນົນ ເຈິ່ນຟຸ-ຟ້າມວັນດົ່ງ ໄປຫາເຂດທ່ອງທ່ຽວ Amiana ແລະ ໃນທາງກັບກັນ, ໄລຍະທາງທັງຫມົດ ແມ່ນເກືອບ 30 ກິໂລແມັດ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ນະ​ຄອນ ຍາຈາງ ມີ​ລົດ​ເມ​ສອງ​ຊັ້ນ.

ລົດເມ ໃຫ້ບໍລິການ 3 ຄັ້ງຕໍ່ມື້, ແຕ່ 7:30 ໂມງເຊົ້າ ຫາ 16:30 ໂມງແລງ, ມີ 55 ບ່ອນນັ່ງ, ຊັ້ນ 2 ມີ 22 ບ່ອນນັ່ງ ມີແອເຢັນ ແລະ 20 ບ່ອນນັ່ງກາງແຈ້ງ. ລົດໃຊ້ລະບົບບັນລະຍາຍອັດຕະໂນມັດ ອີງຕາມການກໍານົດ GPS, ມີ 9 ພາສາເພື່ອແຂກເລືອກຟັງ.

​ໂຄງການ​ຂອງ​ງານ​ບຸນ​ທ່ອງ​ທ່ຽວ​ທະ​ເລຍາຈາງ 2022 ​ແມ່ນ​ເຫດການ​ສຳຄັນ​ໃນ​ລະດູ​ການທ່ອງທ່ຽວ​ຂອງ​ແຂວງ, ດຳ​ເນີນ​ແຕ່​ວັນ​ທີ 16 – 19 ມິຖຸນາ ​ເພື່ອ​ຕອບ​ສະໜອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022. ງານ​ບຸນ​ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ນະ​ຄອນ ຍາຈາງ - ແຄ໋ງຮວ່າ ແລະ ຮັບ​ໃຊ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ບູນມີ

ເຫດການ
302 Found

Found

The document has moved here.