ການບໍລິການກຳປັ່ນດຳນ້ຳທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ແຂວງ ຍາຈາງ ໃນໜັງສືພິມອັງກິດ

06:30 | 03/06/2022

ຍສໝ - ໜັງສືພິມ Daily Mail (ອັງກິດ) ລາຍງານເມື່ອບໍ່ດົນມານີ້ ກ່ຽວກັບການບໍລິການກຳປັ່ນດຳນ້ຳ ແບບທ່ອງທ່ຽວ ທີ່ສາມາດນຳຜູ້ໂດຍສານ 24 ຄົນ ໄປເບິ່ງທິວທັດທະເລອ້ອມຂ້າງໄດ້ຢ່າງເຕັມທີ່ ດ້ວຍຄວາມເລິກເຖິງ 328 ຟຸດ (100 ແມັດ).

ເຂົ້າ ເຕິມ - ສິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ ໄຊ​ງ່ອນ ເຂົ້າ ເຕິມ - ສິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ ໄຊ​ງ່ອນ
ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ຣີສອດ​ແຫ່ງ​ໜຶ່ງ​ຂອງ​ຫວຽດນາມ ​ໄດ້​ນຳ​ເອົາ​ປະສົບ​ການ​ຂອງ​ນັກ​ທ່ອງ​ທ່ຽວ​ຂຶ້ນ​ສູ່​ລະດັບ​ສູງ​ ໂດຍ​ເປີດ​ໂອກາດ​ໃຫ້​ນັກ​ທ່ອງ​ທ່ຽວ​ສຳ​ຫຼວດ​ເບິ່ງ​ພື້ນທະເລເລິກ.

ນັກທ່ອງທ່ຽວ ທີ່ໄປພັກຜ່ອນຢູ່ສະຖານທີ່ທ່ອງທ່ຽວ Vinpearl ເທິງເກາະ Hon Tre, ນອກຝັ່ງຂອງນະຄອນ ຢາຈາງ, ປະຈຸບັນສາມາດຈອງການເດີນທາງທີ່ຫນ້າຕື່ນເຕັ້ນ ລົງສູ່ລຸ່ມ​ພື້ນທະເລໃນກຳປັ່ນດຳນ້ຳຂະຫນາດໃຫຍ່ ແລະ ໃສທີ່ສາມາດບັນຈຸໄດ້ເຖິງ 24 ຄົນ.

ກຳປັ່ນດຳນ້ຳນີ້ ເອີ້ນວ່າ DeepView 24, ສາມາດດຳລົງເລິກ ເຖິງ 100 ແມັດ (328 ຟຸດ). ນັກທ່ອງທ່ຽວນັ່ງຢູ່ໃນທ້ອງເຮືອ ທີ່ຍາວ 15.4 ແມັດ - (50.5 ຟຸດ) ແລະ ສາມາດລຸກຢືນຂຶ້ນໄດ້.

ການບໍລິການກຳປັ່ນດຳນ້ຳທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ແຂວງ ຍາຈາງ ໃນໜັງສືພິມອັງກິດ

ການບໍລິການກຳປັ່ນດຳນ້ຳທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ແຂວງ ຍາຈາງ ໃນໜັງສືພິມອັງກິດ. (ພາບ: baodautu)

ໃຜກໍ່ຕາມທີ່ມີຄວາມຮູ້ສຶກກັງວົນເມື່ອກ້າວຂຶ້ນເຮືອ ກໍ່ຈະຮູ້ສຶກສະບາຍໃຈກວ່າເມື່ອຮູ້ຈັກບໍລິສັດທີ່ສ້າງມັນ - Triton Submarines. ມັນເປັນບໍລິສັດຊັ້ນນໍາໃນການຜະລິດອຸປະກອນເຄື່ອນຍ້າຍທາງໃຕ້ນ້ໍາ.

"ໂດຍໄດ້ອອກແບບເພື່ອໃຫ້ແຂກສາມາດນັ່ງໄດ້ດີ, Triton DeepView 24 ຊ່ວຍໃຫ້ແຂກເຂົ້າ ແລະ ອອກໄດ້ງ່າຍ, ພ້ອມທັງປັບປຸງລະດັບຄວາມປອດໄພໃຫດພະນັກງານທີ່ຊ່ວຍໃນການດໍາເນີນງານໃຕ້ນ້ໍາ, ປະຕູທາງເຂົ້າອອກກວ້າງຂວາງ.

Vinpearl ກ່າວອີກວ່າ: "Triton ມີຊື່ສຽງໃນການກໍ່ສ້າງເຮືອດຳນໍ້າທີ່ເດີນທາງຢ່າງປອດໄພ ນັບທັງຢູ່ຈຸດເລິກທີ່ສຸດໃນມະຫາສະໝຸດ, ແລະພວກເຮົາຮູ້ວ່າ ປະສົບການຂອງພວກເຂົາຈະຮັບປະກັນຄວາມປອດໄພຂອງເຮືອ ແລະ ທີມງານຂອງພວກເຮົາໄດ້ຕາມສັນຍາຮ່ວມມືກັບ Vinpearl ໃນໂຄງການນີ້ ນັບແຕ່ຕອນເລີ່ມຕົ້ນ ແລະ ພວກເຮົາຫວັງວ່າ ແຂກຂອງພວກເຮົາຈະຕີລາຄາສູງຕໍ່ປະສົບການທີ່ພວກເຮົາໄດ້ແບ່ງປັນກັບພວກເຂົາ".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.