ຮັບປະກັນສິດ ແລະ ຜົນປະໂຫຍດສູງສຸດສໍາລັບຜູ້ອອກແຮງງານ

19:00 | 19/06/2022

ຍສໝ - ໃນ​ການ​ພົບ​ປະ​ກັບ​ຜູ້​ອອກ​ແຮງ​ງານ​, ຫວ່າງແລ້ວນີ້, ຢູ່​ແຂວງ ບັກ​ຢາງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ຢືນຢັນ​ວ່າ: ​ເປົ້າ​ໝາຍ​ຂອງ​ພັກ ​ແລະ ລັດຫວຽດນາມ ​ແມ່ນ​ຮັກສາ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດໃຈຂອງປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ອົບ​ອຸ່ນ ​ແລະ ມີ​ຄວາມ​ຜາ​ສຸກ.

ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19 ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19

ການ​ສົນທະນາ ​ໄດ້​ແກ້​ໄຂ​ຫຼາຍຂໍ້ຂ້ອງໃຈ​ຂອງ​ຄົນ​ງານ, ຢືນຢັນ​ຄວາມ​ເອົາ​ໃຈໃສ່​ຂອງ​ພັກ, ລັດ, ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ, ຜູ້​ອອກ​ແຮງ​ງານ ​ແລະ ປະຊາ​ຄົມ​ສັງຄົມ ​ສໍາລັບ​ຜູ້​ອອກ​ແຮງ​ງານ.

ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ດ່າວ​ງອກ​ຢຸງ ​ແລ້ວ, ຫວຽດນາມ ​ໄດ້​ປະຕິບັດ​ຫຼາຍ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ໃນ 2 ປີຜ່ານມາ ​ເຊັ່ນ: ມະຕິ​ເລກທີ 68 ກ່ຽວ​ກັບ​ນະ​ໂຍບາຍ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ ​ໃນ​ການ​ຕ້ານ​ພະຍາດ​ໂຄ​ວິດ-19; ມະຕິ 116 ກ່ຽວກັບການໜູນຊ່ວຍຄົນງານ ຈາກກອງທຶນປະກັນໄພຫວ່າງງານ. ມີ 55 ລ້ານ​ເທື່ອຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ຈາກ​ນະ​ໂຍ​ບາຍ​ດັ່ງ​ກ່າວ ດ້ວຍ​ຍອດ​ຈຳ​ນວນ 81.000 ຕື້​ດົ່ງ.

ຮັບປະກັນສິດ ແລະ ຜົນປະໂຫຍດສູງສຸດສໍາລັບຜູ້ອອກແຮງງານ
ຮັບປະກັນສິດ ແລະ ຜົນປະໂຫຍດສູງສຸດສໍາລັບຜູ້ອອກແຮງງານ. (ພາບ: vov)

ການ​ໜູນ​ຊ່ວຍລູກຫຼານ​ຜູ້​ອອກ​ແຮງ​ງານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແມ່ນ​ບັນຫາ​ທີ່​ໜ້າ​ສົນ​ໃຈ​ໃນ​ການ​ພັດທະນາ​ນະ​ໂຍບາຍ. ເດັກກໍາພ້າໃນລະຫວ່າງການເກີດລະບາດ ລ້ວນແຕ່ໄດ້ມີນະໂຍບາຍສະເພາະ; ເດັກນ້ອຍທີ່ແມ່ແມ່ນ F1, F0 ທີ່ເກີດໃນໄລຍະເວລານັ້ນກໍ່ໄດ້ຮັບການຫນູນຊ່ວຍ.

ທ່ານ ດ່າວ​ງອກ​ຢຸງ - ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ: ​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ, ກະຊວງ​ໄດ້ປະຕິບັດ​ສຳ​ເລັດ​ເອກະສານລະບຽບການ ​ແລະ ຂັ້ນ​ຕອນ​ດ້ວຍ 11 ກຸ່ມ​ນະ​ໂຍບາຍ​ປະກັນສັງຄົມ, ພິ​ເສດ​ແມ່ນ​ການ​ປັບ​ອາຍຸກະສຽນ​ບຳນານ ​ໄດ້​ສ້າງ​ສຳ​ເລັດ ​ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ປີ 2023. “ພວກເຮົາຈະ​ຄ່ອຍໆ​ຫຼຸດ​ເວລາ​ຈ່າຍ​ຄ່າ​ປະກັນ​​ສັງຄົມ. ກ່ອນ​ໜ້າ​ນີ້ ​ໄດ້​ກຳນົດ 20 ປີ, ຮ່າງ​ກົດໝາຍ​ສະບັບ​ນີ້​ຄ່ອຍໆ​ຫຼຸດ​ລົງ​ເປັນ 15 ປີ ​ແລະ ອາດ​ຈະ​ມຸ່ງໄປເຖິງ 10 ປີ, ບົນ​ຈິດ​ໃຈ “​ຈ່າຍ​ຫຼາຍ ກໍໄດ້ຮັບຜົນປະໂຫຍດຫຼາຍ, ຈ່າຍໜ້ອຍ ກໍໄດ້ຮັບຜົນປະໂຫຍດໜ້ອຍ” ຍ້ອນ​ຫຼັກການ​ປະກັນ​ສັງຄົມ​ບົນ​ຈິດ​ໃຈ​ຍຸດຕິ​ທຳ ​ແລະ ​ແບ່ງປັນ. ​ນອກ​ນັ້ນ, ຮ່າງ​ກົດໝາຍ ກໍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ກຸ່ມ​ປະກັນ​ສັງຄົມ, ຮັບປະກັນ”.…/.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.