ຫວຽດນາມ - ເມັກຊິໂກ ສາມາດຮ່ວມມືໃນຂົງເຂດອຸດສາຫະກຳພື້ນຖານ

12:52 | 12/06/2022

ຍສໝ-ໂດຍເມັກຊິໂກເປັນປະເທດໜຶ່ງທີ່ມີພື້ນຖານອຸດສາຫະກໍາພັດທະນາຢູ່ແຖວໜ້າໃນພາກພື້ນອາເມລິກາ. ຫວຽດ​ນາມ ແລະ ເມັກ​ຊິ​ໂກ ອາດ​ພິ​ຈາ​ລະ​ນາ​ຄວາມ​ສາມາດໃນການ​ຮ່ວມ​ມື​ພັດ​ທະ​ນາບັນດາຂະແໜງອຸດ​ສາ​ຫະ​ກໍາທີ່ມີຄຸນລັກສະນະ​ພື້ນ​ຖານ, ເປັນຕົ້ນ​ແມ່ນ​ວັດ​ສະ​ດຸ, ໂລຫະ, ກົນ​ຈັກ, ການ​ປຸງ​ແຕ່ງ, ການ​ຜະ​ລິດ, ເອ​ເລັກ​ໂຕຣ​ນິກ, ສານ​ເຄ​ມີ, ການ​ຢາ ...

ການສຳມະນາທາງອອນລາຍເພື່ອຮັກສາ  ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ ການສຳມະນາທາງອອນລາຍເພື່ອຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ
ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19 ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19
ຫວຽດນາມ - ເມັກຊິໂກ ສາມາດຮ່ວມມືໃນຂົງເຂດອຸດສາຫະກຳພື້ນຖານ
ພາບປະກອບ (ພາບ: congthuong.vn)

ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ໄດ້ຢືນຢັນ​ທີ່​ການ​ຕ້ອນຮັບ ​ທ່ານ Alejandro Negrin Muñoz, ​ເອກ​ອັກຄະ​ລັດຖະທູດ​ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ​ເມັກ​ຊິ​ໂກ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດທ່ານ​​ເອກ​ອັກຄະ​ລັດຖະທູດ ເລີ່ມຕົ້ນອາຍຸການໃໝ່ທີ່​ຫວຽດນາມ ໃນຫວ່າງແລ້ວນີ້.

ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢຽນ ໄດ້ສະແດງຄວາມຊົມເຊີຍ ​ທ່ານ​ເອກ​ອັກຄະ​ລັດຖະທູດທີ່​ໄດ້ຮັບອາຍຸການໃໝ່ທີ່ຫວຽດນາມ, ພ້ອມດຽວກັນ ກໍປາດ​ຖະໜາ​ວ່າ ໃນ​ບົດບາດທີ່​ເປັນ​ຂົວ​ເຊື່ອມຕໍ່, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ມີການປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ເມັກ​ຊິໂກ ​ໃນ​ທຸກ​ດ້ານ; ໃນນັ້ນ ມີເສດຖະກິດ, ການຄ້າ, ການລົງທຶນ ເປັນເສົາຄ້ຳຕົ້ນຕໍ.

ໂດຍຮັບຮູ້ບັນດາຄວາມເອົາໃຈໃສ່ຂອງທ່ານເອກອັກຄະລັດທະທູດ Alejandro Negrin Muñoz ກ່ຽວກັບການເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນຈໍານວນໜຶ່ງຂອງເມັກ​ຊິໂກ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢຽນ ໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ຈະເຮັດວຽກກັບກະຊວງກະສິກໍາ ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ເພື່ອສະໜອງ​ບັນດາ​ຂໍ້​ມູນ​ທີ່​ຈຳ​ເປັນ​ກ່ຽວ​ກັບຂໍ້ກໍານົດປະຈຸ​ບັນ​ຂອງ​ຫວຽດນາມໃຫ້​ຝ່າຍ​ເມັກ​ຊິໂກ ​ເພື່ອ​ໃຫ້ບັນດາ​ຝ່າຍ​ຊອກຮູ້ ​ແລະ ​ເຫັນ​ດີເປັນເອກະພາບຢ່າງວ່ອງໄວ​​ກ່ຽວ​ກັບ​ບັນດາ​ລະບຽບ​ການທີ່​ຈຳ​ເປັນ​ຕໍ່​ບັນດາ​ຜະລິດ​ຕະພັນ​ລະອຽດສະ​ເພາະ.

ຫອມມາລາ

ເຫດການ
302 Found

Found

The document has moved here.