ຫາງສຽງສາກົນ ເຊີດຊູທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ

14:07 | 09/06/2022

ຍສໝ - ບົດຂຽນລົງໃນເວັບໄຊ Infox.ru ຂອງລັດເຊຍ ທີ່ມີຫົວຂໍ້ “ຫວຽດນາມ - ຄັນທຸງນໍາໜ້າຂອງອາຊຽນ”,​ ນັກຂຽນ Grigory Trofimchuk ຢັ້ງຢືນເຖິງ ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະມີລັກສະນະສ້າງສັນຂອງຫວຽດນາມ ໃນການສ້າງຕັ້ງສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບ ໃນທົ່ວພາກພື້ນ, ລວມມີທະເລຕາເວັນອອກ, ເຊິ່ງເປັນປັດໄຈສໍາຄັນ ຊ່ວຍນະຄອນ ຮ່າໂນ້ຍ ປັບຕົວໃຫ້ແທດເໝາະກັບສະພາບການພູມສາດການເມືອງ ທັນສະໄໝ.

ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ
ຫາງສຽງສາກົນ ສືບຕໍ່ຕີລາຄາສູງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ ຫວຽດນາມ ຫາງສຽງສາກົນ ສືບຕໍ່ຕີລາຄາສູງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ ຫວຽດນາມ

ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ; ປົກປ້ອງບັນດາສິດ ແລະ ຜົນປະໂຫຍດ ອັນຊອບທໍາ, ແກ້ໄຂບັນດຄວາມບໍ່​ລົງ​ລອຍ​ກັນ ໂດຍສັນຕິວິທີ ຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS) ສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງແຮງຈາກປະຊາຄົມສາກົນ.

ຫາງສຽງສາກົນ ເຊີດຊູທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ
ເກາະ ຊີງໂຕນ. ພາບ: TTXVN

ໃນບັນດາການພົບປະຂັ້ນສູງ, ວົງການເຈົ້າໜ້າທີ່ຫຼາຍປະເທດ ໄດ້ສະແດງ ຄວາມເຫັນດີຕໍ່ທັດສະນະຂອງຫວຽດນາມ ໃນບັນຫາດັ່ງກ່າວ. ທ່ານ Kishida Fumio, ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ Tan Chuan-Jin ປະທານ ສະພາແຫ່ງຊາດສິງກະໂປ... ໃນການຢ້ຽມຢາມຫວຽດນາມ ເມື່ອເດືອນ ພຶດສະພາຜ່ານມາ, ທີ່ບັນດາການພົບປະເຈລະຈາກັບການນໍາຫວຽດນາມ ກໍລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ.

ບົດຂຽນລົງໃນເວັບໄຊ Infox.ru ຂອງລັດເຊຍ ທີ່ມີຫົວຂໍ້ “ຫວຽດນາມ -ຄັນທຸງນໍາໜ້າຂອງອາຊຽນ”,​ ນັກຂຽນ Grigory Trofimchuk ຢັ້ງຢືນເຖິງ ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະມີລັກສະນະສ້າງສັນຂອງຫວຽດນາມ ໃນການສ້າງຕັ້ງສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບ ໃນທົ່ວພາກພື້ນ, ລວມມີທະເລຕາເວັນອອກ, ເຊິ່ງເປັນປັດໄຈສໍາຄັນ ຊ່ວຍນະຄອນ ຮ່າໂນ້ຍ ປັບຕົວໃຫ້ແທດເໝາະກັບສະພາບການພູມສາດການເມືອງ ທັນສະໄໝ.

ບູນມີ

ເຫດການ
302 Found

Found

The document has moved here.