ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ

12:04 | 28/05/2021

ຍສໝ - ລັດຖະບານ ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນໂລກລະບາດຢ່າງເຄັ່ງຄັດກວ່າ ຢູ່ສະຖານທີ່ປ່ອນບັດທັງໝົດ. ການເລືອກຕັ້ງປະສົບຜົນສຳເລັດ ຍ້ອນຫວຽດນາມ ມີບົດຮຽນໃນການດຳເນີນການເລືອກຕັ້ງຜ່ານ 75 ປີແລ້ວ.

ເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ ເປັນເຈົ້າການໃນການວາງອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ
ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19
ຫາງສຽງສາກົນ: ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ
ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງແບບເປັນມືອາຊີບ, ປະຊາທິປະໄຕ. ພາບ: TTXVN

ຕາມ ທ່ານ ສາດສະດາຈານ Carl Thayer, ຜູ້ຊ່ຽວຊານຄົ້ນຄວ້າກ່ຽວກັບ ຫວຽດນາມ ສັງກັດມະຫາວິທະຍາໄລ New South Wale ປະເທດ ອົດສະຕາລີ ແລ້ວ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງປີນີ້ ໄດ້ຮັບການຕີລາຄາຢ່າງລະອຽດເພື່ອຮັບປະກັນມາດຕະຖານພຽງພໍ. ອັດຕາສ່ວນຜູ້ສະໝັກຮັບເລືອກຕັ້ງແມ່ນເພດຍິງ ແລະ ຊາວເຜົ່າສ່ວນຫນ້ອຍແມ່ນຢູ່ໃນລະດັບສູງ, ດ້ວຍ 45% ແມ່ນເພດຍິງ, ອັດຕາສ່ວນນີ້ແມ່ນລະດັບສູງເມື່ອທຽບໃສ່ມາດຕະຖານໂລກ ແລະ 21% ແມ່ນຊົນເຜົ່າສ່ວນຫນ້ອຍ.

ຫນັງສືພິມ Nikkei Asia ໃຫ້ຂໍ້ສັງເກດວ່າ ລັດຖະບານ ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນໂລກລະບາດຢ່າງເຄັ່ງຄັດກວ່າ ຢູ່ສະຖານທີ່ປ່ອນບັດທັງໝົດ. ການເລືອກຕັ້ງປະສົບຜົນສຳເລັດ ຍ້ອນຫວຽດນາມ ມີບົດຮຽນໃນການດຳເນີນການເລືອກຕັ້ງຜ່ານ 75 ປີແລ້ວ.

ຕາມ ຫນັງສືພິມ Eurasia Review ຂອງ ອາເມລິກາ ຢແລ້ວ, ການເລືອກຕັ້ງ ຢູ່ ຫວຽດນາມ ໄດ້ຮັບການຈັດຂຶ້ນເປັນມືອາຊີບ ໃນສະພາບເກີດໂລກລະບາດ. ບົດຂຽນໄດ້ເນັ້ນຫນັກບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນຂົງເຂດເສດຖະກິດ, ນະໂຍບາຍການຕ່າງປະເທດ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເຮັດໃຫ້ຫວຽດນາມມີຄວາມເຊື່ອໝັ້ນເພື່ອຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍປະຈຸບັນ ຍ້ອນປັດໄຈຈາກພາຍນອກ.

ເວັບໄຊຂອງສຳນັກຂ່າວສານລາວ KPL ໄດ້ລົງຂ່າວວ່າ ຜູ້ມີສິດເລືອກຕັ້ງ ຫວຽດນາມ ກ່ວາ 60 ລ້ານຄົນ ໃນທົ່ວປະເທດ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງໃນວັນທີ 23 ພຶດສະພາ, ເນັ້ນໜັກວ່າ ນີ້ແມ່ນວັນບຸນໃຫຍ່ຂອງ ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ແລະ ແມ່ນກາລະໂອກາດສຳຄັນເພື່ອໃຫ້ປະຊາຊົນ ຫວຽດນາມ ປະຕິບັດ ແລະ ເສີມຂະຫຍາຍສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງ ພົນລະເມືອງ ໃນການເລືອກເອົາ ບັນດາຜູ້ແທນ ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນແມ່ນໂລກລະບາດໂຄວິດ 19 ພວມແຜ່ລະບາດຢ່າງຮ້າຍແຮງກໍຕາມ ແຕ່ພາຍໃຕ້ການຊີ້ນຳນຳພາຂອງພັກ ການເຂົ້າຮ່ວມຂອງທັງລະບົບການເມືອງ ຄວາມເປັນຈິດຫນຶ່ງໃຈດຽວຂອງທົ່ວປວງຊົນ, ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 -2026 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍອັດຕາສ່ວນຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸ 98,43%...

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍສະມາຊິກກົມການເມືອງ, ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 207 ຂອງຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໂດຍ ຮູບການຖ່າຍທອດສົດ.

ກອງ​ບັນ​ຊາດ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ ມອບ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ບັນ​ຊາດ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ ມອບ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ລາວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ ພົນ​ຈັດ​ຕະ​ວາ ຫງວຽນ​ກ໊ວກ​ຢວດ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ຄະ​ນະ​ພັກນະ​ຄອນ, ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ​ສາ​ທາ​ລະ​ນະ​ສຸກ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ…

ຈັດການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນຄອບຄົວຫວຽດນາມ ຈັດການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນຄອບຄົວຫວຽດນາມ

ເນື້ອໃນຂອງແຜນການແມ່ນສ້າງລາຍການພົບປະແລກປ່ຽນສິລະປະ “ຄວາມຜາສຸກຄອບຄົວຫວຽດ” ໃນຊ່ອງໂທລະພາບ VOVTV (ບໍ່ມີຜູ້ເຂົ້າຊົມໂດຍກົງ).

ໄຊພອນ

ເຫດການ
302 Found

Found

The document has moved here.