ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະສິ່ງແວດລ້ອມໃຫ້ການນໍາ USAID ຫວຽດນາມ

07:52 | 09/06/2022

ຕອນບ່າຍວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະສິ່ງແວດລ້ອມ ໃຫ້ທ່ານນາງ Ann Marie Yastishock ຜູ້ອໍານວຍການອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ປະຈໍາ ຫວຽດນາມ ແລະທ່ານນາງ Christine Gandomi ຮັກສາການຫົວໜ້າຫ້ອງການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ ແລະສິ່ງແວດລ້ອມ, USAID ປະຈໍາ ຫວຽດນາມ.

USAID ສະໜັບສະໜູນສົ່ງເສີມພື້ນຖານເສດຖະກິດໃນເຂດທົ່ງພຽງລຽບແມ່ນ້ຳຂອງ USAID ສະໜັບສະໜູນສົ່ງເສີມພື້ນຖານເສດຖະກິດໃນເຂດທົ່ງພຽງລຽບແມ່ນ້ຳຂອງ
USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ
ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະສິ່ງແວດລ້ອມໃຫ້ການນໍາ USAID ຫວຽດນາມ
ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະສິ່ງແວດລ້ອມໃຫ້ການນໍາ USAID ຫວຽດນາມ. ພາບ: qdnd.vn.

ທີ່ການຕ້ອນຮັບ, ທ່ານ ເຈິ່ນຮົ່ງຮ່າ ຊົມເຊີຍທ່ານນາງ Ann Marie Yastishock ແລະທ່ານນາງ Christine Gandomi ໄດ້ສໍາເລັດອາຍຸການປະຕິບັດງານຢູ່ຫວຽດນາມ ຢ່າງຈົບງາມ. ພາຍຫຼັງສິ້ນສຸດອາຍຸການຢູ່ຫວຽດນາມ, ທ່ານນາງ Ann Marie Yastishock ຈະດໍາລົງຕໍາແໜ່ງໃໝ່ເປັນຜູ້ອໍານວຍການ USAID ປະຈໍາພາກພື້ນອາຊີ; ທ່ານນາງ Christine Gandomi ຈະດໍາລົງຕໍາແໜ່ງເປັນຜູ້ອໍານວຍການ USAID ປະຈໍາ ອາຟຣິກາໃຕ້. ທ່ານ ເຈິ່ນຮົ່ງຮ່າ ຕີລາຄາສູງ USAID ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນຂົງເຂດຊັບພະຍາກອນ ແລະສິ່ງແວດລ້ອມ, ພິເສດແມ່ນໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີ ເຊື່ອໝັ້ນວ່າ ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ແລະ USAID ຈະນັບມື້ນັບແໜ້ນແຟ້ນ. ການຮ່ວມມືໃນຂົງເຂດຊັບພະຍາກອນ ແລະສິ່ງແວດລ້ອມ ສືບຕໍ່ພັດທະນາ, ນໍາມາຜົນງານທີ່ລະອຽດ ແລະດີງາມກວ່າອີກ.

la.qdnd.vn

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ