ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ

17:06 | 27/05/2022

ຍສໝ - ຫວ່າງ​ແລ້ວ​ນີ້, ສູນ​ວິ​ທະ​ຍາ​ສາດ ​ແລະ​ ວັດ​ທະ​ນະ​ທຳ​ ລັດ​ເຊຍ ​ຢູ່ ​ຮ່າ​ໂນ້ຍ​ໄດ້​ຈັດ​ຕັ້ງ​ງານ​ສະ​ເຫຼີມ​ສະ​ຫຼອງວັນ​ໜັງສື Slavơ ແລະ ມອບ​ລາງວັນ​ໃຫ້​ແກ່​ຜູ້​ຊະ​ນະ​ໃນການ​ປະກວດ Olympic ພາສາ​ລັດ​ເຊຍ.

ມອບລາງວັນໃຫ້ແກ່ 20 ໂຄງການການລິເລີ່ມທີ່ດີເລີດຂອງນັກຮຽນ ແລະ ນັກສຶກສາ ມອບລາງວັນໃຫ້ແກ່ 20 ໂຄງການການລິເລີ່ມທີ່ດີເລີດຂອງນັກຮຽນ ແລະ ນັກສຶກສາ
ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຝຸ​ກ ສົ່ງ​ສານອວຍ​ພອນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ແລະ Paralympic ລະ​ດູ​ໜາວ ປັ​ກ​ກິ່ງ 2022 ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຝຸ​ກ ສົ່ງ​ສານອວຍ​ພອນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ແລະ Paralympic ລະ​ດູ​ໜາວ ປັ​ກ​ກິ່ງ 2022
ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ

ທ່ານຮັກສາການຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ລັດເຊຍ ປະຈໍາ ຮ່າໂນ້ຍ ​ Andrey Borodenko ກ່າວຄໍາປາໄສທີ່ງານບຸນ(ພາບ: ຫວູແຄ໋ງ)

ເຂົ້າ​ຮ່ວມ​ງານບຸນມີ ທ່ານຮັກສາການຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ລັດເຊຍ ປະຈໍາ ຮ່າໂນ້ຍ ​ Andrey Borodenko, ​ເລຂາໂທ ຂອງ ສະຖານທູດ​ສະຫະພັນ​ລັດ​ເຊຍ ປະຈຳ ຫວຽດນາມ Artem Zaleshchikov; ຜູ້ຕາງໜ້າສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ສະຖາບັນ Pushkin ຢູ່ ຮ່າໂນ້ຍ ພ້ອມດ້ວຍບັນດາແຂກທີ່ຖືກເຊີນ, ຜູ້ປົກຄອງ ແລະ ບັນດານັກຮຽນ.

ໂດຍກ່າວຄໍາປາໄສທີ່ງານບຸນ, ທ່ານຮັກສາການຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ລັດເຊຍ ປະຈໍາ ຮ່າໂນ້ຍ ​ Andrey Borodenko ໃຫ້ຮູ້ວ່າ: ພິທີມອບລາງວັນໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງວັນຫນັງສື Slavơ (24 ພຶດສະພາ 2022) - ເຊິ່ງນີ້ແມ່ນວັນເພື່ອລະນຶກເຖິງຄຸນງາມຄວາມດີຂອງສອງອ້າຍນ້ອງ Kiril ແລະ Metody (ຜູ້ສ້າງຕົວໜັງສື Slavơ). ທ່ານ A. Borodenko ສົ່ງຄໍາຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາຍັງກະຊວງ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ ທີ່​ໄດ້​ໃຫ້​ການ​ຮ່ວມ​ມື​ໃນ​ການ​ຄັດ​ເລືອກ​ຜູ້​ສະໝັກ​ຈະໄປ​ຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ທີ່ ລັດ​ເຊຍ.

ການປະກວດ Olympic ​ໂດຍ​ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊຍ ຈັດ​ຕັ້ງ​ ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກໍາ​ສຳຄັນ​ເພື່ອ​ໂຄສະນາ ​ແລະ ເຜີຍແຜ່ພາສາ​ລັດ​ເຊຍ ​ແລະ ວັດທະນະທຳ​ລັດ​ເຊຍ ທີ່ ຫວຽດນາມ ຢ່າງກວ້າງຂວາງ. ຜູ້​ທີ່ຊະນະ​ໃນ​ການ​ປະກວດ Olympic ​ຈະ​ໄດ້​ຮັບ​ທຶນ​ສຶກສາ​ຈາກ​ລັດຖະບານລັດ​ເຊຍ, ໄປສຶກສາ​ຮໍ່າຮຽນຢູ່​ມະຫາວິທະຍາ​ໄລແຫ່ງໜຶ່ງຂອງ​ລັດ​ເຊຍ ​ແລະ ​ໄດ້​ຮັບບ້ວງ​ເງິນ​ອຸດໜູນ​ຈາກ​ລັດຖະບານ ຫວຽດນາມ ຖ້າ​ຫາກຕອບສະໜອງ​ໄດ້ຕາມ​ບັນດາ​ເງື່ອນໄຂຂໍ້ກຳນົດກ່ຽວກັບທຶນການ​ສຶກສາ​ຂອງ​ລັດຖະບານ ຫວຽດນາມ ຢ່າງຄົບຖ້ວນ. ໝາກຜົນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຢ່າງໃຫຍ່ຫຼວງ​​ຂອງ​ບັນດາ​ນັກຮຽນ, ນັກ​ສຶກສາ​ຫວຽດນາມ ຕໍ່ກັບ​ລັດ​ເຊຍ ​ເວົ້າ​ລວມ ​ແລະ ການ​ສຶກສາ​ຂອງ​ລັດ​ເຊຍ ​ເວົ້າ​ສະ​ເພາະ.

ນັບ​ແຕ່​ປີ 2014 ​ມາຮອດປະຈຸບັນ, ຈຳນວນ​ທຶນການ​ສຶກສາ​ທີ່​ລັດຖະບານ​ສະຫະພັນ​ລັດ​ເຊຍ​ມອບ​ໃຫ້​ພົນລະ​ເມືອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນລຽນຕິດ. ໃນປີ 2014, ສະຫະພັນລັດເຊຍໄດ້ໃຫ້ທຶນການສຶກສາ 600 ທຶນ, ປີ 2015 ແມ່ນ 795 ທຶນ, ປີ 2019 ແມ່ນ 965 ທຶນ ແລະ ປີ 2022 ແມ່ນ 1000 ທຶນ.

ນາງ ດາວແອັງງອກ, ນັກຮຽນຊັ້ນ ມ.7, ໂຮງຮຽນມັດທະຍົມປາຍອາຊີວະ ທ໋າຍງວຽນ (ຜູ້ເຂົ້າປະກວດທີ່ໄດ້ຮັບລາງວັນໃນການປະກວດ Olympic ພາສາລັດເຊຍ) ໃຫ້ຮູ້ວ່າ: “ນ້ອງດີໃຈ ແລະ ເປັນກຽດຫຼາຍທີ່ໄດ້ຮັບລາງວັນໃນການປະກວດຄັ້ງນີ້. ນີ້​ແມ່ນ​ລາງວັນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ສໍາລັບ​ຄວາມ​ພະຍາຍາມ​ຂອງ​ນ້ອງ​ໃນ​ໄລຍະ​ຜ່ານ​ມາ, ພ້ອມກັນນັ້ນກໍ​ເປັນ​ສິ່ງ​ທີ່ພິສູດເຖິງ​ຄວາມ​ຮັກ​​ອັນ​ພິ​ເສດ​ຂອງ​ນ້ອງ​​ຕໍ່​ພາສາ​ລັດ​ເຊຍ ​ແລະ ປະເທດລັດ​ເຊຍ”.

​ໃນ​ງານບຸນ, ຄະນະ​ຈັດ​ຕັ້ງ​ໄດ້​ສາຍ​ວິ​ດີ​ໂອ​ແນະນຳ​ກ່ຽວກັບໜັງສື Slavơ ​ແລະ ພາສາ​ລັດ​ເຊຍ ​ແບບທັນ​ສະ​ໄໝ, ກໍຄືເນັ້ນ​ໜັກ​ເຖິງ​ຄຸນລັກສະນະແບບ​ຫຼາຍທິດ, ຄວາມ​ອຸດົມສົມບູນ ​ແລະ ຄວາມ​ງາມ​ຂອງ​ລະບົບ​ພາສາ​ນີ້. ຄຽງຂ້າງ​ນັ້ນ, ບັນດາ​ຜູ້​ແທນ​ກໍຍັງ​ໄດ້​ຮັບຊົມ​​ລາຍການ​ສິລະປະ​ທີ່​ພິເສດເຊິ່ງສະແດງໂດຍນັກຮຽນ, ​ນັກ​ສຶກສາ ຫວຽດນາມ.

ຫອມມາລາ

ເຫດການ
302 Found

Found

The document has moved here.