ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນ

13:00 | 30/05/2022

ຍສໝ - ທ່ານ ອານຸພາບ ຕຸນາລົມ ເນັ້ນ​ໜັກ​ວ່າ: ສອງ​ນະຄອນ​ໄດ້​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ດ້ານ, ປະກອບສ່ວນ​ເພີ່ມທະວີ ແລະ ເສີມຂະຫຍາຍສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ເວົ້າ​ລວມ ກໍ່ຄືລະຫວ່າງນະຄອນຫຼວງ​ວຽງ​ຈັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ.

ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ
ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

ໃນຂອບເຂດ ການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 26 ພຶດສະພາ, ຄະນະຜູ້ແທນ ນະຄອນໂຮ່ຈີມິນ ນຳໂດຍສະຫາຍ ຫງວຽນວັນເນນ, ກຳມະການກົມການເມືອງ, ເລຂາພັກນະຄອນ ໄດ້ມີການເຮັດວຽກກັບ ຄະນະ ຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ໂດຍທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ນໍາໜ້າ.

ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນ
ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນD

ທ່ານ ອານຸພາບ ຕຸນາລົມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ.

ທ່ານ ອານຸພາບ ຕຸນາລົມ ເນັ້ນ​ໜັກ​ວ່າ: ສອງ​ນະຄອນ​ໄດ້​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ດ້ານ, ປະກອບສ່ວນ​ເພີ່ມທະວີ ແລະ ເສີມຂະຫຍາຍສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ເວົ້າ​ລວມ ກໍ່ຄືລະຫວ່າງນະຄອນຫຼວງ​ວຽງ​ຈັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໝາຍກວ່າອີກ ​ແລະ ​ນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງ”.

ທ່ານ ອານຸພາບ ຕຸນາລົມ ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ໄດ້ກະກຽມ 7 ກິດຈະກໍາໃຫຍ່ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ 2022.

ທ່ານ ຫງວຽນວັນເນນ ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງອົງ​ຄະ​ນະ​ພັກ, ການ​ບໍລິຫານທີ່ເດັດຂາດ​ຂອງອໍານາດການປົກຄອງ, ນ້ຳ​ໃຈ​ສາ​ມັກ​ຄີ, ​ເປັນເອກະພາບຂອງ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ການຮ່ວມແຮງຮ່ວມໃຈ​​ຂອງ​ປະຊາຊົນ, ນະຄອນຫຼວງ​ວຽງ​ຈັນ ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຢ່າງ​ແນ່ນອນ, ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ໃໝ່ ​ແລະ ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ພາລະກິດແຫ່ງການ​ປ່ຽນແປງໃໝ່, ປະກອບສ່ວນ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ​ຜົນ.

ບູນມີ

ເຫດການ
302 Found

Found

The document has moved here.