ສູ້ຊົນຮອດປີ 2030: ຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ

17:25 | 15/05/2022

ນີ້ແມ່ນຂໍ້ມູນທີ່ເປັນໜ້າສົນໃຈເຊິ່ງໄດ້ຍົກອອກມາທີ່ກອງປະຊຸມເຜີຍແຜ່ແຜນຮ່າງດັດປັບອັນດັບຄວາມໄວ້ວາງໃຈລະດັບຊາດຮອດປີ 2030, ເຊິ່ງດຳເນີນໃນຕອນເຊົ້າວັນທີ 13 ພຶດສະພາ, ຢູ່ແຂວງ ກວາງນິງ.

ວິ​ສາ​ຫະກິດ ອີ​ຕາ​ລີ ປາດ​ຖະໜາ​ຢາກ​ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ ວິ​ສາ​ຫະກິດ ອີ​ຕາ​ລີ ປາດ​ຖະໜາ​ຢາກ​ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ
ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ
ທີ່ກອງປະຊຸມ (ພາບ: TTXVN)
ທີ່ກອງປະຊຸມ (ພາບ: TTXVN)

ສູ້ຊົນຮອດປີ 2030 ຈະຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ “ລົງທຶນ”. ນີ້ແມ່ນຂໍ້ມູນທີ່ເປັນໜ້າສົນໃຈເຊິ່ງໄດ້ຍົກອອກມາທີ່ກອງປະຊຸມເຜີຍແຜ່ແຜນຮ່າງດັດປັບອັນດັບຄວາມໄວ້ວາງໃຈລະດັບຊາດຮອດປີ 2030, ເຊິ່ງດຳເນີນໃນຕອນເຊົ້າວັນທີ 13 ພຶດສະພາ, ຢູ່ແຂວງ ກວາງນິງ. ເລື່ອງດັດປັບຄວາມໄວ້ວາງໃຈລະດັບຊາດມີຄວາມໝາຍຕັ້ງໜ້າທີ່ສຸດ, ສ້າງການແຜ່ຂະຫຍາຍໃຫ້ທັງພື້ນຖານເສດຖະກິດ. ດ້ານໜຶ່ງປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງຊາດ, ອີກດ້ານໜຶ່ງແມ່ນ ເພີ່ມຄວາມໄວ້ວາງໃຈສຳລັບນັກລົງທຶນສາກົນ, ລວມທັງນັກລົງທຶນເຂົ້າ ຫວຽດນາມ ໂດຍກົງ ແລະ ທາງອອມ. ວັນທີ 13 ມີນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນຮ່າງດັດປັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຮອດປີ 2030. ແຜນຮ່າງໂດຍກະຊວງການເງິນ ຫວຽດນາມ ເປັນປະທານ, ສະເໜີເປົ້າໝາຍສູ້ຊົນຮອດປີ 2030 ຍົກລະດັບຄວາມໄວ້ວາງໃຈຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ.

vovworld.vn

ເຫດການ
302 Found

Found

The document has moved here.