ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050

21:16 | 17/02/2022

ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງພິທີປະກາດຍຸດທະສາດພັດທະນາກະສິກຳ, ຊົນນະບົດແບບຍືນຍົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຊຸກ​ຍູ້​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ ຊຸກ​ຍູ້​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ
ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ

ຍຸດທະສາດດັ່ງກ່າວ ໂດຍນາຍົກລັດຖະມົນຕີ ຫວຽດນາມ ອະນຸມັດຜ່ານໃນເດືອນມັງກອນ 2021. ຍຸດທະສາດຫັນການກຳນົດທິດຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ປະກົດຜົນເປັນຈິງ, ໃນນັ້ນ, ຂະບວນການສ້າງໂຄງປະກອບກະສິກຳ ຕ້ອງຕິດພັນກັບການສ້າງຊົນນະບົດໃໝ່ຫຼາຍກວ່າອີກ, ຊຸກຍູ້ການພັດທະນາກະສິກຳແບບຍືນຍົງ ຕິດພັນກັບກາລະໂອກາດກ່ຽວກັບວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການຕະຫຼາດ.

ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ຫວູລອງ

ນະໂຍບາຍ, ໂດຍສະເພາະແມ່ນຊົນນະບົດ ແລະ ຊາວກະສິກອນ. ຕາມນັ້ນແລ້ວ, ຍຸດທະສາດນີ້ໄດ້ວາງເປົ້າໝາຍລະອຽດດັ່ງນີ້: ຮອດປີ 2030, ລະດັບຄວາມໄວຂອງການເພີ່ມມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃຫ້ບັນລຸສະເລ່ຍແຕ່ 5% ຫາ 6% ຕໍ່ປີ… ຮອດປີ 2050, ຫວຽດນາມ ກາຍເປັນປະເທດທີ່ມີພື້ນຖານກະສິກຳແຖວໜ້າໂລກ ດ້ວຍຂະແໜງອຸດສາຫະກຳປຸງແຕ່ຜະລິດຕະພັນກະເສດທີ່ທັນສະໄໝ, ມີປະສິດທິຜົນ, ເປັນມິດກັບສິ່ງແວດລ້ອມ. ເຂດຊົນນະບົດ ຫວຽດນາມ ຈະບໍ່ມີຄອບຄົວທຸກຍາກ ແລະ ກາຍເປັນ “ບ່ອນທີ່ໜ້າຢູ່” ສີວິໄລ, ຂຽວ ແລະ ສວຍງາມ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.