ໂລກເຊີດຊູ, ຮັກສາ ​ແລະ ​ເສີມຂະຫຍາຍ​ມໍລະດົກກ່ຽວກັບ​ປະທານ​ໂຮ່ຈິີມິນ

12:35 | 23/05/2022

ຍສໝ - ອະນຸສາວະລີ ໂຮ່ຈີມິນ ຢູ່ຕ່າງປະເທດ ໄດ້ກາຍເປັນມໍລະດົກ, ຮ່ອງຮອຍສັກກາລະຂອງປະທານ ໂຮ່ຈີມິນ, ເປັນເຄື່ອງໝາຍຂອງ ຫວຽດນາມ ຢູ່ແຕ່ລະປະເທດ. ທັງ​ແມ່ນ​ຮູບ​ແບບ​ການ​ຮັກສາ​ນາມມະຍົດ​ວິລະ​ຊົນ​ປົດ​ປ່ອຍ​ຊາດ​ຫວຽດນາມ ຕະຫຼອດ​ໄປ ​ແລະ ​ແມ່ນ​ວິທີ​ການ​ທີ່​ສົມຄວນ​ໄດ້​ຮັບ​ການ​ເຄົາລົບ​ນັບຖື.

ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ
ລັດຖະມົນຕີການຕ່າງປະເທດເຊັກໂກ ຕີລາຄາສູງການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສ.ເຊັກໂກ ແລະຫວຽດນາມ ໃນໄລຍະຜ່ານມາ ລັດຖະມົນຕີການຕ່າງປະເທດເຊັກໂກ ຕີລາຄາສູງການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສ.ເຊັກໂກ ແລະຫວຽດນາມ ໃນໄລຍະຜ່ານມາ

ອະນຸສາວະລີ ໂຮ່ຈີມິນ ຢູ່ຕ່າງປະເທດ ໄດ້ກາຍເປັນມໍລະດົກ, ຮ່ອງຮອຍຂອງປະທານ ໂຮ່ຈີມິນ, ຮ່ອງຮອຍຂອງຫວຽດນາມ ຢູ່ຫຼາຍປະເທດໃນໂລກ.

ປີ 1987, ກອງປະຊຸມສະມັດຊາ​ໃຫຍ່ຂອງ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ​ໄດ້​ອອກ​ມະຕິ​ສະ​ເຫຼີ​ມສະຫຼອງ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ ​ດ້ວຍຖານະ “ວິລະ​ຊົນ​ປົດ​ປ່ອຍ​ຊາດ, ນັກວັດທະນະທຳ​ທີ່​ດີ​ເດັ່ນ; ​ໄດ້​ຮັບ​ຮູ້​ປະທານ ​ໂຮ່ຈີ​ມິນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸກຄົນ​ດີ​ເດັ່ນ​ທີ່​ໄດ້​ສ້າງ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາ​ຂອງມວນ​ມະນຸດ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ພ້ອມກັນເຄົາລົບ​ນັບຖື​ປະທານ ​ໂຮ່ຈີ​ມິນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກທີ່ແຕກຕ່າງກັນ. ນັບ​ແຕ່​ນັ້ນ​ມາ, ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ເຊີດ​ຊູ​ປະທານ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ໄປ​ໃນ​ທົ່ວ​ໂລກ.

ໂລກເຊີດຊູ, ຮັກສາ ​ແລະ ​ເສີມຂະຫຍາຍ​ມໍລະດົກກ່ຽວກັບ​ປະທານ​ໂຮ່ຈິີມິນ
ບັນດາຜູ້ແທນເຂົ້າຮ່ວມ​ພິທີ​ຕັ້ງຮູບປັ້ນ ​ປະທານ ​ໂຮ່ຈີ​ມິນ ຢູ່​ນະຄອນ ນິວ​ແດນ​ລີ, ປະເທດອິນເດຍ ໃນວັນທີ 1 ກັນຍາ ປີ 2021. ພາບ: vovworld.vn

ໃນຕອນ​ເຊົ້າ​ວັນ​ທີ 1 ກັນຍາ ປີ 2021, ສະຖານທູດ​ຫວຽດນາມ ປະຈຳ ອິນ​ເດຍ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ ​ແລະ ອໍານາດການປົກຄອງ ນິວ​ແດນລີ ​ໄດ້​ຈັດ​ພິທີ​ຕັ້ງຮູບປັ້ນ ​ປະທານ ​ໂຮ່ຈີ​ມິນ ຢູ່​ນະຄອນ ນິວ​ແດນ​ລີ. ພິທີຕັ້ງຮູບປັ້ນ ແມ່ນໜຶ່ງໃນບັນດາໄລຍະສຸດທ້າຍເພື່ອກະກຽມໃຫ້ແກ່ພິທີຕັ້ງ ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນນິວ​ແດນ​ລີ ເນື່ອງໃນໂອກາດສະ ເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ອິນເດຍ.

ຕໍ່ຈາກນັ້ນ, ເດືອນ ກັນຍາ ປີ 2021, ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ສົມທົບກັບອຳນາດການປົກຄອງເມືອງ Recoleta ແລະ Santiago, ສະຖາບັນວັດທະນະທໍາມິດຕະພາບ ຈີເລ - ຫວຽດນາມ ແລະ ສະມາຄົມຈິດຕະກອນສ້າງຮູບແບບ ຈີເລ ຈັດຕັ້ງງານວາງສະແດງ ຮູບພາບປະທານ ໂຮ່ຈີມິນ: ວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາດີເດັ່ນ.

ຮອດວັນ​ທີ 26 ພະຈິກ ປີ 2021, ສະຖານທູດ​ຫວຽດນາມ ປະຈຳ ຝລັ່ງ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ Marseille ​ໄດ້​ຈັດ​ພິທີ​ເປີດປ້າຍ​ລະນຶກ​ປະທານ ​ໂຮ່ຈີ​ມິນ ຢູ່​ທ່າ​ກຳ​ປັ່ນ​ເກົ່ານະຄອນ Marseille, ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ເດີນທາງ​ມາ​ ຝລັ່ງ ​ເມື່ອ​ປີ 1911.

ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ​ນາງ Audrey Garino, ຮອງ​ເຈົ້າ​ຄອງ​ນະຄອນ​ຮັບຜິດຊອບ​ບັນດາ​ບັນຫາ​ສັງຄົມ, ຄວາມ​ສາມັກຄີ, ຕໍ່ສູ້​ຕ້ານ​ຄວາມອຶດຫິວ-​ທຸກ​ຍາກ ​ແລະ ຄວາມ​ສະ​ເໝີ​ພາບ​ດ້ານ​ກາລະ​ໂອກາດ​ຂອງນະຄອນ Marseille ໄດ້ຖືວ່າ: ປະທານ ​ໂຮ່ຈີ​ມິນ, ໂດຍຜ່ານ​ການດຳລົງຊີວິດ​ຂອງ​ຕົນ ​ແລະ ບັນດາ​ຂີດໝາຍທີ່ປະ​ໄວ້​ໃນ​ປະຫວັດສາດ​ສະຕະວັດ​ ທີ 20, ໄດ້ເປັນປະຫວັດ​ສາດ​ລວມ​ຂອງ​ປະ​ເທດຊາດ ​ແລະ ປະຊາຊົນສອງປະເທດ​ຝລັ່ງ ​ແລະ ຫວຽດນາມ: “ນັ້ນ​ແມ່ນ​ປະຫວັດສາດ​ທີ່​ພວກ​ເຮົາຄິດເຖິງ​ໃນ​ທຸກ​ວັນ​ນີ້, ​ປະ​ຫວັດ​ສາດໄດ້ນໍາປະທານ ​ໂຮ່ຈີ​ມິນ ພົບປະກັບນະຄອນ ແລະ ປະຊາຊົນ Marseille ໃນຊີວິດທີ່ເຕັມໄປດ້ວຍບັນດາເຫດການຂອງທ່ານ. ປ້າຍລະນຶກນີ້ພິສູດໃຫ້ປະຫວັດສາດນັ້ນ ແລະ ຍາມໃດມັນ ກໍ່ຈະຕັກເຕືອນພວກເຮົາ, ໃຫ້ພວກເຮົາມີຄວາມຊົງຈໍານໍ້າໃຈເພື່ອນມິດ ທີ່ຈິງໃຈລະຫວ່າງສອງຊາດ”...

​ມາ​ຮອດ​ປະຈຸ​ບັນ, 22 ປະ​ເທດ​ຢູ່ ​ອາຊີ, ​ເອີ​ລົບ, ອາ​ເມ​ລິ​ກາ ​ລາ​ຕິນ ​ແລະ ອາ​ຟະລິກາ ​ໄດ້​ມີ 29 ຮູບ​ປັ້ນ, ອະນຸສາວະລີ​ປະທານ​ ໂຮ່ຈິີມິນ, ​ເຊິ່ງ​ເປັນ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ຫວຽດນາມ - ຫວຽດນາມ ​ແລະ ​ແມ່ນ​ສະຖານ​ທີ່​ຮັກສາ​ຄວາມ​ຊົງ​ຈຳ​ຂອງ​ປະທານ ​ໂຮ່ຈິ​ມິນ ​ແລະ ​ເປັນ​ບ່ອນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ກັບ​ປະຊາຊົນ ​ແລະ ​ເພື່ອນ​ມິດສາ​ກົນ. ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ກໍ່ໄດ້ກໍ່​ສ້າງ ​ແລະ ສ້ອມ​ແປງ​ບັນດາ​ສະຖານ​ທີ່​ລະນຶກ, ຫໍພິພິທະ​ພັນ ​ແລະ ອື່ນໆ ຢູ່​ບັນດາ​ສະຖານ​ທີ່​ປະທານ ​ໂຮ່ຈີ​ມິນ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ.

ປະຈຸ​ບັນ, ມີ 11 ສະຖານ​ທີ່​ລະນຶກ​ເຖິງ​ປະທານ​ ໂຮ່ຈິ​ມິນ ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ 8 ກິດຈະກໍາ​ຢູ່​ຈີນ, ລາວ, ​ໄທ, 3 ກິດຈະກໍາ​ຢູ່​ຝລັ່ງ, ລັດ​ເຊຍ ​ແລະ ​ເຢຍລະ​ມັນ. ສ່ວນຫຼາຍບັນດາກິດຈະກໍາ​ເຫຼົ່າ​ນີ້​ ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ແຫຼ່ງທຶນ​ຂອງ​ທ້ອງ​ຖິ່ນ, ພົ້ນເດັ່ນແມ່ນ​ຢູ່​ຈີນ, ​ໄທ, ລາວ... ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຂອງ​ປະຊາຊົນ​ໂລກ ທີ່ມີ​ຕໍ່​ປະທານ ​ໂຮ່ຈິ​ມິນ ​ແລະ ຫວຽດນາມ ​ ເວົ້າ​ລວມ.

ໂລກເຊີດຊູ, ຮັກສາ ​ແລະ ​ເສີມຂະຫຍາຍ​ມໍລະດົກກ່ຽວກັບ​ປະທານ​ໂຮ່ຈິີມິນ
ຮູບປັ້ນປະທານ ໂຮ່ຈີມິນ ຢູ່ຂ້າງໂຕະ ແລະ ຕັ່ງຫວາຍແບບງ່າຍດາຍ.ພາບ: baotanglichsuquocgia.vn

ບັນດາ​ສຳນັກງານ​ຜູ້​ຕາງໜ້າ​ກໍ່​ໄດ້​ວາງ​ແຜ່ນ ​ແລະ ຕິດ​ປ້າຍ​ທອງ​ແດງ​ຢູ່​ສິງກະ​ໂປ, ອັງກິດ, ສະ​ໂລ​ວາ​ກີ, ອິນ​ເດຍ ​ແລະ ຝະຣັ່ງ... ​ເພື່ອ​ບັນທຶກ​ສະຖານ​ທີ່​ປະທານ ​ໂຮ່ຈີ​ມິນ ດຳລົງ​ຊີວິດ, ສຶກສາ, ​ເຮັດ​ວຽກ ຫຼື ເຄີຍໄດ້ໄປຜ່ານ​.

ທ່ານ ປອ ຈູດຶກຕິ໊ງ, ອະດີດ​ຜູ້​ອຳ​ນວຍ​ການ​ຫໍພິພິທະ​ພັນ ​ໂຮ່ຈີ​ມິນ ​ໄດ້​ເຂົ້າ​ຮ່ວມ​ໂຄງການ​ເຊີດ​ຊູ​ປະທານ ​ໂຮ່ຈີ​ມິນ ຢູ່​ຕ່າງປະ​ເທດ ​ແຕ່​ປີ 2009 – 2019 ໂດຍກົງ, ​ໃຫ້​ຮູ້​ວ່າ: “ບໍ່ວ່າຢູ່​ປະ​ເທດ​ໃດ (ຢູ່ ອາຊີ, ​ເອີ​ລົບ ຫລື ອາ​ເມ​ລິ​ກາ​ໃຕ້, ອາ​ເມ​ລິ​ກາ​ກາງ), ​ເມື່ອພວກຂ້າພະເຈົ້າໄປເຮັດວຽກກ່ຽວກັບເລື່ອງຕັ້ງອະນຸສາວະລີປະທານ ໂຮ່ຈີມິນ ​ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສະພາ​ປະຊາຊົນ​ນະຄອນ​ປະເທດປະຈໍາຖິ່ນ. ນັ້ນແມ່ນສິ່ງທີ່ພວກ​ຂ້າພະ​ເຈົ້າ ​ຮູ້ສຶກ​ເອກອ້າງທະນົງໃຈ​ ​ແລະ ​ຕື້ນຕັນໃຈທີ່​ສຸດ ຍ້ອນ​ລຸງ​ໂຮ່ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ​ບັນດາ​ເພື່ອນ​ມິດໂລກ".

ຕາມຂໍ້ມູນຂອງ​ຫໍພິພິທະ​ພັນ​ໂຮ່ຈິ​ມິນ, ປະທານ ​ໂຮ່ຈີ​ມິນ ​ໄດ້​ໄປ​ຢ້ຽມຢາມ 56 ປະ​ເທດ​ໃນ​ທົ່ວ​ໂລກ. ການ​ຕັ້ງ​ຊື່​ໂຮງຮຽນ ​ແລະ ຫ້ອງ​ຮຽນ​ຊື່ “​ໂຮ່ຈີ​ມິນ” ກໍ່​ໄດ້ປະຕິບັດ​ຢູ່​ຫຼາຍ​ປະ​ເທດ​ ຄື: ລັດ​ເຊຍ, ຢູ​ແກຼນ, ມົງ​ໂກ​ລີ, ສ.​ເກົາຫຼີ, ​ເມັກ​ຊິກ, ກູ​ບາ... ປະຈຸ​ບັນ, ມີ 20 ​ເສັ້ນທາງທີ່ມີ ຊື່ປະທານ ໂຮ່ຈີມິນ. ​ເລື່ອງ​ຈັດ​ພິມ ​ແລະ ຈຳໜ່າຍ​ບັນດາສື່​ສິ່ງ​ພິມ, ປຶ້ມ, ຮູບ​ເງົາ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ກໍ່ໄດ້ຮັບ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ເກືອບ 40 ປຶ້ມ​ຂອງ​ນັກ​ປະພັນ​ຕ່າງປະ​ເທດ​ ແນະນຳ​ຊີວະ​ປະຫວັດ​, ພິໄນກຳ ​ແລະ ພາລະກິດຂອງ​ປະທານ ​ໂຮ່ຈີ​ມິນ.

ອະນຸສາວະລີ ໂຮ່ຈີມິນ ຢູ່ຕ່າງປະເທດ ໄດ້ກາຍເປັນມໍລະດົກ, ຮ່ອງຮອຍສັກກາລະຂອງ ປະທານ ໂຮ່ຈີມິນ, ເປັນເຄື່ອງໝາຍຂອງ ຫວຽດນາມ ຢູ່ແຕ່ລະປະເທດ. ທັງ​ແມ່ນ​ຮູບ​ແບບ​ການ​ຮັກສາ​ນາມມະຍົດ​ວິລະ​ຊົນ​ປົດ​ປ່ອຍ​ຊາດ​ຫວຽດນາມ ຕະຫຼອດ​ໄປ ​ແລະ ​ແມ່ນ​ວິທີ​ການ​ທີ່​ສົມຄວນ​ໄດ້​ຮັບ​ການ​ເຄົາລົບ​ນັບຖື.

ບູນມີ

ເຫດການ
302 Found

Found

The document has moved here.