ນັກການເມືອງອາເມລິກາ ຕີລາຄາສູງບົດກ່າວປາໄສຂອງນາຍົກລັດຖະມົນຕີຫວຽດນາມ ຢູ່ CSIS

07:38 | 20/05/2022

ຍສໝ - ທ່ານ​ຮອງ​ປະທານ​ສະພາ​ການ​ຄ້າ ຫວຽດນາມ - ອາ​ເມ​ລິ​ກາ ຖື​ວ່າ: ນີ້​ແມ່ນບົດກ່າວປາໄສ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ; ກວມ​ລວມ​ຫຼາຍ​ບັນຫາ​ໃຫຍ່​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ດີ​ຈີ​ຕອນ, ບັນຫາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ...

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud
ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ

​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ອາ​ເມ​ລິ​ກາ ສະໄໝພິເສດ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມ​ມິ​ງຈິ໊ງ ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ສູນຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ​ຂອງ​ອາ​ເມ​ລິ​ກາ (CSIS), ​ໂດຍໄດ້ຖ່າຍທອດສານກ່ຽວກັບ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ຮ່ວມ​ມື​ສາກົນ​ເພື່ອ​ແກ້​ໄຂ​ບັນຫາ​ ເຖິງຈະເປັນປະເທດ​ໃຫຍ່ ​ຫຼື ​ປະ​ເທດ​ນ້ອຍ, ​ຮັ່ງມີ ​ຫຼື​ ທຸກ​ຍາກ ກໍ​ຕ້ອງ​ຮ່ວມແຮງຮ່ວມໃຈກັນ, ຢືນຢັນ​ວ່າ ຫວຽດນາມ ຢືນ​ຢູ່​ຂ້າງ​ຄວາມ​ຍຸຕິ​ທຳ, ຊອບທໍາ, ກົດໝາຍ​ສາກົນ. ສານ​ດັ່ງກ່າວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ວົງ​ການ​ການ​ເມືອງ, ນັກ​ຮຽນຮູ້ ​ແລະ ບັນດາ​ອົງການ​ການ​ທູດ.

ນັກການເມືອງອາເມລິກາ ຕີລາຄາສູງບົດກ່າວປາໄສຂອງນາຍົກລັດຖະມົນຕີຫວຽດນາມ ຢູ່ CSIS
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມ​ມິ​ງຈິ໊ງ ​ກ່າວ​ຄຳ​ປາ​ໄສ​ຢູ່​ສູນຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ​ຂອງ​ອາ​ເມ​ລິ​ກາ (CSIS). ພາບ: TTXVN

ຜູ້ອຳນວຍການ​ໂຄງການ​ຂໍ້​ລິ​ເລີ່​ມຄວາມ​ໂປ່​ງ​ໃສ​ການເດີນທະ​ເລ​ອາຊີ ສັງກັດ CSIS, ທ່ານ Gregory B.Poling ​ໄດ້ຕີລາຄາ​ວ່າ: “ບົດກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສົ່ງບັນດາສານ​ສຳຄັນ, ຮອບດ້ານ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາຕໍ່ບັນດາບັນຫາທີ່ມີລັກສະນະທົ່ວໂລກ​ຂອງຫວຽດນາມ. ສານທີ່ມີຄວາມເຂັ້ມແຂງທີ່ສຸດຂອງ ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໊ງ ລະຫວ່າງ​ການ​ເຈລະຈາ ​ແລະ ການ​ປະ​ທະ​ກັນ, ຫວຽດນາມ ເລືອກ​ເອົາ​ການເຈລະຈາ, ບໍ່​ເລືອກ​ສົງຄາມ, ​ເລືອກ​ເອົາ​ການ​ຮ່ວມ​ມື ​ແລະ ການ​ແກ່ງແຍ້ງຢ່າງປອດໃສ... ​ເຖິງ​ວ່າ​ຈະ​ເປັນ​ປະ​ເທດ​ພວມ​ພັດທະນາ​ກໍ່ຕາມ, ​ແຕ່ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຕັດສິນ​ໃຈ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ COP 26 ​ເພື່ອ​ຫຼຸດ​ການ​ປ່ອຍ​ອາຍ​ພິດ​ໃຫ້​ເປັນ​ສູນ​ໃນ​ປີ 2050.

ທ່ານ​ນາງ Virginia Foote, ຮອງ​ປະທານ​ສະພາ​ການ​ຄ້າ​ຫວຽດນາມ - ອາ​ເມ​ລິ​ກາ ຖື​ວ່າ: ນີ້​ແມ່ນ​ຄຳ​ປາ​ໄສ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ. ທ່ານ​ນາງ​ຢືນຢັນ​ວ່າ: “ຂ້າພະ​ເຈົ້າ​ຄິດ​ວ່າ ບົດກ່າວປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ ອາ​ເມ​ລິ​ກາ, ທ່ານກໍ່ສາມາດ​ເຫັນ​ວ່າ​ມີ​ຫລາຍ​ຄົນ​ ​ສົນ​ໃຈ​ຕິດຕາມໂດຍກົງ. ບົດກ່າວປາໄສ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເສັ້ນທາງ​ການ​ພົວພັນຮ່ວມມືລະຫວ່ງຫວຽດນາມ ແລະ ອາເມລິກາ. ​​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ກວມ​ລວມ​ຫຼາຍ​ບັນຫາ​ໃຫຍ່​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ດີ​ຈີ​ຕອນ, ບັນຫາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນບົດກ່າວ​ປາ​ໄສ​ທີ່​ສຸດຍອດ​ສຳລັບ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ - ຫວຽດນາມ ​ໃນ​ອະນາຄົດ.”

ທ່ານນາງ ຮ່າເຟືອງ, ຜູ້ອໍານວຍການຂັ້ນສູງຂອງ ບໍລິສັດທີ່ປຶກສາດ້ານນະໂຍບາຍ ແລະ ຍຸດທະສາດ BowerGroupAsia ຢືນຢັນ​ວ່າ: “ຂ້າພະ​ເຈົ້າ​ເຫັນ​ວ່າ: ບົດບາດ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ເຕີບໃຫຍ່ເຂັ້ມແຂງ​ ​ແລະ ​ໄດ້​ຮັບ​ການຖືເປັນສຳຄັນຈາກ​ບັນດາ​ຄູ່​ຮ່ວມ​ມື. ແງ່ຫວັງການຮ່ວມມືສອງຝ່າຍລະຫວ່າງ ອາເມລິກາ-ຫວຽດນາມ ແມ່ນກວ້າງຂວາງທີ່ສຸດ”.

ບົດກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງຈິ໊ງ ໄດ້​ຖ່າຍທອດສານກ່ຽວກັບ​ຫວຽດ​ນາມ ທີ່​ຈິງ​ໃຈ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມື​ສາ​ກົນ, ເປັນ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ທີ່ໄວ້ເນື້ອເຊື່ອໃຈໄດ້​ກັບ ອາ​ເມ​ລິ​ກາ ແລະ ຄູ່​ຮ່ວມ​ມື​ຫຼາຍ​ຝ່າຍຕ່າງໆ.

ບູນມີ

ເຫດການ
302 Found

Found

The document has moved here.