ມີລະດູຮ້ອນທີ່ຮ້ອນປານແຜດເຜົາ

16:41 | 11/05/2022

ຍສໝ - ລຸ້ນ 8X ຂອງພວກຂ້າພະເຈົ້າ, ບໍ່ວ່າຈະຢູ່ໃນເມືອງ ຫຼື ຊົນນະບົດ, ຫຼາຍ ຫຼືຫນ້ອຍກໍ່ໄດ້ມີຄວາມຊົງຈໍາຂອງຊຸມວັນລະດູຮ້ອນທີ່ຮ້ອນປານແຜດເຜົາ. ເມື່ອຮອດລະດູດອກຝາງແດງ, ສຽງຈັກຈັ່ນ ເປັນສັນຍານວ່າ ຊຸມມື້ໃນລະດູຮ້ອນສາມາດໄປຫຼິ້ນໄດ້ຢ່າງເສລີ, ບໍ່ຕ້ອງຫ່ວງເລື່ອງຮຽນຫນັງສື.

ນະ​ຄອນ​ໂຮ່​ຈີ​ມິນ​ຂຶ້ນ​ແຜນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍເກືອບ 900.000 ຄົນ​ທີ່​ມີ​ອາ​ຍຸ​ແຕ່ 5 – 12 ປີ ນະ​ຄອນ​ໂຮ່​ຈີ​ມິນ​ຂຶ້ນ​ແຜນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍເກືອບ 900.000 ຄົນ​ທີ່​ມີ​ອາ​ຍຸ​ແຕ່ 5 – 12 ປີ
ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10 ຄົນ

ລະດູຮ້ອນໃນປີນັ້ນ ພວກຂ້າພະເຈົ້າບໍ່ມີຄອມພິວເຕີ, iPad, ໂທລະພາບ ແລະບໍ່ມີເຄືອຂ່າຍສື່ສັງຄົມ ຄືໃນປັດຈຸບັນ. ຢ່າງວ່າທັນສະໄໝຫຼາຍ ແລະ ມີເງື່ອນໄຂທີ່ດີທີ່ສຸດ ກໍແມ່ນພວກຂ້າພະເຈົ້າ ເຊີນຊວນກັນ ໄປສູນເຊົ່າປຶ້ມກາຕູນຈຳນວນໜຶ່ງເພື່ອນັ່ງອ່ານ...

ມີລະດູຮ້ອນທີ່ຮ້ອນປານແຜດເຜົາ

ການລະຫຼິ້ນໃນໄວເດັກທີ່ບໍ່ເຄີຍລືມ. ພາບທາງອິນເຕີເນັດ

ຊີວິດ​ທີ່​ສະຫງົບ​ສຸກ​ໄດ້ຜ່ານໄປເລື້ອຍໆ​, ລະດູ​ຮ້ອນ​ທີ່​ຮ້ອນ​ເອົ້າ​ນັ້ນ​ຍັງ​ຕ້ອງຫຼີກ​ໃຫ້​ປຶ້ມ​ໃນ​ລະດູ​ການ​ກັບ​ຄືນ​ໄປ​ໂຮງຮຽນ. ແລະແລ້ວ ​ລູກ​ຫຼານ​ໃນ​ໝູ່​ບ້ານ​ຂ້າພະ​ເຈົ້າ​ກໍ່​ນັບ​ມື້​ນັບ​ເຕີບ​ໃຫຍ່, ​ເພື່ອນ​ມິດ​​ທົ່ວ​ທຸກ​ຫົນ​ທຸກ​ແຫ່ງ ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມກັນສ້າງສາ​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງ​ນອນ​ໃຫ້ນັບ​ມື້​ນັບໃຫຍ່ ແລະ ​ສວຍ​ງາມຕື່ມອີກ.

​ໃນ​ສະຕະວັດ​ໃໝ່, ປະ​ເທດ​ຊາດ​ມີ​ການ​ປ່ຽນແປງໃໝ່​ດ້ວຍ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເຕັກ​ໂນ​ໂລ​ຢີ, ​ເຮັດ​ໃຫ້​ເດັກນ້ອຍ​ໃນ​ປະຈຸ​ບັນ​ມີ​ເງື່ອນໄຂຫຼາຍ​ກວ່າ​ເກົ່າ. ການລະຫຼິ້ນຂອງລຸ້ນພໍ່ ແລະ ລຸ້ນອາວ ກໍ່ຍັງຄ່ອຍໆຈາງຫາຍໄປ ເມື່ອຈາກຊົນນະບົດໄປສູ່ອາຄານໃນຕົວເມືອງ, ຢູ່ທົ່ວທຸກແຫ່ງກໍ່ມີເຕັກໂນໂລຢີປົກຄຸມ. ອຸ​ປະ​ກອນ​ຄອມ​ພິວ​ເຕີ, ເອ​ເລັກ​ໂຕ​ນິກ​ ແລະ ​ເຄືອ​ຂ່າຍສື່​ສັງ​ຄົມ​ໄດ້​ກວມເອົາເວ​ລາຂອງ​ການ​ກິນ​, ການຮຽນ ​ແລະ ​ການ​ຫຼິ້ນ​ຂອງ​ເຂົາ​ເຈົ້າ. ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ໄດ້​ນຳມາເຊິ່ງ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ຂອງ​ລຸ້ນໜຸ່ມ.

ໃນປັດຈຸບັນ, ບັນດາເດັກນ້ອຍ 8X ໃນມື້ນັ້ນໄດ້ກາຍເປັນພໍ່ເປັນແມ່ແລ້ວ. ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ພັດທະນາ​ຂຶ້ນ, ຄອບຄົວໃດກໍ່ມີເຄື່ອງ​ປັບ​ອາກາດ, ​ໂທລະພາບ, ​ເຄື່ອງ​ຊັກ​ຜ້າ, ຕູ້​ເຢັນທີ່ເຕັມໄປດ້ວຍອາຫານ ​ແລະ ​ເຄື່ອງ​ດື່ມ​. ທຸກໆຄັ້ງທີ່ໄປຮ້ານຊັບພະສິນຄ້າ, ລູກຊາຍຂອງຂ້າພະເຈົ້າ, ນັກສຶກສາມະຫາວິທະຍາໄລປີ 2 ກໍ່ເອົານໍ້າດື່ມ Number 1 ໃສ່ເຕັມຕູ້ ເພື່ອດື່ມໃຫ້ມີຄວາມສົດຊື່ນໃນເວລາທວນຄືນບົດຮຽນເພື່ອເສັງ, ຮຽນຕອນທ່ຽງ ຫຼື ຕອນຄໍ່າຮຽນໃນໄລຍະທວນຄືນບົດຮຽນເພື່ອສອບເສັງ.

ມີລະດູຮ້ອນທີ່ຮ້ອນປານແຜດເຜົາ
ນໍ້າດື່ມ Number 1.

ທ່າ​ອ່ຽງ​ຂອງ​ສັງຄົມ​ແມ່ນ​​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຈະ​ນຳ​ມາ​ເຊິ່ງ​ເງື່ອນ​ໄຂ​ທີ່​ດີ​ຂຶ້ນ​ໃຫ້​ແກ່​ຄົນ​ໃນ​ສັງຄົມ​ນັ້ນ. ແສງຕາເວັນທີ່ຮ້ອນເອົ້າຂອງລະດູຮ້ອນໃນເມື່ອກ່ອນ ຍາກທີ່ຈະມີກັບເດັກນ້ອຍໃນຕົວເມືອງ ແຕ່ຄວາມຊົງຈຳນັ້ນຍັງຄົງຢູ່ນຳພວກເຮົາແຕ່ລະຄົນຕະຫຼອດໄປ.

ບູນມີ

ເຫດການ
302 Found

Found

The document has moved here.