![]() |
ບັນຍາກາດທີ່ກອງປະຊຸມ.(ພາບ:truyenhinhnghean.vn)
ລະດູແລ້ງປີ 2018-2019, ຄະນະຊີ້ນໍາ 515 ແລະ ກອງບັນຊາການທະຫານແຂວງເງ້ອານ ໄດ້ຊີ້ນໍາກອງທ້ອນໂຮມອັດຖິປະຕິບັດຕາມທິດນໍາ “ສີ່ພ້ອມ” (ພ້ອມກັນກິນ, ພ້ອມກັນຢູ່, ພ້ອມກັນໄປເຮັດວຽກ, ພ້ອມກັນເວົ້າພາສາລາວ) ເປັນຢ່າງດີ; ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກດ້ານພູມີປະເທດ, ບໍລິເວນ, ອາກາດ, ສົມທົບກັບຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະ ປະຊາຊົນແຂວງຊຽງຂວາງ, ວຽງຈັນ, ໄຊສົມບູນ ຂອງປະເທດ ລາວ ຢ່າງແໜ້ນແຟ້ນ ເພື່ອດໍາເນີນການສໍາຫຼວດ, ຊອກຫາ, ຂຸດຄົ້ນ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຈໍານວນ 98 ຊຸດກັບເມືອປະເທດ, ບັນລຸໄດ້ 122,5% ແຜນການທີ່ວາງອອກ.
![]() |
ກອງທ້ອນໂຮມອັດຖິ ດໍາເດີນການຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ລາວ.(ພາບ:truyenhinhnghean.vn)
ນອກຈາກນັ້ນ, ໃນວິວັດການປະຕິບັດໜ້າທີ່, ກອງທ້ອນໂຮມອັດຖິ ກໍ່ໄດ້ປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ, ປະກອບສ່ວນຊ່ວຍປະຊາຊົນລາວ ຍົກສູງຄຸນນະພາບຊີວິດການເປັນຢູ່, ປັບປຸງສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ຕື່ມອີກ.
(ໄຊພອນ)