ມອບ​ຂອງ​ຂວັນ ໃຫ້​ແກ່ 100 ຄອບ​ຄົວ​ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ

10:15 | 11/05/2022

ຍ​ສ​ໝ - ວັນ​ທີ 9 ພຶດ​ສະ​ພາ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ ເກິ່ນ​ເທີ ໄດ້​ສົມ​ທົບ​ກັບ​ຫ້ອງ​ກາ​ນ​ຊົນ​ເຜົ່າ​ເມືອງ ເກີ​ດໍ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເທດ​ສະ​ບານ ເກີ​ດໍ ໄດ້​ມາ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ ຢູ່​ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ຢູ່​ເມືອງ ເກີ​ດໍ, ນະ​ຄອນ​ເກິ່ນ​ເທີ.

ຫວຽດ​ນາມ ສືບ​ຕໍ່​ພາ​ລະ​ກຳ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນຕິ​ພາບ ສ​ະ​ຫະ​ປະ​ຊາ​ຊາດ ຫວຽດ​ນາມ ສືບ​ຕໍ່​ພາ​ລະ​ກຳ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນຕິ​ພາບ ສ​ະ​ຫະ​ປະ​ຊາ​ຊາດ
ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ມອບ​ຂອງ​ຂວັນ ໃຫ້​ແກ່ 100 ຄອບ​ຄົວ​ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ
ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ

ຄະ​ນະ​ຜູ້​ແທນ ແລະ ການ​ນຳ​ທ້ອງ​ຖິ່ນ​ໄດ້​ລົ​ງ​ຢຶ້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ, ພ້ອມ​ທັງ​ມອບ​ຂອງ​ຂວັນ​ໃຫ້​ແກ່ 100 ຄອບ​ຄົວ​ຂຶ້ນ​ກັບ​ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ. ຂອງ​ຂວັນແຕ່ລະພູດ​ລ​ວມ​ມີ: ເຂົ້າ​ສານ, ເຂົ້າ​ໜົມ ແລະ ເງິນ​ສົດ ໂດຍ​ທ່ານ Ko Jae Seung ສະ​ມາ​ຊິກ​ປະ​ຊາ​ຄົມ​ຊາວ ສ​.ເກົາຫຼີ ປະ​ຈຳ ຫວຽດ​ນາມ ອຸ​ປະ​ຖຳ.

ຕາງໜ້າ​ໃຫ້​ບັນດາ​ຄອບຄົວ​ໝູ່​ບ້ານ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ, ການ​ນຳ​ທ້ອງ​ຖິ່ນ​ໄດ້​ຂອບ​ໃຈ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີ່ນ​ເທີ, ປະຊາ​ຄົມ​ຊາວ ສ.​ເກົາຫຼີ ຢູ່ ຫວຽດນາມ ​ແລະ ທ່ານ Ko Jae Seung ທີ່​ໄດ້​ມີ​ຄວາມ​ສົນ​ໃຈ​ໜູນ​ຊ່ວຍ​ບັນດາ​ຂອງຂວັນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ດັ່ງ​ກ່າວ, ຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ມີຊີວິດກາ​ນ​ເປັນ​ຢູທີ່​່​ເປັນ​ປົກ​ກະ​ຕິ.

ໝູ່​ບ້ານ​ມິດຕະພາບ​ ຫວຽດນາມ - ສ.​ເກົາຫຼີ ຢູ່​ໝູ່​ບ້ານ​ເທີຍ​ຮ່ວາ B, ​ເມືອງ ​ເກີ​ດໍ, ​ນະ​ຄອນ​ເກິ່ນ​ເທີ​ໄດ້​ຮັບ​ການເປີດ​ ​ນັບ​ແຕ່​ເດືອນ ເມ​ສາ 2018 ເປັນ​ຕົ້ນ​ໄປ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ ACEF ​ແລະ ​ແຂວງ Deagu - ສ.​ເກົາຫຼີ ດ້ວຍ​ການກໍ່ສ້າງ​ເຮືອນ 21 ຫຼັງເພື່ອ​ໜູນ​ຊ່ວຍ​ຄອບຄົວ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ເກີ​ດໍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.