GNI ຮ່ວມມືກັບ HMC ແລະ IUCN ເພື່ອຟື້ນຟູປ່າຊາຍເລນ ຢູ່ຫວຽດນາມ

16:48 | 27/10/2023

ຍສໝ - Good Neighbors International, ສະຫະພັນອະນຸລັກທຳມະຊາດສາກົນ, ບໍລິສັດ Hyundai Motor ໄດ້ລົງນາມໃນສັນຍາຮ່ວມມືໂຄງການຟື້ນຟູປ່າຊາຍເລນ IONIQ ຢູ່ ຫວຽດນາມ.

VSIP ຮ່ວມມືກັບ 9 ແຂວງ, ນະຄອນ ເພື່ອພັດທະນາສວນອຸດສາຫະກຳສະຫຼາດ VSIP ຮ່ວມມືກັບ 9 ແຂວງ, ນະຄອນ ເພື່ອພັດທະນາສວນອຸດສາຫະກຳສະຫຼາດ
GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024 GNI ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດຕະສາດ​ໃນ​ໂຮງ​ຮຽນ​ໄລ​ຍະ 2022 – 2024

ວັນ​ທີ 24 ຕຸລາ​ນີ້, ອົງການ Good Neighbors International (GNI) ​ ​ສົມທົບ​ກັບ ສະຫະພັນອະນຸລັກທຳມະຊາດສາກົນ ((International Union for Conservation of Nature and Natural resources, ​ເອີ້ນຫຍໍ້ເເມ່ນ IUCN) ​ແລະ ບໍລິສັດ Hyundai Motors (HMC) ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໂຄງການ “ຟື້ນຟູປ່າຊາຍເລນ IONIQ ຫວຽດນາມ” ເພື່ອ​ເພີ່ມ​ທະວີຄວາມຫຼາກ​ຫຼາຍຂອງຊີວະສາດ ​ແລະ ຟື້ນ​ຟູ​ໜ້າ​ທີ່​ປ່າ​ໄມ້​ຢູ່​ແຂວງ ກ່າ​ເມົາ, ຫວຽດນາມ.

GNI ຮ່ວມມືກັບ HMC ແລະ IUCN ເພື່ອຟື້ນຟູປ່າຊາຍເລນ ຢູ່ຫວຽດນາມ
ບັຍຍາກາດທີ່ພິທີລົງນາມ.

ພິທີລົງນາມຂໍ້ຕົກລົງຮ່ວມມືຄັ້ງນີ້ ເປັນໜຶ່ງໃນສ່ວນປະກອບຂອງໂຄງການສ້າງປ່າໄມ້ທີ່ເປັນມິດກັບສິ່ງແວດລ້ອມຂອງບໍລິສັດ Hyundai Motors ທີ່ມີຊື່ວ່າ "Ioniq Forest". ​ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ຟື້ນ​ຟູ​ປ່າ​ໄມ້ທີ່​ຖືກ​ທຳລາຍ ​ແລະ ຮັບມືກັບການ​ປ່ຽນ​ແປງ​ຂອງດິນຟ້າອາກາດຜ່ານການປູກປ່າຊາຍເລນ ຢູ່​ເຂດ​ກ່າ​ເມົາ, ​ເຂດ​ສາມຫຼ່ຽມ​ອຸດສາ​ຫະກຳຢູ່ເຂດແມ່​ນ້ຳຂອງຫວຽດນາມ.

GNI ຈະ​ມານະ​ພະຍາຍາມ​ຟື້ນ​ຟູ​ພາລະໜ້າທີ່​ປ່າ​ໄມ້ ​ແລະ ສ້າງປ່າ​ໄມ້ໃໝ່​, ພາຍຫຼັງ​ປູກ​ຕົ້ນ​ໄມ້ 120.000 ​ຕົ້ນ​ຢູ່​ເຂດ​ປ່າຊາຍເລນແຂວງ ກ່າ​ເມົາ ​ໃນ​ປີໜ້າ ​ແລະ ຕີ​ລາຄາ​ເພື່ອ​ຜັນ​ຂະຫຍາຍ​ຕົວຮູບ​ແບບ.

ນອກຈາກ​ນັ້ນ, ກ່າ​ເມົາ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ພາຍຫຼັງ​ການ​ລ້ຽງກຸ້ງ​ມາ​ເປັນ​ເວລາ​ຍາວ​ນານ, ດັ່ງ​ນັ້ນ, ນອກຈາກການ​ຟື້ນ​ຟູ​ການ​ໜ້າທີ່​ຂອງ​ປ່າ ເເລະ ເພີ່ມ​ຫຼາຍຮູບແບບຊີວະສາດຂຶ້ນແລ້ວ, ​ໂຄງການ​ຍັງ​ກໍ່ສ້າງ “ລະບົບ​ລ້ຽງປູກກຸ້ງ​ປ່າ​ຮ່ວມກັນ” ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຝຶກ​ອົບຮົມ​ໃຫ້​ປະຊາຊົນ​ໃນ​ເຂດຊຸມຊົນກ່ຽວກັບວິທີການລ້ຽງຊັບພະຍາກອນນ້ຳທີ່ເປັນມິດກັບສິ່ງແວດລ້ອມ.

ທ່ານ Park Dong Chul ຫົວໜ້າຜູ້ຕາງໜ້າ GNI ແບ່ງປັນວ່າ: “GNI ຮ່ວມກັບ HMC ແລະ IUCN ຈະຮ່ວມກັນແກ້ໄຂການປ່ຽນແປງອາກາດ ເເລະ ນຳມາເຊິ່ງປະສິດທິຜົນທີ່ຕັ້ງໜ້າຜ່ານບັນດາການເຄື່ອນໄຫວປູກປ່າຊາຍເລນ ຢູ່ໃນເຂດແມ່ນ້ຳຂອງ, ພ້ອມດຽວກັນນັ້ນ, ພວກເຮົາກໍ່ຫວັງວ່າ ໂຄງການນີ້ຈະເປັນພື້ນຖານສໍາລັບ GNV, HCM, ແລະ IUCN ເພື່ອຮ່ວມກັນຂະຫຍາຍເຄືອຂ່າຍຄູ່ຮ່ວມງານເພື່ອຮ່ວມກັນແກ້ໄຂການປ່ຽນແປງຂອງດິນຟ້າອາກາດ ແລະ ເຂົ້າຮ່ວມໃນຫຼາຍໂຄງການທີ່ແຕກຕ່າງກັນເພື່ອປົວແປງຊີວິດຂອງປະຊາຊົນ".

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.