ຄວາມຮັກແພງຊ່ວຍເຫລືອກັນໃນຊ່ວງເວລາເກີດໂລກລະບາດ

11:30 | 20/09/2021

ໃນຊຸມມື້ຜ່ານມາ ເມື່ອບັນດາກຳລັງແນວຫນ້າໃນການປ້ອງກັນຕ້ານໂລກລະບາດ ພວມເຮັດວຽກທັງເວັນ ແລະ ຄືນນັ້ນ, ປະຊາຊົນຢູ່ແນວຫລັງກໍ່ສຸດຈິດສຸດໃຈພ້ອມກັນສາມັກຄີຊ່ວຍເຫລືອກັນປະກອບສ່ວນຍູ້ໂລກລະບາດໃຫ້ຖອຍໄປ. ຢູ່ ເຊີນລາ ມີສ່ວນບຸກຄົນຫລາຍຄົນ, ວິສາຫະກິດຫລາຍແຫ່ງ ໄດ້ມອບທັນຍາຫານ, ອາຫານ ໄປໃຫ້ປ້ອມປ້ອງກັນຕ້ານໂລກລະບາດໂຄວິດ- 19, ບັນດາກຳລັງທີ່ພວມເຮັດວຽກຢູ່ໃນເຂດແຍກຕົວ ແລະ ປະຊາຊົນໃນເຂດປິດລ້ອມ. ມີບ້ານຊົນເຜົ່າຫລາຍແຫ່ງຢູ່ເຂດພູສູງຊາຍແດນ ໄດ້ສ້າງເຂດແຍກຕົວ ກຽມພ້ອມຕ້ອນຮັບລູກຫລານທີ່ກັບມາຈາກເຂດເກີດໂລກລະບາດ. ຜູ້ໃດກໍ່ຢາກປະກອບສ່ວນ ກຳລັງເຫື່ອແຮງເລັກໆນ້ອຍໆຂອງຕົນເພື່ອພ້ອມກັບທົ່ວປະເທດຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ.

ຫັນການພົວພັນການຄ້າ ຫວຽດນາມ - ຈີນ ເປັນສະດວກ ຫັນການພົວພັນການຄ້າ ຫວຽດນາມ - ຈີນ ເປັນສະດວກ
USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ
ພາບປະກອບ
ພາບປະກອບ

ທ່ານນາງ ເລທິຮົ່ງເຝີມ, ເລຂາຫນ່ວຍພັກ ໜ່ວຍ 3 ຕາແສງ ກວຽດທັງ ນະຄອນ ເຊີນລາ ໃຫ້ຮູ້ວ່າ: ພາຍຫລັງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂອງນະຄອນເຊີນລາ ປຸກລະດົມການສະຫນັບສະຫນູນທັນຍາຫານ, ອາຫານ ຊ່ວຍເຫລືອປະຊາຊົນ ນະຄອນໂຮ່ຈີມິນ (21-25/8), ພໍ່ແມ່ປະຊາຊົນຢູ່ບໍລິເວນ ໄດ້ປະກອບສ່ວນທັນຍາຫານ, ອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນດ້ວຍປະລິມານຫລວງຫລາຍເພື່ອປະກອບສ່ວນຊ່ວຍຊາວພາກໃຕ້ ມີຄວາມອຸ່ນອ່ຽນໃຈປ້ອງກັນຕ້ານໂລກລະບາດ.

“ພວກຂ້າພະເຈົ້າຂົນຂວາຍປະຊາຊົນບໍລິຈາກເຂົ້າສານຢ່າງຫນ້ອຍສຸດແມ່ນ 3 ກິໂລກຼາມ, ມີມູນຄ່າປະມານ 50.000 ດົ່ງ ແຕ່ບາງຄອບຄົວກໍ່ບໍລິຈາກເງິນສົດ300.000, 500.000ດົ່ງ, ໃນໜ່ວຍຂອງພວກຂ້າພະເຈົ້າ ມີກວ່າ 200 ຄອບຄົວ. ຈິດໃຈຄວາມຮັກແພງຊ່ວຍເຫລືອຂອງປະຊາຊົນທີ່ມີຕໍ່ຊາວພາກໃຕ້ຄືດັ່ງກ່າວ ພວກຂ້າພະເຈົ້າເຫັນແລ້ວຮູ້ສຶກຕຶ້ນຕັນໃຈທີ່ສຸດ”

ພາຍຫລັງ 3 ມື້ທີ່ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂອງແຂວງ ເຊີນລາ ປຸກລະດົມ, ມີພະນັກງານ, ປະຊາຊົນ ຢູ່ 7 ຕາແສງໃນນະຄອນ ໄດ້ປະກອບສ່ວນສະບຽງອາຫານເກືອບ 55 ໂຕນ. ໃນຕອນຄ່ຳວັນທີ 24 ສິງຫາ, ສິນຄ້າທັງໝົດທີ່ໄດ້ຮັບຈາກການຊ່ວຍເຫລືອນັ້ນ ພວກຂ້າພະເຈົ້າໄດ້ສົ່ງໄປນະຄອນໂຮ່ຈີມິນ.

ແລະກໍ່ຢູ່ໃນແຂວງ ເຊີນລາ, ພາຍຫລັງເມືອງ ຟູ່ອຽນ ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງລັດຖະບານ, ມີຫລາຍບ້ານ, ຕາແສງ ເຖິງວ່າຍັງທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ -19 ກໍ່ຕາມ, ແຕ່ຜູ້ໃດກໍ່ບອກກັນວ່າ ໃນຄອບຄົວມີສິ່ງໃດກໍ່ປະກອບສິ່ງນັ້ນ. ເອື້ອຍ ເລື່ອງທິມາຍ ຢູ່ ຕາແສງ ອຽນເຈົາ ໃຫ້ຮູ້ວ່າ:

“ຍ້ອນຜົນສະທ້ອນຈາກໂລກລະບາດ ສະນັ້ນ ຜູ້ໃດກໍ່ປະສົບກັບຄວາມຫຍຸ້ງຍາກ ແຕ່ໃນສະພາບການນີ້ ຕ້ອງມີການຊ່ວຍເຫລືອກັນ, ມີຄວາມຮັກແພງກັນ, ຊາວຫວຽດນາມ ພວກເຮົາຍາມໃດກໍ່ມີມູນເຊື້ອອັນດີງາມຄືແນວນີ້. ເຄື່ອງຂອງມີຫນ້ອຍ ແຕ່ຈິດໃຈກວ້າງ ພວກຂ້າພະເຈົ້າຫວັງວ່າປະຊາຊົນຢູ່ບ່ອນແຍກຕົວ ຈະມີຄວາມອຸ່ນອ່ຽນໃຈ ເປັນຈິດຫນຶ່ງໃຈດຽວກັບອຳນາດການປົກຄອງທ້ອງຖິ່ນ ເພື່ອປ້ອງກັນຕ້ານໂລກລະບາດ.”

ໃນຂະນະນັ້ນ ຕູບໄມ້ໄຜ່ນັບຮ້ອຍໆຫລັງໄດ້ສ້າງຂຶ້ນດ້ວຍປະຊາຊົນເອງ ພາຍຫລັງກະກຽມມາໄດ້ສອງສາມມື້ ເພື່ອຕ້ອນຮັບແຮງງານທີ່ໄປເຮັດວຽກຢູ່ຕ່າງແຂວງກັບມາ, ພິເສດແມ່ນ ກັບມາຈາກເຂດເກີດໂລກລະບາດ. ເອື້ອຍ ລ່າທິມີງເຕິມ ຊາວບ້ານ ບໍ໊ເດືອຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຂົ້າຮ່ວມການປຸກຕູບເພື່ອໃຫ້ພໍ່ແມ່ປະຊາຊົນທີ່ໄປເຮັດວຽກຢູ່ຫ່າງໄກກັບມາແຍກຕົວຢູ່ທ້ອງຖິ່ນ ຂ້າພະເຈົ້າດີໃຈຫລາຍ. ຫວັງວ່າ ໃນໄລຍະຈະມາເຖິງ ພໍ່ແມ່ປະຊາຊົນທີ່ໄປທຳມາຫາກິນຢູ່ຫ່າງໄກ ຈະຈົດທະບຽນກັບຄືນມາທ້ອງຖິ່ນ ແລະ ປະຕິບັດການແຍກຕົວຢ່າງປອດໄພ”

ຕູບໄມ້ໄຜ່, ເຕັ້ນຜ້າບັດ… ໂດຍພໍ່ແມ່ປະຊາຊົນໃນບ້ານສ້າງຂຶ້ນນັ້ນ ມີເນື້ອທີ່ ແຕ່ 8-10 ຕາແມັດ, ຮັບປະກັນໄຟຟ້າ, ນ້ຳສະອາດ, ມີເຂດຫ້ອງນ້ຳຕ່າງຫາກ ແລະ ທັງໝົດນັ້ນລ້ວນແຕ່ເຮັດດ້ວຍໄມ້ໄຜ່. ນອກຈາກໄດ້ນຳໃຊ້ເພື່ອແຍກຕົວໃຫ້ພົນລະເມືອງທີ່ກັບມາບ້ານແລ້ວ, ຕູບໄມ້ໄຜ່ເຫຼົ່ານີ້ ຍັງໄດ້ນຳມາປະກອບເປັນເຮືອນຢູ່ສຸກເສີນ ຖ້າເກີດໄພທຳມະຊາດ, ຝົນຕົກນ້ຳຖ້ວມ ກໍ່ຈະໄດ້ມ້າງອອກ ແລະ ສົ່ງໄປຍັງເຂດໄດ້ຮັບຜົນສະທ້ອນເພື່ອສ້າງເປັນບ່ອນຢູ່ຊົ່ວຄາວໃຫ້ປະຊາຊົນ.

ຕາມການສະຖິຕິແລ້ວ, ປະຈຸບັນ ແຂວງ ເຊີນລາ ມີຊາວຜູ້ອອກແຮງງານເກືອບ 30.000 ຄົນທີ່ໄປທຳມາຫາກິນຢູ່ຕ່າງແຂວງ. ໃນໄລຍະຈະມາເຖິງ ມີຫລາຍຄົນໃນຈຳນວນນັ້ນ ຈະກັບຄືນມາທ້ອງຖິ່ນ. ຕູບໄມ້ໄຜ່ຊົ່ວຄາວເຫຼົ່ານີ້ ໄດ້ສ້າງຂຶ້ນຢູ່ໃນບ້ານເພື່ອຕ້ອນຮັບເຂົາເຈົ້າກັບຄືນມາ ນັ້ນແມ່ນວຽກເຮັດທີ່ມີມະນຸດສະທຳທີ່ສຸດໃນຊຸມມື້ຕ້ານໂລກລະບາດ.

ການແບ່ງປັນ, ການຫນູນຊ່ວຍຂອງປະຊາຊົນ ແຂວງເຊີນລາ ໃນຊ່ວງເວລາເກີດໂລກລະບາດໂຄວິດ -19 ໄດ້ປະກອບສ່ວນປະຕິບັດແຜນນະໂຍບາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ” ຂອງລັດຖະບານຫວຽດນາມ ພ້ອມທັງເປັນການເຜີຍແຜ່ຈິດໃຈຄວາມຮັກແພງຊ່ວຍເຫລືອກັນໃນວົງຄະນະຍາດຊຸມຊົນ.

vovworld.vn

ເຫດການ
302 Found

Found

The document has moved here.