ທີມ futsal ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມການແຂ່ງຂັນຊີງແຊມອາຊີ

13:00 | 12/04/2022

ຕອນບ່າຍວັນທີ 10 ເມສາ, ຢູ່ໄທ, ທີມ futsal ຫວຽດນາມ ໄດ້ແຂ່ງຂັນກັບທີມ futsal ມຽນມາ ໃນນັດແຂ່ງຂັນຊີງອັນດັບທີ 3 ໃນການແຂ່ງຂັນ futsal ຊີງແຊມອາຊີຕາເວັນອອກສ່ຽງໃຕ້ 2022.

ທິມກິລາ Futsal ຫວຽດນາມ ກະກຽມໃຫ້ງານແຂ່ງຂັນຊິງແຊັມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ 2022 ທິມກິລາ Futsal ຫວຽດນາມ ກະກຽມໃຫ້ງານແຂ່ງຂັນຊິງແຊັມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ 2022
ທີມ Jiu-Jitsu ຫວຽດນາມ ຢືນອັນດັບທີ 17 ໃນການແຂ່ງຂັນຊິງແຊ້ມໂລກ ທີມ Jiu-Jitsu ຫວຽດນາມ ຢືນອັນດັບທີ 17 ໃນການແຂ່ງຂັນຊິງແຊ້ມໂລກ
ທີມ futsal ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມການແຂ່ງຂັນຊີງແຊມອາຊີ
ສາກໜຶ່ງໃນການແຂ່ງຂັນລະຫວ່າງທີມ futsal ຫວຽດນາມ ແລະທີມ futsal ມຽນມາ. ພາບ: VFF

ທີມ futsal ຫວຽດນາມ ມີລີລາການຫຼິ້ນເໜືອກວ່າ ແລະຍິງປະຕູຂຶ້ນນຳໃນນາທີທີ 29 ໂດຍນັກກິລາ ທິ້ງຟາດ. ໃນນາທີຕໍ່ມາ, ນັກກິລາ ວັນຫວູ້ ພ້ອມກັບເພື່ອນຮ່ວມທີມໄດ້ພາດໂອກາດຍິງປະຕູຕື່ມອີກ ແລະໃນນາທີສຸດທ້າຍຂອງການແຂ່ງຂັນເມື່ອນັກເຕະມຽນມາ Zaw Lin ຍິງເຂົ້າປະຕູສະເໝີກັນ 1-1. ໃນການແຂ່ງຂັນຍິງລູກໂທດ 11 ແມັດ, ຜູ້ເຝົ້າປະຕູ ໂຮ່ວັນອີ ໄດ້ຊ່ວຍທີມ futsal ຫວຽດນາມ ເອົາຊະນະດ້ວຍ 4-1 ປະຕູ. ດ້ວຍຜົນງານນີ້, ທີມ futsal ຫວຽດນາມ ຍາດໄດ້ຫຼຽນທອງ ຄັ້ງທີ 5 ທີ່ການແຂ່ງຂັນ futsal ຊີງແຊມອາຊີຕາເວັນອອກສ່ຽງໃຕ້, ຜ່ານນັ້ນມີສິດໄດ້ເຂົ້າຮ່ວມການແຂ່ງຂັນ futsal ຊີງແຊມອາຊີ 2022.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.