ການທ່ຽວຊົມເມກຢູ່ເຂດພູສູງບັກອຽນໃນແຂວງເຊີນລາ

19:28 | 07/04/2022

ບັນດາກຸ່ມເມກເລື່ອນລອຍຢູ່ເຂດພູສູງ,ງານຕະຫຼາດນັດທີ່ຟົດຟື້ນ, ລົດຫອມຂອງເຫຼົ້າຮາງຈູ໊, ພ້ອມກັບສຽງແຄນຂອງເຜົ່າມົ້ງ... ທັງໝົດເຫຼົ່ານີ້ໄດ້ເຕົ້າໂຮມກັນເປັນຮູບພາບການທ່ອງທ່ຽວສີສັນເຂດພູສູງໃນເມືອງບັກອຽນແຂວງເຊີນລາເຊິ່ງແມ່ນດິນແດນເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນແຜນທີ່ທ່ອງທ່ຽວເຂດເຕິຍບັກໝາຍເຖິງເຂດທາງທິດຕາຕົກສຽງເໜືອຫວຽດນາມ.

ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ
VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022 VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022
ພາບປະກອບ: baosonla
ພາບປະກອບ: baosonla.vn

ດ້ວຍຄວາມສູງເກືອບ 1.000 ແມັດເມື່ອທຽບໃສ່ໜ້ານ້ຳທະເລ,ເຂດທ່ອງທ່ຽວປູ່ຍີຟາມ ຂຶ້ນກັບຕາແສງຟຽງບານເມືອງບັກອຽນ ແມ່ນສະຖານທີ່ທ່ອງທ່ຽວໃໝ່ ທີ່ດຶງດູດແຂກທ່ອງທ່ຽວເມື່ອມາຢາມແຂວງເຊິນລາ. ປູ່ຍີຟາມນອນຢູ່ເຂດໂນນພູທີ່ກວ້າງໃຫຍ່ ດ້ວຍປ່າແປກຂຽວອຸ່ມທຸ່ມ, ບັນດາທົ່ງຫຍ້າທີ່ກວ້າງໃຫຍ່ໄພສານຈົນສຸດສາຍຕາ. ສະຖານທີ່ພັກຜ່ອນຢູ່ ປູ່ຍີຟາມແມ່ນມີຄວາມເປັນເອກະລັກດ້ວຍບັນດາເຮືອນຕູບເຮັດດ້ວຍແກ້ວຢູ່ຕາມເນີນພູ ເຊິ່ງແມ່ນສະຖານທີ່ເພື່ອຕັ້ງຄ້າຍຢູ່ກາງແຈ້ງທີ່ດູດດື່ມ ຂະນະທີ່ແຂກທ່ອງທ່ຽວສາມາດເຊື່ອມຕົວເຂົ້າກັບບັນຍາກາດທີ່ປອດໂປ່ງຮັບຊົມທິວທັດທຳມະຊາດຍາມດວງຕາເວັນຕົກດິນທີ່ເປັນໜ້າປະທັບໃຈ. ອ້າຍ ຫງວຽນແອັງດຶກ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນແບ່ງປັນວ່າ:

“ມາທີ່ນີ້ ສິ່ງທຳອິດທີ່ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າແມ່ນບັນດາເສັ້ນທາງ, ແລ້ວກໍ່ເດີນຜ່ານບັນດາທົ່ງນາທີ່ໄດ້ສ້າງຄວາມປະທັບໃຈເຮັດໃຫ້ເຮົາຢາກຄົ້ນຫາ. ເຮົາເດີນທາງອອກຈາກນະຄອນໂຮ່ຈີມິນແລະຮ່າໂນ້ຍ ມານີ້ກໍ່ຮູ້ສຶກອາກາດປອດໂປ່ງດີທີ່ສຸດ”.

ໂດຍຫ່າງຈາກເມືອງບັກອຽນ 14 ກິໂລແມັດ, ເຂດພູສູງຕາຊົ່ວແມ່ນສະຖານທີ່ ເຊິ່ງແຂກທ່ອງທ່ຽວຂະໜານນາມວ່າແມ່ນແດນສະຫວັນດ້ວຍກຸ່ມເມກເລື່ອນລອຍງາມທີ່ສຸດຢູ່ເຂດເຕິຍບັກ. ຢູ່ແຫ່ງນີ້ຍັງດຶງດູດໃຈແຂກທ່ອງທ່ຽວຍ້ອນວັດທະນະທຳຫຼາກຫຼາຍສີສັນປາກົດໃນຮູບພາບການດຳລົງຊີວິດອອກແຮງງານທຳການຜະລິດຂອງພໍ່ແມ່ພີ່ນ້ອງ. ອ້າຍ ຫງວຽນຈ້ອງຈິງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍໃຫ້ຮູ້ວ່າ:

“ມາຮອດຕາຊົ່ວ, ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຫັນວັດທະນະທຳຫຼາກຫຼາຍສີສັນຂອງພໍ່ແມ່ພີ້ນ້ອງບັນດາເຜົ່າຄວາມປະທັບໃຈທີ່ສຸດແມ່ນສີສັນຂອງເຜົ່າມົ້ງໃນນັ້ນມີສຽງແຄນ, ມີເຄື່ອງໝາຍ ຊາຊານຕ໊ວຽດ”.

ໃນການເດີນທາງໄປຍັງເຂດພູສູງບັກອຽນແຂກທ່ອງທ່ຽວກໍ່ສາມາດຄົ້ນຫາສະຖານທີ່ທ່ອງທ່ຽວທີ່ດູດດື່ມຄືນາຂັ້ນໄດຢູ່ ຊິມຫວ່າງ, ຫາດຫີນບູຮານແຄໂຮ່ ຢູ່ຕາແສງຮາງຈູ໊, ຖ້ຳອາຝູ໋ ຢູ່ຕາແສງຮົ່ງງ່າຍ, ໜອງດອກບົວຢູ່ເທິງພູ ຮວ່າຍ່ານ... ພ້ອມກັນນັ້ນກໍ່ໄປຢ້ຽມຊົມເຂດອ່າງເກັບນ້ຳແມ່ນ້ຳດ່າຮັບຊົມທິວທັດທຳມະຊາດທີ່ເປັນໜ້າຈັບໃຈແລະເຊື່ອມຕົວເຂົ້າກັບບັນຍາກາດທີ່ຟົດຟື້ນຢູ່ງານຕະຫຼາດນັດແຄມແມ່ນ້ຳ. ທ່ານທ່າວອາມົ່ວຮອງປະທານຄະນະກຳມມະການປະຊາຊົນເມືອງບັກອຽນແຂວງເຊີນລາໃຫ້ຮູ້ວ່າທາງທ້ອງຖິ່ນໄດ້ ແລະພວມຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທ່າແຮງຕິດພັນກັບການອະນຸລັກຮັກສາຄວາມງາມຄຸນຄ່າວັດທະນະທຳພື້ນເມືອງໃນການພັດທະນາການທ່ອງທ່ຽວ. ພ້ອມກັນນັ້ນກໍ່ຕັ້ງໜ້າດຶງດູດການລົງທຶນຍົກສູງຄຸນນະພາບລະບົບທາງຄົມມະນາຄົມ, ສະຖານທີ່ພັກເຊົາ, ແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການທ່ອງທ່ຽວ... ສູ້ຊົນເຖິງປີ 2025 ຈະຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 300.000 ເທື່ອຄົນມາຢ້ຽມຢາມບັກອຽນ. ທ່ານ ທ່າວອາມົ່ວເວົ້າວ່າ:

“ເມືອງບັກອຽນໄດ້ມີແຜນການລະອຽດແລ້ວເຊິ່ງສຸມໃສ່ພັດທະນາບັນດາເຂດສະຖານທີ່ທ່ອງທ່ຽວເຊິ່ງໄດ້ຮັບການວາງແຜນຜັງແລະລົງທຶນ. ສູ້ຊົນຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ ເມືອງບັກອຽນກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ”.

ບັກອຽນໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ປະທັບໃຈສຳລັບບໍ່ວ່າຜູ້ໃດມີຄວາມຊົມຊອບທຳມະຊາດທີ່ຮົກເຮື້ອລຽບງ່າຍ ຢາກເຊື່ອມຕົວເຂົ້າກັບທຳມະຊາດແລະຄົ້ນຫາວັດທະນະທຳຫຼາກຫຼາຍສີສັນຢູ່ເຂດພູສູງແຫ່ງນີ້.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.