UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ

06:30 | 15/03/2022

ຍ​ສ​ໝ - ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນສຳລັບປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນໃນການປັບປຸງສຸຂະພາບຈະເລີນພັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍປີຜ່ານມາ.

ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ
ທ່ານ​ໝໍ​ຫວຽດ​ນາມ ໂຄ​ສະ​ນາ​ກ່ຽວ​ກັບການເບິ່ງແຍງ​ສຸ​ຂ​ະ​ພາບ​ໃນ​ການປະສູດ​ໃຫ້​ແກ່​ແມ່​ຍິງ​ຊູ​ດັງ​ໃຕ້ ທ່ານ​ໝໍ​ຫວຽດ​ນາມ ໂຄ​ສະ​ນາ​ກ່ຽວ​ກັບການເບິ່ງແຍງ​ສຸ​ຂ​ະ​ພາບ​ໃນ​ການປະສູດ​ໃຫ້​ແກ່​ແມ່​ຍິງ​ຊູ​ດັງ​ໃຕ້
UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ
ທ່ານນາງ Naomi Kitahara ໄດ້ເນັ້ນໜັກວ່າ ອັດຕາແມ່ຍິງຖືພາເສຍຊີວິດຢູ່ ຫວຽດນາມ (ພາບ: TTXVN)

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຫວ່າງມໍ່ໆມານີ້, ທ່ານນາງ Naomi Kitahara ໄດ້ເນັ້ນໜັກວ່າ ອັດຕາແມ່ຍິງຖືພາເສຍຊີວິດຢູ່ ຫວຽດນາມ ໄດ້ຫຼຸດລົງຫຼາຍພໍສົມຄວນ ໃນຮອບເວລາ 3 ທົດສະວັດຜ່ານມາ ແລະ ປັດຈຸບັນ ເດັກໃນຈຳນວນ 100.000 ຄົນ ມີອັດຕາເສຍຊີວິດພຽງແຕ່ 46 ຄົນເທົ່ານັ້ນ.

ທ່ານນາງກໍຕີລາຄາສູງຕໍ່ໝາກຜົນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊີວິດການເມືອງ, ດ້ວຍອັດຕາສະມາຊິກສະພາແຫ່ງຊາດຊຸດທີ XV ເພດຍິງກວມເອົາ 30,26%. ໄປຄຽງຄູ່ກັນນັ້ນ, 65,3% ແມ່ຍິງຢູ່ໃນເກນອາຍຸອອກແຮງງານໄດ້ເຂົ້າຮ່ວມຕະຫຼາດວຽກເຮັດງານທຳ ເຊິ່ງທຽບເທົ່າກັບອັດຕາແຮງງານເພດຊາຍ ແລະ ຢູ່ໃນລະດັບສູງເມື່ອທຽບໃສ່ອັດຕາສະເລ່ຍຂອງຫຼາຍພາກພື້ນ.

ຕາມທ່ານນາງແລ້ວ, ບົດບາດຂອງແມ່ຍິງ ຫວຽດນາມ ໃນສັງຄົມ ພວມມີການປ່ຽນແປງຢ່າງເຫັນໄດ້ຊັດ. ວິວັດການຫັນເປັນທັນສະໄໝ ແລະ ຜົນງານຂອງເຕັກໂນໂລຢີຂໍ້ມູນຂ່າວສານໄດ້ສ້າງໂອກາດຫຼາຍຢ່າງໃຫ້ແກ່ແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ. ແມ່ຍິງ ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງບົດບາດຂອງຕົນ ແລະ ບັນລຸຜົນສຳເລັດໃນທຸກຂົງເຂດ ນັບແຕ່ສັງຄົມຕະຫຼອດຮອດເສດຖະກິດ, ການເມືອງ.

ທ່ານນາງ Naomi Kitahara ຢັ້ງຢືນວ່າ ກອງທຶນສຳລັບປະຊາກອນ ສປຊ ຈະສືບຕໍ່ເຄື່ອນໄຫວເພື່ອໃຫ້ ຫວຽດນາມ ກາຍເປັນປະເທດທີ່ມີກຳລັງບົ່ມຊ້ອນສຳລັບແມ່ຍິງ ແລະ ເດັກຍິງດ້ວຍສານທີ່ວ່າ “ເປັນຜູ້ຍິງເພື່ອປະກາຍແສງສະຫວ່າງ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.