ກຳປັ່ນ 016-ກວາງຈູງ ເດີນທາງໄປຍັງອິນເດຍ ເພື່ອເຂົ້າຮ່ວມການຝຶກຊ້ອມທະຫານເຮືອ MILAN 2022

08:35 | 17/02/2022

ຕອນບ່າຍວັນທີ 15 ກຸມພາ, ພາຍຫຼັງດຳເນີນພິທີເຄົາລົບທ່າກຳປັ່ນ, ກຳປັ່ນ 016 – ກວາງຈູງ ພ້ອມກັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຫງວຽນວັນເງິນ, ຮອງເສນາທິການທະຫານເຮືອເຂດ 4 ໄດ້ອອກຈາກທ່າກຳປັ່ນທະຫານກາມແຣງ ໄປຍັງອິນເດຍ ເພື່ອເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN 2022 ຢູ່ນະຄອນ Visakhapatnam ແຕ່ວັນທີ 25 ກຸມພາ ຫາວັນທີ 4 ມີນາ.

ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26 ອັງກິດສັນຍາໃຫ້ການຊ່ວຍເຫຼືອຫວຽດນາມໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ COP26
ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ
ກຳປັ່ນ 016 – ກວາງຈູງ ອອກຈາກທ່າກຳປັ່ນທະຫານກາມແຣງ ໄປຍັງອິນເດຍ. ພາບ: qdnd.vn
ກຳປັ່ນ 016 – ກວາງຈູງ ອອກຈາກທ່າກຳປັ່ນທະຫານກາມແຣງ ໄປຍັງອິນເດຍ. ພາບ: qdnd.vn

ການເດີນທາງເພື່ອແນໃສ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືທີ່ດີງາມລະຫວ່າງກອງທັບ ແລະທະຫານເຮືອ ຫວຽດນາມ - ອິນເດຍ; ສ້າງຈຸດໂດດເດັ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ ໃຫ້ນັບມື້ນັບພັດທະນາ.

ດ້ວຍຫົວຂໍ້ “ສາຍໃຈເພື່ອນມິດ-ສະໜິດຕິດພັນ-ຮ່ວມມື”, ການຝຶກຊ້ອມ MILAN 2022 ເພື່ອແນໃສ່ຊຸກຍູ້ການຮ່ວມມື, ແລກປ່ຽນວິຊາສະເພາະ, ສະສົມປະສົບການ ແລະຍົກສູງກໍາລັງຄວາມສາມາດສົມທົບລະຫວ່າງທະຫານເຮືອຂອງບັນດາປະເທດໃນການເຄື່ອນໄຫວຫຼາຍຝ່າຍຂອບຂະໜາດໃຫຍ່ຢູ່ທະເລ. ຕາມ The Hindu ແລ້ວ, ມີ 46 ປະເທດໄດ້ຮັບຄໍາເຊີນຂອງປະເທດເຈົ້າພາບ ເຂົ້າຮ່ວມການຝຶກຊ້ອມ MILAN 2022 ແລະຫຼາຍກວ່າ 35 ປະເທດໄດ້ຢືນຢັນການເຂົ້າຮ່ວມ.

ຜ່ານການເຂົ້າຮ່ວມການຝຶກຊ້ອມ, ທະຫານເຮືອຫວຽດນາມ ສືບຕໍ່ຍົກສູງກໍາລັງຄວາມສາມາດປະສານສົມທົບໃນການຮັບມື້ກັບສິ່ງທ້າທາຍລວມດ້ານຄວາມໝັ້ນຄົງທາງທະເລ; ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອຂອງບັນດາປະເທດເຂົ້າຮ່ວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

la.qdnd.vn

ເຫດການ
302 Found

Found

The document has moved here.