WB: ປະມານ 60% ຂອງບັນດາປະເທດທີ່ມີເກັບຜົນຕໍ່າແມ່ນໄດ້ຫຼືມີຄວາມໄພອັນຕະລາຍແຮງດັນຍ້ອນໜີ້ສິນ.

00:00 | 12/12/2023

ຍສໝ - WB ສະແດງໃຫ້ເຫັນວ່າໃນ​ປີ 2022, ບັນດາຂໍ້ຊຳລະໜີ້ສິນ - ລວມທັງຕົ້ນທຶນກັບເງິນດອກເບ້ຍ - ຂອງບັນດາປະເທດກໍາລັງພັດທະນາຂຶ້ນສູ່ລະດັບສະຖິຕິ 443,5 ຕື້ USD ເຮັດໃຫ້ບັນດາປະເທດທຸກຍາກທີ່ສຸດມີຄວາມໄພອັນຕະລາຍສູງທີ່ຈະຕົກຢູ່ໃນວິກິດການໜີ້ສິນ.

WB: ການເຄື່ອນໄຫວການລົງທຶນຂອງຕ່າງປະເທດຢູ່ຫວຽດນາມ ຍັງໝັ້ນຄົງ ບໍ່ຫົວຊາຕໍ່ຄວາມບໍ່ສະຫງົບຂອງໂລກ WB: ການເຄື່ອນໄຫວການລົງທຶນຂອງຕ່າງປະເທດຢູ່ຫວຽດນາມ ຍັງໝັ້ນຄົງ ບໍ່ຫົວຊາຕໍ່ຄວາມບໍ່ສະຫງົບຂອງໂລກ
ກຸ່ມບໍລິສັດ Viettel ເປີດກວ້າງການພົວພັນຄູ່ຮ່ວມມືທົ່ວໂລກກັບກຸ່ມ WB (ໂປແລນ) ກຸ່ມບໍລິສັດ Viettel ເປີດກວ້າງການພົວພັນຄູ່ຮ່ວມມືທົ່ວໂລກກັບກຸ່ມ WB (ໂປແລນ)

ວັນ​ທີ 13 ທັນວາ, ທະນາຄານ​ໂລກ (WB) ​ໃຫ້​ຮູ້​ວ່າ ບັນດາປະ​ເທດ​ພວມ​ພັດທະນາ​ຈະ​ໃຊ້​ງົບປະມານ​ເກືອບ 500 ຕື້ USD ​ເພື່ອ​ຈ່າຍໜິ້ສິນ​ຕ່າງປະ​ເທດ​ໃນ​ປີ 2022, ເຮດໃຫ້ໝົດກ້ຽງແຫຼ່ງການເງິນສຳລັບ​ຄວາມ​ຕ້ອງການ​ອັນ​ສຳຄັນ​ໃນ​ດ້ານ​ສາທາລະນະສຸກ, ການ​ສຶກສາ ​ແລະ ການ​ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພ້ອມກັນ ທີ່​ເຮັດ​ໃຫ້​ບັນດາປະເທດທຸກຍາກທີ່ສຸດມີຄວາມໄພອັນຕະລາຍສູງທີ່ຈະຕົກຢູ່ໃນວິກິດການໜີ້ສິນ.

WB: ປະມານ 60% ຂອງບັນດາປະເທດທີ່ມີເກັບຜົນຕໍ່າແມ່ນໄດ້ຫຼືມີຄວາມໄພອັນຕະລາຍແຮງດັນຍ້ອນໜີ້ສິນ.
ປະຊາຊົນລຽນແຖວ​ຊື້​ນ້ຳມັນ​ຢູ່​ Colombo, Sri Lanka

​ໃນ​ບົດ​ລາຍ​ງານ​ໜີ້​ສາກົນ​ໃໝ່ທີ່ສຸດ, WB ສະແດງໃຫ້ເຫັນວ່າໃນປີ 2022, ບັນດາຂໍ້ຊຳລະໜີ້ສິນ - ລວມທັງຕົ້ນທຶນກັບເງິນດອກເບ້ຍ - ໃດ້​ເພີ່ມ​ຂຶ້ນ 5% ​ເມື່ອ​ທຽບ​ໃສ່​ປີ 2021, ຂຶ້ນສູ່ລະດັບສະຖິຕິ 443,5 ຕື້ USD ​ໃນ​ສະພາບ​ບັນດາອັດຕາດອກເບ້ຍທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ​ທີ່​ສຸດ​ໃນ​ຮອບ 40 ປີ​ທີ່​ຜ່ານ​ມາ.

WB ຄາດ​ຄະ​ເນ​ວ່າ ບັນດາຂໍ້ຊຳລະສະສາງ​ເຫຼົ່າ​ນີ້​ສາມາດ​ເພີ່ມ​ຂຶ້ນ 10% ​ໃນ​ໄລຍະ 2023-2024.

ອີງ​ຕາມ​ບົດ​ລາຍ​ງານ​ຂອງ WB, 75 ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ທີ່​ສຸດ, ດ້ອຍບັນດາຂໍ້ຊຳລະໜີ້ສິນ​ຕ່າງປະ​ເທດຂຶ້ນສູ່ລະດັບສະຖິຕິ 88,9 ຕື້​ໂດ​ລາ​ ໃນ​ປີ 2022 ​ແລະ ອາດ​ຈະ​ເພີ່ມ​ຂຶ້ນ 40% ​ໃນ​ໄລຍະ 2023-2024.

ນັບແຕ່ບັນດາຂໍ້ຊຳລະດອກເບ້ຍ ໄດ້ເພີ່ມຂຶ້ນ 4 ເທື່ອ ນັບຕັ້ງແຕ່ປີ 2012, ເປັນ 23.6 ຕື້ໂດລາ. ຫົວໜ້ານັກເສດຖະສາດຂອງ WB, ທ່ານ Indermit Gill ກ່າວວ່າ ລະດັບໜີ້ສິນ ແລະອັດຕາດອກເບ້ຍທີ່ສູງ ໄດ້ເຮັດໃຫ້ຫຼາຍປະເທດ ຕົກຢູ່ໃນສະພາບວິກິດການ ແລະກ່າວເຕືອນວ່າ ການຮັກສາອັດຕາດອກເບ້ຍສູງ ຈະເຮັດໃຫ້ປະເທດທີ່ກຳລັງພັດທະນາ ຕົກຢູ່ໃນສະພາບຫຍຸ້ງຍາກ ຍ້ອນໜີ້ສິນ.

ຕາມ​ຜູ້​ຊ່ຽວຊານ​ດ້ານ​ນີ້, ບັນດາ​ປະ​ເທດ​ຕິດໜີ້, ເຈົ້າໜີ້ພາກ​ລັດ ​ແລະ ​ເອກະ​ຊົນ ​ພ້ອມ​ທັງ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ຫຼາຍ​ຝ່າຍ​ຕ້ອງ​ສົມທົບ​ກັນ ​ແລະ ປະຕິບັດ​ຢ່າງ​ວ່ອງ​ໄວ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໂປ່​ງ​ໃສ, ພັດທະນາ​ບັນດາ​ເຄື່ອງ​ມືໃຫ້ກູ້​ແບບ​ຍືນ​ຍົງ​ກ່ວາ​ອີກ ​ແລະ ຊຸກຍູ້​ຂະ​ບວນການ​ສ້າງ​ໂຄງ​ປະກອບ​ໜີ້​ສິນ​ຄືນ​ໃໝ່.

​ໃນ​ບົດ​ລາຍ​ງານ​ຂອງ​ WB, ທ່ານຫົວໜ້າ​ນັກ​ເສດຖະສາດ Indermit Gill ​ໄດ້​ເຕືອນ​ວ່າ ບັນດາ​ປະ​ເທດ​ໃນ​ ອາ​ຟຣິກາ​ ກຳລັງ​ປະ​ເຊີນ​ໜ້າ​ທົດສະວັດ “ຄວາມ​ເສຍທິທທາງ” ຕື່ມ​ອີກ, ​ໂດຍ​ສັງ​ເກດ​ວ່າ ທະວີບ​ນີ້​ ບໍ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ລາຍ​ຮັບ​ຂອງ​ຄົນ​ຕໍ່​ຄົນ​ນັບ​ແຕ່​ປີ 2014 ​ເປັນຕົ້ນມາ.

ທ່ານ​ຍັງ​ກ່າວ​ວ່າ 4 ປະ​ເທດ​ພວມ​ພັດທະນາ​ຈະມີ 1 ປະເທດ​ບໍ່​ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມທ້ອງ​ຕະຫຼາດ​ທຶນ​ສາກົນ​ອີກ​ແລ້ວ.

ນອກ​ນີ້, ​ໃນ 3 ປີ​ທີ່​ຜ່ານ​ມາ ໄດ້​ມີ​ການ​ລະ​ເມີດ​ໜີ້​ສິນ​ອະທິປະ​ໄຕ 18 ກໍລະນີ​ຢູ່ 10 ປະ​ເທດ, ​ແມ່ນ​ຫຼາຍ​ກວ່າ​ຈຳນວນ​ໜີ້​ສິນ​ອະທິປະ​ໄຕ​ໃນ 20 ປີຜ່ານມາ​ລວມ.

ຫົວໜ້າ​ນັກ​ເສດຖະສາດ​ຂອງ WB ກ່າວ​ອີກ​ວ່າ ມາດຕາຖ່ວງລາຍຮັບຂອງວິສາຫະກິດການ​ສົ່ງ​ອອກ​ທີ່​ໃຊ້​ຈ່າຍໜິ້ສິນໃນ​ລະດັບ​ທີ່​ສູງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາປະຈຸ​ບັນ, ມັນ​ເປັນ​ການ​ວິ​ຕົກ​ກັງ​ວົນ​ວ່າ ມີແຕ່ການ​ຊ໊ອກ​ດຽວ​ສາ​ມາດ​ຊຸກ​ດັນ​ໃຫ້​ບາງ​ປະ​ເທດ​ເຂົ້າ​ໄປ​ໃນ​ວິ​ກິດ​ການ​.

ໃນຄວາມເປັນຈິງ, ປະມານ 60% ຂອງບັນດາປະເທດທີ່ມີເກັບຜົນຕ່ໍາໄດ້ຫຼືມີຄວາມສ່ຽງຕໍ່ຄວາມກົດດັນຂອງຫນີ້ສິນ.

ບົດລາຍງານຂອງ WB ສະແດງໃຫ້ເຫັນວ່າ ບັນດາປະເທດທີ່ໄດ້ເລື່ອນເວລາການຈ່າຍໜີ້ສິນຕົ້ນທຶນ ແລະ ເງິນດອກເບ້ຍ ຕາມຫົວຄິດປະດິດສ້າງຢຸດຕິຊຳລະໜີ້ສິນ (DSSI) ນຳໃຊ້ໃນລະຫວ່າງການລະບາດຂອງ COVID-19 ດຽວນີ້ຕ້ອງປະເຊີນກັບຄ່າໃຊ້ຈ່າຍເພີ່ມເຕີມເມື່ອການຈ່າຍເງິນເຫຼົ່ານີ້ຮອດກຳນົດ.

ນອກ​ນີ້, WB ​ໃຫ້​ຂໍ້​ສັງ​ເກດ​ວ່າ ທຶນ​ເອກະ​ຊົນ​ສ່ວນ​ໃຫຍ່​ໄດ້​ຖອນ​ອອກ​ຈາກ​ປະ​ເທດ​ພວມ​ພັດທະນາ​ຍ້ອນ​ອັດຕາ​ດອກ​ເບ້ຍ​ສູງ​ຂຶ້ນ​ໃນ​ບັນດາ​ປະ​ເທດ​ພັດທະນາ​ແລ້ວ

ເຈົ້າໜີ້ເອກະຊົນໄດ້ຖອນເງິນຕົ້ນ 185 ລ້ານໂດລາ ຫຼາຍກວ່າ ທີ່ເຂົາເຈົ້າໄດ້ເບີກຈ່າຍໜີ້ສິນໃໝ່, ເຊິ່ງເປັນຄັ້ງທຳອິດທີ່ເກີດຂຶ້ນຕັ້ງແຕ່ປີ 2015.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.