ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP

17:18 | 17/02/2022

ລະດັບການເສຍພາສີຢ່າງມີປະສິດທິຜົນຂອງ ຫວຽດນາມ ສຳລັບການຄ້າພາຍໃນກຸ່ມ RCEP ຢູ່ລະດັບປານກາງ ແລະ ຕ່ຳກວ່າເມື່ອທຽບໃສ່ ສ.ເກົາຫຼີ ແລະ ຈີນ.

ຊຸກ​ຍູ້​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ ຊຸກ​ຍູ້​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ
ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ

ວັນທີ 14 ກຸມພາ, ເວັບໄຊ Capital.com ຂອງ ອັງກິດ ໄດ້ລົງບົດໃຫ້ຂໍ້ສັງເກດວ່າ, ຫວຽດນາມ ໄດ້ຮັບຄວາມຫວັງກາຍເປັນປະເທດໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP - ເລີ່ມມີຜົນສັກສິດນັບແຕ່ຕົ້ນປີ 2022) - ເຊິ່ງຫຼາຍຄົນໄດ້ຖືວ່າແມ່ນຂໍ້ຕົກລົງການຄ້າເສລີ (FTA) ໃຫຍ່ກວ່າໝູ່ໃນໂລກ.

ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP

ຫວຽດນາມ ໄດ້ຮັບຄວາມຫວັງກາຍເປັນປະເທດໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກສັນຍາ RCEP. ພາບປະກອບ: TTXVN

ບົດລາຍງານຫວ່າງມໍ່ໆມານີ້ຂອງກຸ່ມນັກຄົ້ນຄວ້າສັງກັດທະນາຄານ DBS ສິງກະໂປ ເນັ້ນໜັກວ່າ, ລະດັບການເສຍພາສີຢ່າງມີປະສິດທິຜົນຂອງ ຫວຽດນາມ ສຳລັບການຄ້າພາຍໃນກຸ່ມ RCEP ຢູ່ລະດັບປານກາງ ແລະ ຕ່ຳກວ່າເມື່ອທຽບໃສ່ ສ.ເກົາຫຼີ ແລະ ຈີນ. ໃນຂະນະນັ້ນ, ການເຊື່ອມໂຍງດ້ານການຄ້າລະຫວ່າງ ຫວຽດນາມ ກັບບັນດາສະມາຊິກສັນຍາ RCEP ພວມຢູ່ໃນລະດັບສູງ ແລະ ນັບມື້ນັບແໜ້ນແຟ້ນກວ່າ ເມື່ອບັນດາບໍລິສັດຊົມໃຊ້ຜົນປະໂຫຍດຂອງ RCEP.

ບົດລາຍງານກໍ່ຕັກເຕື່ອນ RCEP ໄດ້ນຳມາເຊິ່ງກາລະໂອກາດເພີ່ມທະວີການສົ່ງອອກຂອງ ຫວຽດນາມ ໄປຍັງບັນດາປະເທດສະມາຊິກຂອງສັນຍາ. ຄຽງຂ້າງນັ້ນ, RCEP ຍັງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ຫວຽດນາມ ໃນການເພີ່ມທະວີການລົງທຶນໂດຍກົງຈາກຕ່າງປະເທດ (FDI).

vovworld.vn

Tags: RCEP FDI
ເຫດການ
302 Found

Found

The document has moved here.