ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022

06:59 | 28/02/2022

ຂັນໄຊຊະນະຂອງນັກກິລາ ແລະ ຄູຝຶກ ດິງເທນາມ ໄດ້ນຳເອົາຄວາມເບີກບ່ານມ່ວນຊື່ນ, ຄວາມເອກອ້າງທະນົງໃຈມາໃຫ້ປະເທດຊາດ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໝັ້ນຄົງເຂັ້ມແຂງຂອງ ສປຊ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
undefined
ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022 (ພາບ: VFF)

ໂດຍຮັບໄຊຊະນະ 1-0 ຕໍ່ທິມບານເຕະ U23 ໄທ ໃນຮອບຊິງຊະນະເລີດບານເຕະ ເຊິ່ງດຳເນີນໃນຕອນຄ່ຳວັນທີ 26 ກຸມພາ, ທິມບານເຕະ U23 ຫວຽດນາມ ຍາດເອົາແຊັມທີ່ງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022. ຂັນໄຊຊະນະຂອງນັກກິລາ ແລະ ຄູຝຶກ ດິງເທນາມ ໄດ້ນຳເອົາຄວາມເບີກບ່ານມ່ວນຊື່ນ, ຄວາມເອກອ້າງທະນົງໃຈມາໃຫ້ປະເທດຊາດ.

ພາຍຫຼັງການແຂ່ງຂັນຮອບຊິງຊະນະເລີດບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳອວຍພອນໄປຍັງທິມກິລາບານເຕະ U23 ຫວຽດນາມ, ທ່ານໄດ້ຕີລາຄາວ່າ ໄຊຊະນະນີ້ມີຄວາມໝາຍພິເສດ ເມື່ອ ຫວຽດນາມ ໄດ້ດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ແລະ ໄດ້ຢັ້ງຢືນເຈດຈຳນົງ, ຈິດໃຈຂອງຊາວ ຫວຽດນາມ.

ແລະ ກໍ່ໃນຕອນຄ່ຳວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຍ້ອງຍໍຊົມເຊີນທິມບ້ານເຕະ U23 ແລະ ຄະນະຄູຝຶກທັງໝົດເຊັ່ນດຽວກັນ.

vovworld.vn

ເຫດການ
302 Found

Found

The document has moved here.