ປີທີສາມຕິດຕໍ່ກັນ, ການສົ່ງອອກໄປການາດາເພີ່ມຂຶ້ນໃນທາງບວກ

18:08 | 11/02/2022

ຍສໝ - ໃນປີ 2021, ການສົ່ງອອກສິນຄ້າຈາກຫວຽດນາມ ໄປການາດາ ບັນລຸ 5,3 ຕື້ USD, ເພີ່ມຂຶ້ນ 20,8%, ສູງກ່ວາການເຕີບໂຕການນໍາເຂົ້າຂອງການາດາ (12,84%).

ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021 ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021
ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ

ນີ້​ແມ່ນ​ປີ​ທີສາມ ຂອງ​ການ​ເຕີບ​ໂຕ​ທາງ​ບວກ​ນັບ​ແຕ່​ປີ 2019 ພາຍຫຼັງ ຫວຽດນາມ ​ແລະ ກາ​ນາ​ດາ ​ເຂົ້າ​ເປັນ​ສະມາຊິກ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ກ້າວໜ້າ (CPTPP).

ປີທີສາມຕິດຕໍ່ກັນ, ການສົ່ງອອກໄປການາດາເພີ່ມຂຶ້ນໃນທາງບວກ
ປີທີສາມຕິດຕໍ່ກັນ, ການສົ່ງອອກໄປການາດາເພີ່ມຂຶ້ນໃນທາງບວກ. (ພາບ: laodong)

ຕາມ​ສຳນັກງານ​ການ​ຄ້າ​ຫວຽດນາມ ​ປະຈຳ​ກາ​ນາ​ດາ, ​ໂດຍ​ພື້ນຖານ​ແລ້ວ​ທຸກ​ຂົງເຂດ​ສົ່ງ​ອອກ​ໄປ​ກາ​ນາ​ດາ​ ລ້ວນ​ແຕ່​ມີ​ການ​ເຕີບ​ໂຕ​ເມື່ອ​ທຽບ​ໃສ່​ປີ 2020, ​ໃນ​ນັ້ນ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ຈັກ, ໄຟຟ້າ ​ແລະ ​ເອ​ເລັກ​ໂຕຣນິກ ຍັງ​ຄົງແມ່ນ​ບັນດາ​ປັດໄຈປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ວົງ​ເງິນ​ສົ່ງ​ອອກ​ດ້ວຍ​ຍອດ​ມູນ​ຄ່າ​ສົ່ງ​ອອກ ຫຼາຍກວ່າ 1.5 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 8.9%). ທ່າ​ອ່ຽງ​ຂອງ​ການ​ຫັນປ່ຽນ​ຕ່ອງ​ໂສ້​ການ​ສະໜອງ ​ແລະ ກຳລັງການ​ຜະລິດ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ກາ​ນາ​ດາ​ ມີ​ຄວາມ​ສົນ​ໃຈ​ເພີ່ມ​ຂຶ້ນ ​ໃນ​ການ​ໜູນ​ຊ່ວຍ​ຜະລິດ​ຕະພັນ​ອຸດສາຫະກຳ​ຂອງ​ຫວຽດນາມ.

ປະຈຸ​ບັນ, ຫວຽດນາມ​ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ ຂອງ​ກາ​ນາ​ດາ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ແຕ່​ຊ່ອງ​ຫວ່າງ​ຂອງ​ສິນຄ້າ​ຫວຽດນາມ ​ເຂົ້າ​ສູ່​ຕະຫຼາດ​ກາ​ນາ​ດາ​ຍັງ​​ໃຫຍ່​ຫຼວງຢູ່, ​ເມື່ອອັດຕາ​ສ່ວນ​ກວມຕະຫຼາດ​ກວມ​ເອົາ​ພຽງແຕ່ 1,7% ຂອງ​ມູນ​ຄ່າ​ນຳ​ເຂົ້າ​ຂອງ​ກາ​ນາ​ດາ. ລັດຖະບານ ກາ​ນາ​ດາ ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດ​ຜັນ​ຂະຫຍາຍ​ຕະຫຼາດ ​ແລະ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ພາກ​ພື້ນ ອາຊີ ຈະແມ່ນ​ໂອກາດ​ດີ​ ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ເຖິງ​ຕະຫຼາດ​ນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.