ນໍາບຸນເຕັດມາໃຫ້ປະຊາຊົນ

14:32 | 07/02/2022

ບຸນເຕັດວຽນມາ, ທຸກຄອບຄົວປຸ້ມລຸມ, ເຕົ້າໂຮມກັນ. ຢູ່ເຂດຊາຍແດນ, ພະນັກງານ, ນັກຮົບທະຫານຊາຍແດນແຂວງດ້ຽນບຽນ ຍັງຄົງລາດຕະເວນປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນຢູ່. ສຳລັບເຂົາເຈົ້າແລ້ວ, ລະດູບານໃໝ່ວຽນມາກໍ່ແມ່ນເວລາທີ່ເສັ້ນຊາຍແດນແຫ່ງຊາດຮັບປະກັນຄວາມໝັ້ນຄົງ, ຊາວບ້ານມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ.

ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ
ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ

ໂຈະວຽກງານສ່ວນຕົວໄວ້ເພື່ອປະຕິບັດໜ້າທີ່ລວມ

ຄິດວ່າຢູ່ເຂດພູຜາປ່າດົງ, ເຂດຊາຍແດນທີ່ຫ່າງໄກສອກຫຼີກ, ຄືຕາແສງສີປາພິນ (ນ້ຳໂປ, ດ້ຽນບຽນ), ຈະບໍ່ສາມາດຕິດເຊື້ອພະຍາດໂຄວິດ-19 ໄດ້, ແຕ່ເມື່ອຕື່ນນອນພຽງຄືນໜຶ່ງ, ໄດ້ຍິນສຽງໝາກຫວີດດັງສະໜັ່ນຈາກລົດສຸກເສີນ, ມີຫຼາຍຄົນຕິດເຊື້ອໂຄວິດ-19 ໃນຊຸມຊົນ. ກ່ອນນີ້ສອງສາມອາທິດ, ພັນຕີ ຈິ້ງວັນທັ໊ງ ຫົວໜ້າການເມືອງຄ້າຍທະຫານຊາຍແດນສີປາພິນ ໄດ້ໝັ້ນໝາຍກັບລູກຊາຍອາຍຸ 5 ປີ ຢູ່ນິງບິ່ງ ວ່າ: “ບຸນເຕັດປີນີ້ ພໍ່ຈະກັບເມືອ”, ແຕ່ປະຈຸບັນ ອ້ານ ທັ໊ງ ພຽງແຕ່ນັດພົບລູກໃນໄວໆນີ້ເທົ່ານັ້ນ...

ນໍາບຸນເຕັດມາໃຫ້ປະຊາຊົນ
ພະນັກງານຄ້າຍທະຫານຊາຍແດນດ່ານສາກົນໄຕຈາງ ຫໍ່ເຂົ້າຕົ້ມໃນວັນບຸນເຕັດ. ພາບ: qdnd.vn

ດ່ານຄວບຄຸມພະຍາດໂຄວິດ-19 ຢູ່ບ້ານປຸ່ງບື໊ວ, ຕາແສງນາອື, ເມືອງດ້ຽນບຽນ ແມ່ນຕັ້ງຢູ່ເນີນພູທີ່ຫ່າງໄກສອກຫຼີກ. ນັ້ນແມ່ນບ່ອນດໍາລົງຊີວິດປະຈຳວັນຂອງຮ້ອຍໂທ ດ່າວແມ້ງຢຸງ, ພະນັກງານຄ້າຍທະຫານຊາຍແດນດ່ານສາກົນໄຕຈາງ ແລະທະຫານ 3 ຄົນກຳລັງປະຕິບັດໜ້າທີ່ຢູ່ດ່ານຄວບຄຸມພະຍາດ. ເມື່ອເຫັນພວກຂ້າພະເຈົ້າເບິ່ງຫີບໄມ້ທີ່ຫ້ອຍຢູ່ຕໍ່ໜ້າລະບຽງຕູບ, ອ້າຍ ຢຸງ ເລີຍອະທິບາຍວ່າ: “ຢູ່ທີ່ນີ້ພວກຂ້າພະເຈົ້າເອີ້ນວ່າດ່ານ: "3 ບໍ່”: ບໍ່ມີນ້ຳສະອາດ, ບໍ່ມີສັນຍານໂທລະສັບ, ບໍ່ມີຕາໜ່າງໄຟຟ້າ. ຫີບໄມ້ຢູ່ເດີ່ນນັ້ນແມ່ນບັນຈຸໂທລະສັບ, ບາງເທື່ອ “ຮັບ” ສັນຍານ Viettel ໄດ້ຈະໂທຫາຄອບຄົວ”. ຫຍຸ້ງຍາກ ລໍາບາກຄືແນວນັ້ນ, ແຕ່ພວກອ້າຍຍາມໃດກໍ່ຮູ້ສຶກປະເອີບໃຈ. ພວກຂ້າພະເຈົ້າຫລຽວເບິ່ງແທ່ນບູຊານ້ອຍໆ, ພາຍໃຕ້ຮູບລຸງໂຮ່ ແມ່ນງ່າດອກໝັ້ນສີຂາວຕັດຢ່າງຄ່ອງແຄ່ວເຖິງວ່າ ລຽບງ່າຍແຕ່ອົບອຸ່ນ.ພາຂ້າພະເຈົ້າກັບມາດ່ານຄວບຄຸມພະຍາດໂຄວິດ-19 ແລະຕ້ານການເຂົ້າ-ອອກເມືອງຢ່າງຜິດກົດໝາຍທີ່ຂຶ້ນກັບຄ້າຍທະຫານຊາຍແດນສີປາພິນ, ຊີ້ໄປຫາເຮືອນຕູບມຸງດ້ວຍສັງກະສີແບບຖາວອນ, ເບື້ອງຫຼັງຝູງໄກ່ກຳລັງຫາເຫຍື່ອ, ສວນຜັກປັງຂຽວສົດ, ອ້າຍ ທັ໊ງ ແບ່ງປັນວ່າ: “ໂດຍກຳນົດການຕໍ່ສູ້ຮົບຕ້ານສັດຕູໂຄວິດ-19” ຍັງແກ່ຍາວຢູ່, ສະນັ້ນບຸນເຕັດປີນີ້, ອ້າຍນ້ອງໄດ້ກະກຽມສະບຽງອາຫານຢ່າງພຽງພໍ. ໃນຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ພະນັກງານຂອງຄ້າຍ ແລະອຳນາດການປົກຄອງຕາແສງຈະມາອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ທະຫານຢູ່ບັນດາດ່ານຄວບຄຸມພະຍາດໂຄວິດ-19”.

ພັນຕີ ຫງວຽນວັນທັ໊ງ, ຮອງຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນໄຕຈາງ ໃຫ້ຮູ້ວ່າ: “ນີ້ແມ່ນດ່ານກວດກາການເຂົ້າອອກລໍາບາກທີ່ສຸດ ເພາະຢູ່ໄກໃຈກາງ. ຮອດວັນທີ 28 ບຸນເຕັດ, ກົມກອງນໍາເອົາເຂົ້າຕົ້ມ, ໝາກໄມ້, ດອກຄາຍຂຶ້ນເພື່ອສ້າງບັນຍາກາດໃຫ້ພະນັກງານ, ນັກຮົບຕ້ອນຮັບບຸນເຕັດ. ໃນທ້າຍປີ 2021, ພະຍາດແຜ່ລະບາດຢ່າງແຮງຢູ່ໃນບໍລິເວນ, ດັ່ງນັ້ນພະນັກງານ ແລະທະຫານລ້ວນແຕ່ປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ.

ກັບມາພ້ອມກັບຊາວບ້ານ

ໃນມື້ທ້າຍປີ 2021, ຢູ່ຕາແສງນາໂກຊາ, ເມືອງນ້ຳໂປ, ແຂວງດ້ຽນບຽນ, ອາກາດໜາວເຢັນ. ທີ່ຫໍວັດທະນະທຳນາໂກຊາ, ຄະນະກຸສົນ “ລົດ 0 ດົ່ງ - ຫງວຽນຮວ່າງ, ຮ່າໂນ້ຍ” ແລະທະຫານຊາຍແດນ ໄດ້ມອບຂອງຂວັນເກືອບ 2.000 ພູດ ລວມມູນຄ່າປະມານ 430 ລ້ານດົ່ງ ໃຫ້ນັກຮຽນອະນຸບານ ແລະໂຮງຮຽນປະຖົມເຄິ່ງກິນນອນຊົນເຜົ່ານາໂກຊາ. ຂອງຂວັນປະກອບມີ: ໂສ້ງເສື້ອກັນໜາວ, ຜ້າຫົ່ມ, ມຸ້ງ, ອຸປະກອນການຮຽນ, ເຄື່ອງໃຊ້ທີ່ຈຳເປັນ... ລະດູບານໃໝ່ປີນີ້ຄູອາຈານ ແລະ ນັກຮຽນໃນໂຮງຮຽນຮູ້ສຶກອົບອຸ່ນກວ່າ, ສວຍສົດງົດງາມກວ່າຍ້ອນໄດ້ຮັບຂອງຂວັນແຫ່ງສາຍຈິດມິດໃຈ.

ນໍາບຸນເຕັດມາໃຫ້ປະຊາຊົນ
ພະນັກງານຄ້າຍທະຫານຊາຍແດນອາປາຈ໊າຍ ແລະປະຊາຊົນຕາແສງຊິນເທົ່າ (ເມືອເຍ໊) ກະກຽມອາຫານໃຫ້ບຸນເຕັດ. ພາບ: qdnd.vn

ພັນໂທ ຫງວຽນວັນດ້າຍ, ຫົວໜ້າຄ້າຍທະຫານຊາຍແດນນາໂກຊາ ໃຫ້ຮູ້ວ່າ: “ນາໂກຊາ ແມ່ນຕາແສງຊາຍແດນ, ພົນລະເມືອງສ່ວນຫຼາຍແມ່ນຊາວເຜົ່າມົ້ງ ກວມກວ່າ 90%, ໃນຍາມເຂົ້າຍາກໝາກແພງທຸກປີ, ຊາວບ້ານຍັງອຶດຫິວຢູ່. ດ້ວຍຄວາມປາດຖະໜາຢາກໃຫ້ຊາວບ້ານໄດ້ຮັບບຸນເຕັດຢ່າງສົມບູນ ແລະອົບອຸ່ນກວ່າ, ແຕ່ລະປີ, ກົມກອງໄດ້ຈັດລາຍການ “ລະດູບານໃໝ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ຊາວບ້ານ” ພ້ອມກັນນັ້ນແມ່ນຜັນຂະຫຍາຍຮູບແບບ “ໄຫເຂົ້າສານຂອງທະຫານ”, ແຕ່ລະເດືອນປະກອບເຂົ້າສານ 25 ກິໂລກາມ ເພື່ອໜູນຊ່ວຍຄົນທຸກຍາກ. ກົມກອງໄດ້ຕັ້ງໜ້າຂົນຂວາຍ, ເຊື່ອມຕໍ່ກັບຜູ້ໃຈບຸນໃຈກຸສົນເພື່ອຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຊົນ. ກ່ອນບຸນເຕັດ, ກົມກອງໄດ້ເຊື່ອມຕໍ່ກັບຄະນະກຸສົນເພື່ອມອບເບ້ຍຕົ້ນແຄ່ 70.000 ຕົ້ນ, ເປີດນໍາໃຊ້ໂຮງຮຽນປະຖົມຢູ່ບ້ານນາໂກຊາ 3, ມີມູນຄ່າ 700 ລ້ານດົ່ງ. ນີ້ແມ່ນບັນດາວຽກງານທີ່ແທດຈິງ, ມີຄວາມໝາຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ສັງຄົມ ແລະແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງທະຫານລຸງໂຮ່ ເຖິງປະຊາຊົນເຂດຊາຍແດນທາງທິດຕາເວັນຕົກສ່ຽງເໜືອ.

la.qdnd.vn

ເຫດການ
302 Found

Found

The document has moved here.