ແຕ່ລະປີ, ຂ້າພະເຈົ້າມີຄວາມຮູ້ສຶກທີ່ແຕກຕ່າງກັນກ່ຽວກັບບຸນເຕັດ, ຂ້າພະເຈົ້ານັບມື້ຮູ້ສຶກຢ່າງຈະແຈ້ງ ແລະ ສະໜິດສະໜົມ, ຮັກຮີດຄອງປະເພນີຂອງຊາວຫວຽດນາມ ກ່ວາອີກ. ສໍາລັບຂ້າພະເຈົ້າ, ບຸນເຕັດ ທໍາອິດແມ່ນເປັນທີ່ແປກໃຈ, ຄວາມຮູ້ສຶກທີ່ແຕກຕ່າງກັນສະຫຼັບກັບຄວາມສະຫຼອກກອກຢາກຮູ້ຢາກເຫັນ ແລະ ຈັບອົກຈັບໃຈ.
ວັນເຕັດຢູ່ຫວຽດນາມ, ຂ້າພະເຈົ້າປະທັບໃຈຕໍ່ສາວນຸ່ງຊຸດເສື້ຍາວ. ຊຸດເສື້ອຍາວທັງມິດຊິດ ແລະ ແຊກຊີ; ເຊີດຊູຄວາມງາມທີ່ອ່ອນໂຍນ ແລະ ໜ້າຮັກຂອງແມ່ຍິງຫວຽດນາມ. ຂ້ອຍຕິດໃຈ, ເບິ່ງຕະຫຼອດ...
Saleem Hammad (ປາແລັດສະຕີນ) ມັກຫໍ່ເຂົ້າຕົ້ມ. |
ຂ້າພະເຈົ້າກໍ່ໄດ້ຫໍ່ເຂົ້າຕົ້ມຫຼາຍປະເພດຢູ່ຫວຽດນາມ. ຂ້າພະເຈົ້າເຄີຍໄດ້ໄປ ຮ່າຢາງ ແລະ ໄດ້ຫໍ່ເຂົ້າຕົ້ມສີດຳຂອງຊາວເຜົ່າໄຕ; ຫໍ່ເຂົ້າຕົ້ມສີ່ຫຼ່ຽມ ໂດຍແມ່ພິມຢູ່ແຂວງຟູເຖາະ...
ໜ້າເສຍດາຍທີ່ສຸດແມ່ນຂ້າພະເຈົ້າບໍ່ເຄີຍໄດ້ກິນເຂົ້າຕົ້ມທີ່ເຮັດເອງ ຍ້ອນ ຂ້າພະເຈົ້າບໍ່ກິນຊີ້ໝູ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວເຮັດໃຫ້ຂ້າພະເຈົ້າ ປະດິດສ້າງເຍື່ອງໃໝ່ ນັ້ນແມ່ນຫໍ່ເຂົ້າຕົ້ມດ້ວຍຊີ້ນແກະ ແລະ ກໍເຄີຍແນະນໍາໃນໂທລະພາບ.
ພາຍຫຼັງ 10 ປີຢູ່ຫວຽດນາມ, ຮີດຄອງປະເພນີບຸນເຕັດຢູ່ຫວຽດນາມ ທີ່ຂ້າພະເຈົ້າເຫັນວ່າຄ່ອຍໆຖືກປ່ຽນໄປ ແລະ ແຕ່ກໍ່ມີຮີດຄອງປະເພນີທີ່ຍັງຄົງຮັກສາໄວ້. ຂ້າພະເຈົ້າມີຄວາມເປັນຫ່ວງຫລາຍ ເພາະປະຈຸບັນໄວໜຸ່ມຫລາຍຄົນໃນວັນບຸນເຕັດບໍ່ໄດ້ກັບຄືນໄປຫາຄອບຄົວ ແຕ່ຫາກເດີນທາງໄປທ່ອງທ່ຽວ.
ມີເລື່ອງໜຶ່ງທີ່ຂ້ອຍຍັງຮູ້ສຶກບໍ່ມ່ວນໃຈເມື່ອຄິດຄືນ. ນັ້ນແມ່ນເມື່ອໃກ້ຮອດວັນບຸນເຕັດປີ 2020, ໃນຂະນະທີ່ຍ່າງຢູ່ຖະໜົນຖ໊າຍຮ່າ, ຮ່າໂນ້ຍ, ຂ້າພະເຈົ້າໄດ້ພົບກັບແມ່ເຖົ້າຜູ້ໜຶ່ງທີ່ອາດຈະຫຼົງທາງ. ຂ້າພະເຈົ້າໄດ້ພາແມ່ເຖົ້າໄປຫ້ອງການຕໍາຫຼວດ ແລະ ໄດ້ຮູ້ວ່າແມ່ເຖົ້າຖືກຫຼົງ, ຢູ່ຄົນດຽວ ແລະ ລູກຂອງແມ່ເຖົ້າຢູ່ຕ່າງປະເທດ. ຫຼັງຈາກນັ້ນບໍ່ດົນ, ຂ້າພະເຈົ້າໄດ້ພົບແມ່ເຖົ້າອີກເທື່ອຫນຶ່ງ, ແມ່ເຖົ້າຍັງຢູ່ຄົນດຽວ. ຜ່ານເລື່ອງນີ້, ຂ້າພະເຈົ້າຢາກຝາກເຖິງທຸກຄົນວ່າຄວນອະນຸນັກຮັກສາ ເພື່ອບໍ່ໃຫ້ຮີດຄອງປະເພນີຂອງເຜົ່າຕົນຖືກສູນຫາຍ. ນັ້ນແມ່ນເຮືອນຮັງທີ່ອົບອຸ່ນ, ແມ່ນ ຍາດຕິພີ່ນ້ອງ ແລະ ພິເສດແມ່ນພໍ່ແມ່ຂອງຕົນ.
ບູນມີ