ກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄຫມທີ X ແລະ ປະຖະກະຖາ ລະນຶກວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

08:37 | 16/07/2019

ຫວ່າງແລ້ວນີ້, ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄຫມທີ X ແລະ ປາຖະກະຖາ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ, ໂດຍການເປັນປະທານຂອງ ສະຫາຍ ຄຳເກີດ ເວີນຄຳ ຮອງເລຂາ, ຜູ້ປະຈຳການຄະນະພັກຫ້ອງວ່າການສູນກາງພັກ, ມີສະຫາຍ ຄຳຜາ ພິມມະສອນ ຄະນະປະຈຳພັກ, ຮອງຫົວໜ້າ ຫ້ອງວ່າການ ສູນກາງພັກ, ພ້ອມດ້ວຍຄະນະພັກ ແລະ ພະນັກງານຫ້ອງວ່າການສູນກາງພັກເຂົ້າຮ່ວມ.

ກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄຫມທີ X ແລະ ປະຖະກະຖາ ລະນຶກວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄຫມທີ X ແລະ ປະຖະກະຖາ ລະນຶກວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ໃນໂອກາດດັ່ງກ່າວ, ສະຫາຍ ຄຳເກີດ ເວີນຄຳ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້, ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄຫມທີ X ຂອງຄະນະບໍລິຫານງານສູນກາງພັກໃຫ້ພະນັກງານ-ລັດຖະກອນ ຢູ່ທົ່ວຫ້ອງວ່າການສູນກາງພັກມີຄວາມຮັບຮູ້, ເຂົ້າໃຈກຳໄດ້ແນວທາງນະໂຍບາຍຂອງພັກ-ລັດ ເພື່ອພ້ອມກັນຜັນຂະຫຍາຍເຂົ້າໃນວຽກງານໃຫ້ມີຜົນສຳເລັດຫລາຍຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້, ກໍໄດ້ຫວນຄືນ ຊີວິດການເຄື່ອນໄຫວປະຕິວັດຂອງປະ ທານ ສຸພານຸວົງ ທີ່ມີຜົນງານອັນໂດດເດັ່ນ ແລະ ຄຸນງາມຄວາມດີຂອງທ່ານ ເພື່ອສືບຕໍ່ເພີ່ມພູນຄູນສ້າງ ແລະ ຮໍ່າຮຽນເອົາເປັນແບບຢ່າງ.

ກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄຫມທີ X ແລະ ປະຖະກະຖາ ລະນຶກວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ບັນຍາກາດທີ່ກອງປະຊຸມ

​ປະທານ ສຸພາ​ນຸວົງ ເປັນ​ຜູ້ນໍາ​ທີ່ມີ​ຄວາມ​ຈົງ​ຮັກ​ພັກດີຕໍ່​ອຸດົມ​ການປະຕິວັດ​ຢ່າງ​ເດັດຂາດ, ເປັນ​ເຊື້ອ​ເຈົ້າ​ຜູ້​ໜຶ່ງທີ່​ມີ​ນ້ຳໃຈ​ຮັກ​ຊາດອັນ​ດູດ​ດື່ມ, ມີ​ຈິດ​ໃຈ​ຕໍ່​​ຜູ້ຢ່າງ​ອາດ​ຫານ, ມີ​ທັດສະນະ​ຫລັກ​ໝັ້ນ ​ແລະ ມີ​ນ້ຳ​ໃຈ​ເສຍ​ສະຫລະ​ອັນ​ສູງ​ສົ່ງເພື່ອ​ປະ​ເທ​ດຊາດ ​ແລະ ປະ​ຊາ​ຊົນ, ປະທານ ສຸພາ​ນຸວົງ​ ເປັນ​ນັກ​ປະ​ຕິ​ວັດ, ນັກ​ຮັກ​ຊາດ​ທີ່​ແທ້​ຈິງ, ໃນ​ຕະ​ຫລອດຊີ​ວິດ​ຂອງ​ເພີ່ນບໍ່​ວ່າ​ຢູ່ໃນ​ຕຳ​ແໜ່​ງ​ໃດ, ຄວາມ​ຮັບຜິດຊອບອັນ​ໃດເພີ່ນ​ໄດ້​ອຸ​ທິດໝົດ​ຈິ​ດໝົດ​ໃຈດວ້ຍຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ​ເອງໃຫ້​ແກ່​ພາລະກິດປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ເພື່ອ​ເອກະລາດອະທິປະໄຕ​ຂອງ​ຊາດ ​ແລະ ຄວາມ​ສົມບູນ​ພູນ​ສຸກ​ຂອງ​ປະຊາຊົນ​ລາວ. ທັງນີ້, ກໍເພື່ອເຮັດໃຫ້ພະນັກງານ-ລັດຖະກອນມີຄວາມເຂົ້າໃຈເຫັນໄດ້ເຖິງມູນເຊື້ອອັນພິລະອາດຫານ ຂອງ​ປະທານ ສຸພາ​ນຸວົງ ແລະ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ຄົ້ນຄວ້າຮໍ່າ​ຮຽນ​ເອົາ​ແບບຢ່າງ​ຄຸນງາມຄວາມດີ ​ຂອງ​ປະທານ​ສຸພາ​ນຸວົງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.