ອັດຕະປື ຊຸກຍູ້ໃຫ້ປະຊົນຜູ້ປະສົບໄພ ຫັນມາການປູກອ້ອຍໃຫ້ຫລາຍຂຶ້ນ

16:21 | 09/07/2019

ເມື່ອ​ບໍ່​ດົນ​ມາ​ນີ້, ບໍລິສັດນໍ້າຕານອ້ອຍ TTC ແຂວງອັດຕະປື ໄດ້ລົງເຜີຍແຜ່ຄວາມເຂົ້າໃຈ ກ່ຽວກັບນະໂຍບາຍ ແລະ ວິທີການປູກອ້ອຍ ໃຫ້ປະຊາຊົນຜູ້ປະສົບໄພຢູ່ ເມືອງສະໜາມໄຊ.

ຕາມນະໂຍບາຍຕ່າງໆ ຂອງບໍລິສັດນ້ຳຕານອ້ອຍ TTC ແຜນໂຄງການ 2+3 ໃນການຮ່ວມມືຜະລິດກະສິ ກຳລະຫວ່າງ ປະຊາຊົນ ແລະ ບໍລິສັດ ໂດຍທີ່ບໍລິສັດ ເປັນຜູ້ສະໜອງທຶນ, ເຕັກ​ນິກ, ການຕ​ະຫລາດ ແລະ ປະຊາຊົນບ້ານ ເປັນຜູ້ ສະໜອງດິນ ແລະ ແຮງງານ ເຊັ່ນ: ບໍລິສັດຈະຊ່ວຍ ໃນການບຸກເບີກເນື້ອທີ່, ໄຖດິນ, ສະໜອງແນວພັນອ້ອຍ, ມີວິຊາການຊ່ວຍ ລົງຕິດຕາມແນະນໍາ ແລະ ຮັບຊື້ໃນລາຄາທີ່ເໝາະສົມ ​ເຊິ່ງ​ເຫັນວ່າ ປະຊາຊົນ ມີຄວາມສົນໃຈ ທີ່ຈະ ຮ່ວມມື ໃນການຜະລິດ ຮ່ວມກັບບໍລິສັດ ດັ່ງກ່າວຫລາຍຂຶ້ນ.

ອັດຕະປື ຊຸກຍູ້ໃຫ້ປະຊົນຜູ້ປະສົບໄພ ຫັນມາການປູກອ້ອຍໃຫ້ຫລາຍຂຶ້ນ

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ມອບຂອງຂວັນ ໃຫ້ປະຊາຊົນຜູ້ປະສົບໄພ. (ພາບ: ຂປລ)

ໃນ​ໂອກ​ກາດ​ນີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່າວວ່າ: ການປູກອ້ອຍ ທີ່ມີນະໂຍ ບາຍທີ່ເໝາະສົມນີ້, ເປັນໂອກາດທີ່ດີ, ທັງເປັນການລົງທຶນ ທີ່ຮັບປະກັນ ດ້ານຄວາມໝັ້ນຄົງ ຮັບປະກັນ ດ້ານຜົນຜະລິດ ແລະ ລາຄາການຊື້-ຂາຍຕາມ ໂຄງການ 2+3 ຂາຍໃຫ້ບໍລິສັດ ນໍ້າຕານອ້ອຍນັ້ນ ແນ່ນອນວ່າ ແຕ່ລະຄອບຄົວ ຈະມີລາຍຮັບເພີ່ມ, ສິ່ງສຳຄັນ ແມ່ນແນ່ໃສ່ສົ່ງເສີມ ປະຊາຊົນມີອາຊີບ, ມີລາຍຮັບເພື່ອພັດທະນາ ຄອບຄົວຕົນເອງ ໃຫ້ມີຊີວິດ ການເປັນຢູ່ທີ່ດີຂຶ້ນ. ພ້ອມ​ນີ້, ທ່ານ​ເຈົ້າ​ແຂວງ​ຍັງຮຽກຮ້ອງໃຫ້ພໍ່ແມ່ປະ ຊາຊົນ ມີຄວາມເຂົ້າໃຈ ຕໍ່ແນວທາງ ນະໂຍບາຍ ຂອງພັກ-ລັດ, ພະຍາມຫລີກລ້ຽງ ການທໍາມາຫາກິນ ແບບອາ​ໄສ ທໍາມະຊາດ ຫັນແນວຄິດສົ່ງເສີມ ແລະ ພັດທະນາການປູກ-ການລ້ຽງ ຫັນແນວຄິດ ໃຫ້ມີຄວາມດຸໝັ່ນ ອອກແຮງງານ ປູກຝັງ-ລ້ຽງສັດ, ​ເຊິ່ງຈະຊ່ວຍ ກະຈາຍລາຍຮັບ ໃຫ້ປະຊາຊົນ ໄດ້ດີເທື່ອຂຶ້ນລະກ້າວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ