ບັນດາກິດຈະກຳ ສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ

16:30 | 27/12/2019

ຍສໝ - ໃນວັນທີ 26 ທັນວາ 2019 ນີ້, ຢູ່ຫໍວັດທະນະທຳແຫ່ງຊາດລາວ, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງມູນເຊື້ອວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອກາປະຕິວັດລາວ ຄົບຮອບ 70 ປີ.

ບັນດາກິດຈະກຳ ສະເຫຼີມສະຫຼອງ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນຄຳ ວິພາວັນ, ກໍາມະການກົມການເມືອງສູນການພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ສະຫາຍ ພົນເອກ ໂງຊວນລິກ, ກຳມະການກົມການເມືອງສູນກາງພັກກອມມູນນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ພ້ອມດ້ວຍ ບັນດາການນຳຂັ້ນສູງ ຂອງພັກ-ລັດ ແລະ ກອງທັບ ຂອງສອງປະເທດ ລາວ - ຫວຽດນາມ ຕະຫຼອດຮອດອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມເຂົ້າຮ່ວມ.

ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນກ່າວຄຳປາໄສຕໍ່ພິທີເຊິ່ງມີບາງຕອນກ່າວວ່າ: ເມື່ອຫວນຄືນມູນເຊື້ອແຫ່ງສາຍພົວພັນພິເສດລາວ - ຫວຽດນາມ, ຫວຽດນາມ - ລາວ, ພວກເຮົາສຸດທີ່ມີຄວາມເອກອ້າງ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ທີ່ສ້າງຕັ້ງໂດຍປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ໃນປີ 1930, ການຕໍ່ສູ້ເພື່ອຄວາມເປັນເອກະລາດ ແຫ່ງຊາດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບໄຊຊະນະເປັນກ້າວໆມາຕໍ່ໜ້າສະ ພາບການທີ່ຂ້ຽວຂາດຄືແນວນັ້ນ.

ບັນດາກິດຈະກຳ ສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ

ບັນດາຜູ້ແທນໄດ້ຖ່າຍຮູບເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ. (ພາບ: Lao's Army News)

ໂດຍເຫັນໄດ້ເຖິງຄວາມຈໍາເປັນ ໃນການຮ່ວມມືຕ້ານສັດຕູຜູ້ຮຸກຮານໂຕດຽວ, ປະທານໂຮ່ຈີມິນ, ປະທານ ໄກອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ຕົກລົງສ້າງສາຍສໍາພັນສູ້ຮົບ ລາວ - ຫວຽດນາມ ໃນປີ 1946 ແລະ ປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈິິມິນທີ່ວ່າ: “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ລູກຫຼານຜູ້ປະເສີດຂອງປະຊາຊົນ ຫວຽດນາມ ເປັນຈໍານວນຫຼາຍແສນຄົນ ໄດ້ຕັດສິນໃຈຂ້າມສາຍພູຫຼວງທີ່ຍິ່ງໃຫຍ່ ເພື່ອປະຕິບັດ ພັນທະສາກົນຢູ່ລາວ, ບັນດານາຍ ແລະ ພົນທະຫານຂອງຫວຽດນາມ ໄດ້ກິ້ງເກືອກລີເລືອກັບກອງທັບ, ນັກຮົບປະຕິວັດ ແລະ ປະຊາຊົນລາວ ເພື່ອຕີເອົາຊະນະກັບສັດຕູຜູ້ຮຸກຮານຕ່າງຊາດ, ຍ້ອນມີການປະສານສົມທົບທີ່ແໜ້ນແຟ້ນ ແລະ ການເສຍສະຫຼະຢ່າງໃຫຍ່ຫຼວງຂອງນັກຮົບປະຕິວັດຂອງສອງປະເທດ, ໄດ້ຕີຖອຍສັດຕູໃນບັ້ນຮົບຕ່າງໆ, ເຖິງວ່າວັນເວລາຜ່ານໄປຫຼາຍທົດສະວັດແລ້ວ, ສອງປະເທດ ພວກເຮົາ ໄດ້ພ້ອມກັນສ້າງສັງ ຄົມຕາມທິດສັງຄົມນິຍົມມາເປັນເວລາ 40 ກວ່າປີແລ້ວ, ແຕ່ຄວາມຊົງຈໍາ, ຄວາມຮູ້ບຸນຄຸນຂອງພັກ, ລັດຖະບານ ແລະ ປະຊາຊົນລາວຕໍ່ຜົນງານ, ຄຸນງາມຄວາມດີ ແລະ ການປະກອບສ່ວນເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຕໍ່ພາລະກິດປະຕິວັດຂອງລາວບໍ່ມີວັນຈະຈືດຈາງ, ຍັງຄົງຝັງເລິກໃນດວງໃຈຂອງປະຊາຊົນລາວສະເໝີມາ.

ດັ່ງພວກຂ້າພະເຈົ້າຕີລາຄາ ສູງຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ຂອງການນໍາຮຸ່ນກໍ່ຕັ້ງຂອງສອງປະເທດ, ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ, ໄດ້ເປັນຜູ້ສ້າງສາຍພົວພັນພິເສດລາວ - ຫວຽດນາມ, ຫວຽດນາມ - ລາວ ແລະ ການພົວພັນນັ້ນໄດ້ຜ່ານການທົດສອບດ້ວຍເລືອດເນື້ອຂອງນັກຮົບ, ປະຊາຊົນສອງປະເທດບົນແປວໄຟຂອງສົງຄາມທີ່ດຸເດືອດ, ຂ້ຽວຂາດ ແລະ ໄດ້ຮັບການເສີມຂະຫຍາຍ,ສືບທອດໂດຍການນໍາ ແລະ ນັກຮົບປະຕິວັດຮຸ່ນຕໍ່ໆມາຂອງສອງປະເທດ ເຊິ່ງປັດຈຸບັນໄດ້ກາຍເປັນມໍລະດົກລວມທີ່ລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງພາລະກິດປະຕິວັດຂອງສອງປະເທດພວກ ເຮົາ.

ຈາກນັ້ນ ສະຫາຍພົນເອກ ໂງ ຊວນລິກ ໄດ້ຂຶ້ນກ່າວຄຳປາໄສຕໍ່ພິທີວ່າ: ນັບຕັ້ງແຕ່ມື້ເລີ່ມກຳເນີດກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າ ທີ່ສາກົນຊ່ວຍເຫຼືອການປະຕິວັດລາວ, ເຊິ່ງປະທານ ໂຮ່ຈິມິນ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ ເປັນຜູ້ເອົາໃຈໃສ່ເປັນພິເສດ, ເຝິກຝົນຫຼໍ່ຫຼອມ, ເພິ່ນໄດ້ສັ່ງສອນພະນັກງານ-ນັກຮົບ “ຕ້ອງໄດ້ປະຕິບັດການນໍາພາຂອງ ລັດຖະບານລາວ, ເດັດຂາດບໍ່ໃຫ້ຖືໂຕເອງສູງ, ບໍ່ອວດອົ່ງທະນົງຕົວ, ບໍ່ຕ້ອງປົກປິດຄວາມຜິດຂອງຕົນ, ຕ້ອງໄດ້ສາມັກຄີກັບພະນັກງານ - ນັກຮົບ ແລະ ປະຊາຊົນລາວຕ້ານສັດຕູໂຕດຽວກັນ”.

ນີ້ແມ່ນປະຫວັດສາດ ທີ່ສຳຄັນອັນໃຫຍ່ຫຼວງຂອງປະຊາຊົນສອງຊາດຫວຽດນາມ - ລາວ ພວກເຮົາສຸດທີ່ມີຄວາມພາກພູມໃຈໃນຕະຫຼອດເດືອນ, ປີທີ່ກອງທັບ ແລະ ປະຊາຊົນສອງຊາດໄດ້ຄຽງບ່າຄຽງໄຫຼ່ ນໍາກັນ, ຮ່ວມສຸກຮ່ວມທຸກ - ເຂົ້າເມັດຫັກຜັກເສັ້ນໜຶ່ງກໍແບ່ງປັນກັນ, ຮ່ວມຂຸມຄອງດຽວກັນ, ຮ່ວມກັນສູ້ຮົບ, ຮ່ວມກັນເສຍສະຫຼະເພື່ອກ້າວໄປສູ່ວັນໄຊຊະ ນະອັນສົມບູນ, ນັ້ນແມ່ນປະຫັວດສາດຄວາມສາມັກຄີ, ຮ່ວມສຳພັນສູ້ຮົບແບບພິເສດຫວຽດນາມ - ລາວ ເຊິ່ງໃນນັ້ນແມ່ນຜົນສໍາເລັດຂອງທະຫານອາສສະໝັກ ແລະ ຊ່ຽວຊານຫວຽດນາມ ພ້ອມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າແມ່ນ ເປັນຂີດໝາຍທີ່ໃສແຈ້ງຢ່າງແທ້ຈິງ.

ຜ່ານພົ້ນໄປແຕ່ໄຊຊະນະ ອັນຍິ່ງໃຫ່ຍຂອງນໍ້າໃຈສາມັກ ຄີ, ຮ່ວມສໍາພັນສູ້ຮົບແບບພິເສດຂອງກອງທັບ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ ຈະເປັນອໍາມະຕະ ຕະຫຼອດໄປ. ເປັນສັນຍາລັກສົດໃສຂອງລັດທິວິລະຊົນປະຕິວັດ ແລະ ກາຍເປັນຄວາມຈິງຂອງກໍາລັງສາ ມັກຄີສາກົນ, ນັ້ນແມ່ນພື້ນຖານທີ່ແໜ້ນໜາເພື່ອສອງຊາດ ຫວຽດນາມ-ລາວ ສືບຕໍ່ພ້ອມກັນພັດທະນາ ແລະ ກ້າວຂຶ້ນ ສູ່ເສັ້ນທາງສັງຄົມນິຍົມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.