ສຽງແຄນທີ່ຈັບອົກຈັບໃຈຂອງຊາວເຜົ່າມົ້ງ ຢຸ່ບັກຮ່າ

06:30 | 21/01/2022

ຍສໝ - ສຽງ​ແຄນ​ດັງ​ກ້ອງ​ໄປ​ຄຽງ​ຄູ່​ກັບ​ຊີວິດ​ຂອງ​ຊາວ​ເຜົ່າ​ມົ້ງ, ທັງ​ຊ່ວຍ​ເຊື່ອມ​ຕໍ່​ກັບ​ເທວະ​ດາ ​ແລະ​ສິ່ງສັກສິດ, ທັງ​ເປັນ​ອຸປະກອນສະແດງ, ເຮັດໃຫ້ບັນ​ເທົາ​ຄວາມ​ທຸກໂສກ​ເປັນຫ່ວງ, ​ແບ່ງປັນ​ຄວາມ​ຄິດ​ເຫັນ, ​ນໍ້າໃຈ, ສະໜິດຕິດພັນວົງຄະນະຍາດ, ເຊື່ອມຕໍ່ຄວາມຮັກຄູ່ບ່າວສາວ.

ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ

ເມືອງ ບັກຮ່າ (ແຂວງ ລາວກາຍ), ດິນແດນທີ່ຊາວເຜົ່າມົ້ງ ດຳລົງຊີວິດມາ ແຕ່ດົນນານມາແລ້ວ, ມີອາຫານທາງດ້ານຈິດໃຈທີ່ບໍ່ອາດຂາດໄດ້, ນັ້ນແມ່ນ ສຽງແຄນ, ສຽງແຄນທີ່ເປັນເອກະລັກສະເພາະ ແລະຈັບອົກຈັບໃຈ.

ສຽງແຄນທີ່ຈັບອົກຈັບໃຈຂອງຊາວເຜົ່າມົ້ງ ຢຸ່ບັກຮ່າ

ສຽງແຄນທີ່ຈັບອົກຈັບໃຈຂອງຊາວເຜົ່າມົ້ງ. ພາບ: vov.vn

ໄປ​ເຖິງ​ເຂດ​ພູສູງ​ບັກ​ຮ່າ, ທ່ານ​ຈະ​ມີ​ໂອກາດຟັງ​ສຽງ​ແຄນ​ເຜົ່າ​ມົ້ງ. ສຽງແຄນ ເຜົ່າມົ້ງ ມ່ວນຢູ່ບ່ອນທີ່ທັງເປັນເຄື່ອງດົນຕີ ແລະເຄື່ອງສະແດງ, ເຮັດໃຫ້ຜູ້ຟັງ ແລະຜູ້ຊົມຕິດພັນກັບການປ່ຽນສຽງ ແລະຈັງຫວະຢ່າງຄ່ອງແຄ້ວ.

ສຽງ​ແຄນ​ດັງ​ກ້ອງ​ໄປ​ຄຽງ​ຄູ່​ກັບ​​ຊີວິດ​ຂອງ​ຊາວ​ເຜົ່າ​ມົ້ງ, ທັງ​ຊ່ວຍ​ເຊື່ອມ​ຕໍ່​ກັບ​ເທວະ​ດາ​ ແລະສິ່ງສັກສິດ, ທັງ​ເປັນ​ອຸປະກອນສະແດງ, ເຮັດໃຫ້ບັນ​ເທົາ​ຄວາມ​ທຸກໂສກ​ເປັນຫ່ວງ, ​ແບ່ງປັນ​ຄວາມ​ຄິດ​ເຫັນ, ​ນໍ້າໃຈ, ສະໜິດຕິດພັນວົງຄະນະຍາດ, ເຊື່ອມຕໍ່ຄວາມຮັກຄູ່ບ່າວສາວ.

​ໃນ​ທ່າມກາງ​ພູຜາ​ປ່າ​ດົງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ສຽງ​ດັງ​ທີ່​ແຈ່ມ​ໃສ, ດັງ​ກ້ອງ​ກັງວານ​ກັບ​ຈັງຫວະ​ທີ່ເຂັ້ມແຂງ ​ແລະຄ່ອງ​ແຄ້ວ ​ແມ່ນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ໃຫ້​ແກ່​ສີສັນ​ວັດທະນະທຳ, ຄວາມ​ພາກພູມ​ໃຈ​ຂອງ​ຊາວ​ເຜົ່າ​ມົ້ງບັກຮ່າ ໃນຕະຫຼອດ ຮຸ້ນຄົນຕ່າງໆ.

ບູນມີ

ເຫດການ
302 Found

Found

The document has moved here.