ຮ່າ​ໂນ້ຍ ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ​ຕື່ມ​ອີກ 2 – 5 ແຫ່ງ​ໃນ​ໄລ​ຍະ 2021-2025

07:15 | 14/01/2022

ຍສໝ - ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫາ​ກໍ່​ລົງ​ນາມ​​ຕົກລົງ​ອະນຸມັດ​ແຜນຮ່າງສ້າງ​ຕັ້ງເຂດ​ອຸດສາຫະກຳ 2 – 5 ​ແຫ່ງໃນບໍລິເວນນະຄອນຫຼວງ​ໃນ​ໄລຍະ 2021 – 2025. ນະຄອນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ, ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ, ແກ້ໄຂບັນດາ​ຄວາມ​ຫຍຸ້ງ​ຍາກ​ໃຫ້ແກ່ບັນດາ​ວິ​ສາ​ຫະ​ກິດ​ຢູ່​ບໍລິເວນພັດ​ທະ​ນາ.

ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ
ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ ​1000 ທຶນໄປ​ສຶກ​ສາ​ຢູ່​ລັ​ດ​ເຊຍ ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ ​1000 ທຶນໄປ​ສຶກ​ສາ​ຢູ່​ລັ​ດ​ເຊຍ
ພາບປະກອບ: anninhthudo.vn
ພາບປະກອບ: anninhthudo.vn

ຕາມ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ແລ້ວ, ການ​ກໍ່ສ້າງ ​ແລະ ຈັດຕັ້ງປະຕິບັດແຜນຮ່າງ “​ສ້າງ​ຕັ້ງ ເຂດ​ອຸດສາຫະກຳໃໝ່ 2 – 5 ແຫ່ງ​​ໄລຍະ 2021 – 2025” ​ເພື່ອ​ຫັນເປັນລະອຽດ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ໃນ​ການ​ກວດກາ, ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ​ອຸດສາຫະກຳ ​ແລະ ຮຽກຮ້ອງ​ວິ​ສາ​ຫະກິດ​ລົງທຶນເຂົ້າໃນບັນດາເຂດ​ອຸດສາ​ຫະກຳ, ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ໃນບໍລິເວນນະຄອນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນຫຼວງ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ 2021 - 2025.

ດ້ວຍ​ທ່າ​ໄດ້​ປຽບ​ໃນ​ການແກ່ງແຍ້ງກ່ຽວກັບ​​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນທີ່ປອດໂປ່ງ, ການ​ເມືອງ​ໝັ້ນຄົງ, ພັດທະນາ​ເສດຖະກິດ - ສັງຄົມ​ແບບ​ຍືນ​ຍົງ, ແຫຼ່ງຊັບພະຍາກອນ​ມະນຸດ​ອຸດົມສົມບູນ, ມີ​ຄຸນ​ນະພາ​ບສູງ, ນະຄອນຫຼວງ ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ທີ່​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ.

ເນື່ອງຈາກບັນດາທ່າໄດ້ປຽບດັ່ງກ່າວ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າມາຮ່າໂນ້ຍ ໃນຊຸມປີມໍ່ໆມານີ້ ມີທ່າອ່ຽງເພີ່ມຂຶ້ນ, ພິເສດແມ່ນພາຍຫຼັງທີ່ຫວຽດນາມ ໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) ສອງຝ່າຍ ແລະ ຫຼາຍຝ່າຍ.

ໄລ່ມາຮອດເດືອນທັນວາ 2021, ບັນດາເຂດອຸດສາຫະກຳຮ່າໂນ້ຍ ໄດ້ດຶງດູດກວ່າ 700 ໂຄງການ, ໃນນັ້ນມີ 303 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 6,1 ຕື້ USD; ມີ 399 ໂຄງການ​ລົງທຶນ​ພາຍ​ໃນ​ປະ​ເທດ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 18.000 ຕື້​ດົ່ງ. ໄລຍະ 2015 - 2020, ການດຶງດູດການລົງທຶນຂອງບັນດາເຂດອຸດສາຫະກຳຮ່າໂນ້ຍ ບັນລຸ 1,7 ຕື້ USD, ບັນລຸ 130% ຄາດໝາຍທີ່ວາງອອກ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະ 2011 - 2015.

ມີ 25 ປະ​ເທດ, ​ເຂດ​ແຄວ້ນ​ມີ​ໂຄງການ​ລົງທຶນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ຂອງ ຮ່າ​ໂນ້ຍ; ​ໃນ​ນັ້ນ, ຍີ່​ປຸ່ນ​ເປັນ​ປະ​ເທດ​ນຳ​ໜ້າ ດ້ວຍ​ທຶນ​ຈົດ​ທະບຽນ​ກວມ 60%; ​ຫຼາຍ​ໂຄງການ​ທີ່​ມີ​ຍອດ​ຈຳນວນ​ທຶນຫຼາຍ​ແຕ່ 100 ລ້ານ ​ເຖິງກວ່າ 300 ລ້ານ USD, ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຊັ່ນ ບັນດາໂຄງການຂອງ Canon, Panasonic, Yamaha, Meiko, Young Fast... ນອກ​ນີ້​ຍັງ​ມີ​ປະ​ເທດ​ອື່ນໆ​ເຊັ່ນ: ຈີນ, ສ.​ເກົາຫຼີ, ສິງກະໂປ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.