ແຂວງ​ຮ່ວາ​ບິ່ງ ມີ​ມໍລະດົກ​ວັດທະນະທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ອີກ 2 ​ແຫ່ງ

17:29 | 31/07/2022

ຍ​ສ​ໝ - ຄວາມຮູ້ພື້ນບ້ານ ຄວາມຮູ້ກ່ຽວກັບປະຕິທິນຂອງຊາວ​ເຜົ່າ​ມົ້ງ (ປະຕິທິນໄມ້ໄຜ່) ໄດ້ສ້າງຂຶ້ນໂດຍຜ່ານການສັງເກດການເຄື່ອນທີ່ຂອງດວງຈັນ, ໂດຍອີງໃສ່ຄຸນລັກສະນະຂອງດວງຈັນໃນຮອບເດືອນ ຕະຫຼອດຮອດການເຄື່ອນທີ່ຂອງດາວດອຍເພື່ອກຳນົດເວລາ, ວັນ, ອາທິດ, ເດືອນ, ປີ ແລະ ກຳ​ນົດດິ້ວໄມ້ໄຜ່ 12 ອັນ “ຍັງ​ໄດ້ເອີ້ນວ່າ ປະຕິທິນໄມ້ໄຜ່”.

ງານ​ບຸນ​ຢິງ​ໄທ່​ທິມ ກາຍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳລະ​ດັບ​ຊາດ ງານ​ບຸນ​ຢິງ​ໄທ່​ທິມ ກາຍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳລະ​ດັບ​ຊາດ
World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ
ແຂວງ​ຮ່ວາ​ບິ່ງ ມີ​ມໍລະດົກ​ວັດທະນະທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ອີກ 2 ​ແຫ່ງ
ວັນ​ບຸນ​ໄຂ​ຮະ (ພາບ: dantri)

ວັນ​ທີ 26 ກໍລະກົດ​ນີ້, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ໄດ້​ອອກ​ຂໍ້​ຕົກ​ລົງ 2 ສະບັບ​ກ່ຽວ​ກັບ​ການ​ປະ​ກາດ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ຂອງ​ແຂວງ​ຮ່ວາ​ບິ່ງ. ນັ້ນ​ແມ່ນ​ຄວາມ​ຮູ້​ກ່ຽວ​ກັບ​ປະຕິທິນ​ດອຍ (ປະຕິທິນ​ໄມ້​ໄຜ່) ​ແລະ ງານ​ບຸນ​ໄຄ​ຮ່າ ​ຂອງ​ຊາວ​ເຜົ່າ​ມົ້ງ.

ຄວາມຮູ້ພື້ນບ້ານ ຄວາມຮູ້ກ່ຽວກັບປະຕິທິນຂອງຊາວ​ເຜົ່າ​ມົ້ງ (ປະຕິທິນໄມ້ໄຜ່) ໄດ້ສ້າງຂຶ້ນໂດຍຜ່ານການສັງເກດການເຄື່ອນທີ່ຂອງດວງຈັນ, ໂດຍອີງໃສ່ຄຸນລັກສະນະຂອງດວງຈັນໃນຮອບເດືອນ ຕະຫຼອດຮອດການເຄື່ອນທີ່ຂອງດາວດອຍເພື່ອກຳນົດເວລາ, ວັນ, ອາທິດ, ເດືອນ, ປີ ແລະ ກຳ​ນົດດິ້ວໄມ້ໄຜ່ 12 ອັນ “ຍັງ​ໄດ້ເອີ້ນວ່າ ປະຕິທິນໄມ້ໄຜ່”. ແຕ່ລະດິ້ວໄມ້ໄຜ່ເປັນເດືອນ, ລວມທັງຈໍານວນວັນຂອງເດືອນ, ໄດ້ຄວັດສະຫຼັກໃນຮູບປັ້ນດິນຈີ່ ວັນດີ, ວັນບໍ່ດີ, ວັນຝົນຕົກ, ວັນລົມແຮງ... ໄປເຮັດວຽກ, ປຸກເຮືອນໃໝ່, ແຕ່ງດອງ ຫຼື ເຮັດວຽກໃຫຍ່.

ບຸນ​ໄຄ​ຮ່າ ​ຂອງ​ຊາວ​ເຜົ່າ​ມົ້ງ ຢູ່​ແຂວງ ຮວ່າ​ບິງ ຍັງ​ມີ​ຊື່​ວ່າ ບຸນ​ລະດູ​ການ​ຂອງ​ຊາວ​ເຜົ່າ​ມົ້ງ. ນີ້​ແມ່ນ​ງານ​ບຸນ​ປະ​ເພນີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຊາວ​ເຜົ່າ​ມົ້ງ. ງານ​ບຸນ​ໄດ້​ຕິດ​ພັນ​ກັບ​ການ​ຜະ​ລິດ​ເຂົ້າ​ນາ​ທາມ, ມີ​ຫຼາຍ​ຮ່ອງຮອຍ​ຂອງ​ອາ​ລະ​ຍະ​ທຳ​ຫວຽດ​ນາມ​ໃນ​ສະ​ໄໝ​ບູ​ຮານ. ງານ​ບຸນ​ແມ່ນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ ແລະ ວັດ​ທະ​ນະ​ທຳ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາວ​ເຜົ່າ​ມົ້ງ ຢູ່​ແຂວງ ຮ​ວ່າ​ບິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.