ປະເທດລາວມີ​ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ

11:47 | 06/01/2020

ປະເທດ​ລາວ​ມີ​ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມແລະໄດ້ຮັບ​ຄວາມ​ນິຍົມໜຶ່ງ​ໃນນັ້ນ​​ນໍ້າ​ຕົກຕາດພະ​ແຈ​ແຫລ້ເປັນ​ນ້ຳຕົກ​ໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມແລະໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ເຂົ້າ​ໄປ​ທ່ຽວ​ຊົມຈັດ​ກິດຈະກຳກິນ​ເຂົ້າ​ປ່າ​ສາມັກຄີ​ໃນ​ວັນພັກລັດຖະການເຊິ່ງ​ນ້ຳຕົກຕາດ​ນີ້​​ຕັ້ງ​ຢູ່​ບ້ານ​ນ້ຳ​ຄຽນເມືອງ​ຮົ່ມແຂວງໄຊສົມ​​ບູນ.

ປະເທດລາວມີ​ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ

ໄຊທານີ ສົ່ງເສີມການທ່ອງທ່ຽວທໍາມະຊາດ ຕິດພັນກັບການສ້າງລາຍຮັບໃຫ້ປະຊາຊົນ.(ພາບ:ຂປລ)

ເມືອງໄຊທານີ ມີສະຖານທີ່ແຫລ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາທັງໝົດ 15 ແຫ່ງ ປະກອບມີແຫລ່ງທ່ອງທ່ຽວສາຍນໍາງື່ມ (ຂີ່ແພຊົມງື່ມ) ແຫລ່ງທ່ອງທ່ຽວຄອນກໍາ ບ້ານເວີນແທ່ນ ຕິດພັນກັບບ້ານວັດທະນະທໍາ ແຫລ່ງທ່ອງທ່ຽວ ວັດພະບາດ ແອວຂັນ ຕາດຫ້ວຍຊາຍຂາວ ບ້ານນາຄາຍ ນໍ້າຕົກຕາດຊ່ອຍວອນ ບ້ານນາຄັນທຸງ ແຫລ່ງທ່ອງທ່ຽວໜອງງົມ-ໜອງຄັນ ຕິດພັກກັບຮ່ອງຮອຍປະຫວັດສາດ ບ້ານສວນມະນີຈັນ ສວນຈໍາປາມຸງຄຸນ ສິລະປະສະໂມສອນບ້ານດ່ານຊ້າງ ຫໍມູນເຊື້ອວັດທະນະທໍາ ບ້ານທ່າຈໍາປາ ບຸນປະເພນີເຜົ່າກຶມມຸ ບ້ານລາດຄວາຍ ບຸນປະເພນີ້ຊົນເຜົ່າໄຕແດງ ບ້ານໂຄກສະອາດ ແລະ ການທ່ອງທ່ຽວບຸນະປະເພນີ ກິນຈຽງເຜົ່າມົ້ງ ເຊິ່ງໃນໄລຍະຜ່ານມາ ຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊທານີ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ປະສານສົມທົບກັບ ອໍານາດການປົກເມືອງ ຕະຫລອດເຖິງຜູ້ປະກອບ ກິດຈະການທ່ອງທ່ຽວ ເພື່ອສົ່ງເສີມການທ່ອງທ່ຽວ ພາຍໃນເມືອງ ແລະ ດຶງດູດນັກທ່ອງທ່ຽວພາຍໃນ ນະຄອນຫລວງວຽງຈັນເອງ ອັນເຮັດໃຫ້ຕົວເລກ ນັກທ່ອງທ່ຽວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ການທ່ອງທ່ຽວທໍາມະຊາດ ຢູ່ນໍ້າຕົກຕາດຊອຍວອຍ ທີ່ມີຕົວເລກນັກທ່ອງທ່ຽວພາຍໃນເມືອງ ກໍ່ຄື ນັກທ່ອງທ່ຽວທົ່ວ ນະຄອນຫລວງວຽງຈັນ ເຂົ້າທ່ຽວຊົມ ກວ່າ 4.000 ຄົນຕໍ່ເດືອນ.

ເພື່ອສົ່ງເສີມການທ່ອງທ່ຽວ ຂອງສະຖານທີ່ດັ່ງກ່າວ ໃຫ້ນັບມື້ກ້າວຂະຫຍາຍຕົວ ກໍ່ຄືສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ກອງປະຊຸມໃຫຍ່ຄັ້ງ 7 ຂອງເມືອງໄຊທານີ ຕະຫລອດເຖິງການດຶງດູດ ແຫລງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສືບຕໍ່ພັດທະນາແຫລ່ງທ່ອງທ່ຽວຕ່າງໆ ຢູ່ພາຍໃນເມືອງໄຊທານີ ໃຫ້ມີບັນຍາກາດຟົດຟື້ນ ໂດຍສະເພາະການ ສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ປະຊາຊົນ ພື້ນທີ່ໃຫ້ນັບມື້ ສູງຂຶ້ນ ອໍານາດການປົກຄອງເມືອງໄຊທານີ ໄດ້ປະສານສົມທົບ ກັບພະແນກ ຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ຈັດຄາລະວານທ່ອງທ່ຽວ ທໍາມະຊາດຕາດຫ້ວຍຊາຍຂາວ ແລະ ນໍ້າຕົກຕາຊອຍວອຍ ຂຶ້ນໃນທ້າຍເດືອນ ສິງຫາ 2019 ອີກດ້ວຍ.

ປະເທດລາວມີ​ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ

ນ້ຳຕົກຕາດພະແຈແຫລ້ ແຫລ່ງທ່ອງທ່ຽວສວຍງາມຂອງເມືອງຮົ່ມ.(ພາບ:ຂປລ)

ຖ້າ​ທ່ານ​ໃດ​ມີ​ໂອກາດ​ໄດ້​ໄປ​ແຂວງ​ໄຊ​ສົມບູນກໍ​ຢ່າ​ລືມ​ໄປ​ສຳຜັດ​ກັບ​ບັນຍາກາດ​ອັນ​ສວຍ​ງາມ​ຂອງ​​ນໍ້າ​ຕົກ​ຕາດ​ແຫ່ງ​ນີ້ຮັບຮອງ​ວ່າ​ທ່ານ​ຈະ​ຕິດ​ໃຈແລະຢາກ​ກັບ​ໄປ​ອີກ​ຢ່າງ​ແນ່​ນອນ. ​​ນໍ້າ​ຕົກ​ຕາດ​ແຫ່ງ​ນີ້ຍັງ​ຮັກສາ​ຄວາມ​ເປັນ​ທຳ​ມະ​ຊາດ​ໄວ້​ໄດ້​ຢ່າງ​ສົມບູນເພາະ​ຍັງ​ບໍ່​ມີ​ກັນ​ດັດແປງຫລືພັດທະນາ​ພໍ​ປານໃດ, ສ່ວນເສັ້ນທາງທີ່ເຂົ້າໄປຫາຕາດນັ້ນແມ່ນຖືກປັບປຸງໃຫ້ສະດວກສະບາຍຫລາຍ ເອົາ​ເປັນ​ວ່າ​ຖ້າ​ທ່ານ​ໃດ​ໄປແລະຕ້ອງການ​ໄປ​ພັກຜ່ອນ​ກິນ​ເຂົ້າ​ປ່າ​​ທ່າມ​ກາງ​ທຳ​ມະ​ຊາດ​ອັນ​ສວຍ​ງາມກໍ​ຕ້ອງ​ໄດ້​ກະກຽມ​ອາຫານ​ການ​ກິນ, ເຄື່ອງ​ດື່ມແລະເຄື່ອງ​ອຳນວຍ​ຄວາ​ມະ​ດວກ​ຕ່າງໆ​ໄປ​ພ້ອມແລະຖ້າ​ໄປ​ໄປ​ຮອດ​ແລ້ວຢ່າ​ລືມ​ລົງ​ຫລິ້ນ​​ນໍ້າ​ໄສໆ​ເຢັນໆທີ່​ໄຫລ​ໄປ​ຕາມ​​ໂຫງ່ນ​ຫີນ​ນ້ອຍ​ໃຫຍ່ເຊິ່ງ​ຈະ​ສ້າງ​ຄວາມ​ເພີດເພີນ​ໃຫ້​ທ່ານ​ຢ່າງ​ແນ່​ນອນ.

ນອກຈາກ​​ນໍ້າ​ຕົກ​ຕາດ​ພະ​ແຈ​ແຫລ້ແລ້ວ​ແຂວງ​ໄຊ​ສົມບູນ​ຍັງ​ມີ​ສະຖານທີ່​ທ່ອງ​ທ່ຽວ​ສວຍ​ງາມ​ອີກ​ຫລາຍ​ແຫ່ງ​ເຊັ່ນ: ​​ນໍ້າ​ຕົກ​ຕາດ​ພູ​ຍ່າ​ເຖົ້າ, ​​ຖໍ້າ​ເຈົ້າ​ອະນຸວົງ, ຜາ​ພະ​ເຈົ້າ, ​​ນໍ້າ​ຕົກ​ຕາດ​ຫ້ວຍ​ປາ​ຕີນແລະອື່ນໆເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ພາຍ​ໃນແລະຕ່າງໆ​ປະເທດເນື່ອງ​ຈາກ​ພູມ​ສັນຖານ​ຂອງ​ແຂວງ​ໄຊ​​ບູນເປັນ​ພູ​ດອຍ​ສູງ​ຊັນ, ມີ​ອາກາດ​ເຢັນ​ສະບາຍ, ມີ​ພູຜາ​ປ່າໄມ້​ທີ່​ອຸດົມສົມບູນຈຶ່ງ​ເໝາະ​ແກ່​ການທ່ອງທ່ຽວ​ແບບ​ທຳ​ມະ​ຊາດ. ຖ້າ​ທ່ານ​ໃດ​ໄດ້​ໄປ​ແຂວງ​ໄຊ​ສົມບູນ​ແລ້ວກໍ​ຄວນ​ຫາ​ໂອກາດ​ໄປ​ສຳຜັດ​ກັບ​ບັນຍາກາດ​ດີໆ​ແບບ​ນີ້ເພື່ອ​ຜ່ອນຄາຍ​ຄວາມ​ຕຶງ​ຄຽດ​ຈາກ​ວຽກ​ງານ, ການໄດ້ສຳຜັດກັບ​ອາກາດ​ບໍລິສຸດກໍ​ຈະ​ເຮັດ​ໃຫ້​ຮ່າງກາຍແລະຈິດໃຈ​ເບີກບານ​ມ່ວນຊື່ນມີ​ກຳລັງ​ແຮງ​ໃນ​ການ​ເຮັດ​ວຽກ​ງານ​ໃຫ້​ມີ​ຜົນສຳເລັດ​ຢ່າງ​ແນ່​ນອນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.