ຫວຽດນາມແລະລາວ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງ | |
ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ |
ຫວ່າງແລ້ວນີ້, ສື່ມວນຊົນຈີນ ລາຍງານວ່າ ຫວຽດນາມໄດ້ປ່ຽນແທນຈີນ ເປັນຜູ້ຜະລິດເກີບກິລາໃຫຍ່ຂອງ Nike. ໜັງສືພິມ (Yicai) ໄດ້ຂຽນວ່າ "ໃຜກຳລັງຜະລິດເກີບ Nike: ໃນ 10 ປີ, ຫວຽດນາມໄດ້ປ່ຽນແທນຈີນ": ຖ້າຜູ້ບໍລິໂພກຈີນ ເລືອກເກີບກິລາໃນຮ້ານ Nike, ສ່ວນຫຼາຍແລ້ວພວກເຂົາ ຈະເລືອກຜະລິດຕະພັນທີ່ຜະລິດຢູ່ຫວຽດນາມ.
![]() |
51% ເກີບກິລາ Nike ຜະລິດຢູ່ຫວຽດນາມ. (ພາບ: cafeF) |
ກ່ອນປີ 2010, ຈີນແມ່ນປະເທດຜະລິດບັນດາຜະລິດຕະພັນເກີບ Nike ໃຫຍ່ທີ່ສຸດ. ແຕ່ປະຈຸບັນ, ເກີບຂອງ Nike ຫຼາຍກວ່າເຄິ່ງໜຶ່ງ ແມ່ນຜະລິດຢູ່ຫວຽດນາມ. ກໍເຊັ່ນດຽວກັນ, ປະເທດຜູ້ຜະລິດຕົ້ນຕໍຂອງ Adidas ກໍບໍ່ແມ່ນປະເທດຈີນ.
ກໍາລັງແຮງອັນໃດທີ່ຍູ້ Nike ແລະ Adidas ຈາກ 'Made in China' ກາຍເປັນ 'Made in Vietnam'? ຈີນສູນເສຍຫຍັງໃນການປ່ຽນແປງການຜະລິດຂະຫນາດໃຫຍ່ນີ້?
ຕາມສຳນັກຂ່າວສານ CNA (ໄຕ້ຫວັນ), ບົດລາຍງານການເງິນຂອງ Nike ໃຫ້ຮູ້ວ່າ: ໃນປີ 2021, ມີເຖິງ 51% ຈຳນວນເກີບກິລາຂອງບໍລິສັດເກີບທີ່ມີຊື່ສຽງໃນໂລກນີ້ ຈະຖືກຜະລິດຢູ່ຫວຽດນາມ; ອັດຕາການຜະລິດຂອງຈີນ ໄດ້ຫຼຸດລົງ 21% ຈາກ 35% ໃນປີ 2006.
ນັບທັງ ອິນໂດເນເຊຍ ກໍໄດ້ລື່ນກາຍຈີນ ກາຍເປັນປະເທດຜະລິດສິນຄ້າເກີບ Nike ໃຫຍ່ອັນດັບສອງໃນປີ 2020, ເນື່ອງຈາກອັດຕາສ່ວນຜະລິດຂອງປະເທດອິນໂດເນເຊຍ ໄດ້ເພີ່ມຂຶ້ນຈາກ 21% ເປັນ 26% ໃນຮອບ 15 ປີຜ່ານມາ.
ຜູ້ຊ່ຽວຊານຈີນເຊື່ອວ່າ ການຖອນຕົວເທື່ອລະກ້າວຂອງຕ່ອງໂສ້ການຜະລິດເກີບ Nike ແລະ ຍີ່ຫໍ້ສິນຄ້າກິລາສາກົນຈາກຈີນ ຈະສົ່ງຜົນກະທົບທາງລົບຕໍ່ອຸດສາຫະກໍາການຜະລິດຂອງຈີນ. ນີ້ກໍໝາຍຄວາມວ່າ ຈີນຈະສູນເສຍກາລະໂອກາດວຽກເຮັດງານທຳຫຼາຍຢ່າງ, ການເສຍພາສີຢ່າງຫຼວງຫຼາຍ ແລະ ສະພາບແວດລ້ອມແຫ່ງການແຂ່ງຂັນທີ່ດີ.
ຄຳຮຸ່ງ