ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ

16:36 | 16/12/2021

ຍສໝ - ຕອນບ່າຍວັນທີ 15 ທັນວາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro ເນື່ອງໃນໂອກາດທ່ານ ສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ. ພາບ: TTXVN

ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງຝ່າຍໄດ້ສົມທົບກັນເປັນຢ່າງດີ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ແຕ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ໝາກຜົນການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ສອງຝ່າຍ ມານະພະຍາຍາມຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນສູງ ສືບຕໍ່ຈັດກອງປະຊຸມລະຫວ່າງລັດຖະບານ ຫວຽດນາມ - ອາຟຼິກກາໃຕ້ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງ ແລະ ເພີ່ມທະວີການສົ່ງເສີມການຄ້າ.

ທ່ານ ເອກອັກຄະລັດຖະທູດ Mpetjane Kgaogelo Lekgoro ຖືວ່າ ການຮ່ວມມືດ້ານການຄ້າ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro ຢັ້ງຢືນວ່າ ອາຟຼິກາໃຕ້ ຖືການຍູ້ແຮງການຮ່ວມມືກັບ ຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ເປັນສຳຄັນ.

ໄຊພອນ

ເຫດການ
302 Found

Found

The document has moved here.