ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້

07:58 | 05/01/2022

ຍສໝ - ​ຍັງ​ບໍ່​ຮອດ​ໜຶ່ງ​ເດືອນ​ກໍ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດ, ປະຊາຊົນເປັນ​ຈຳນວນ​ຫຼວງ​ຫຼາຍ​ພາກັນ​​ໄປ​ຊື້​ເຄື່ອງ​ ແລະ ​ປະດັບ​ປະດາ​ເຮືອນ​ຊານ​ຂອງ​ຕົນ, ມຸ່ງ​ມາດປາດຖະໜາເວລາ​ເຕົ້າ​ໂຮມ​ກັນ​ຢ່າງ​ເຕັມທີ່.

ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ອາຄານບາງແຫ່ງໄດ້ປະດັບດ້ວຍຕົວເລກ "2022" ເປັນການຕ້ອນຮັບປີໃໝ່ ທີ່ຈະມາເຖິງ. ຖະ​ໜົນກໍ່​ໄດ້​ຮັບ​ປະດັບປະດາ​ດ້ວຍ​ດອກໄຟ, ທຸງ ແລະ​ປ້າຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
​ໃນ​ຊຸມ​ວັນທ້າຍປີ, ຝູ​ດຶກ (ຮວ່ານ​ກ໊ຽມ) ​ໄດ້​ເລືອກ​ເຟັ້ນ​ແຈ​ທີ່​ຄຸ້ນ​ເຄີຍ​ຢູ່ແຄມໜອງ​ເພື່ອ​ພັກຜ່ອນ​ຢ່ອນ​ອາລົມ ​ແລະ ແຕ້ມ​ພາບ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ທ້າວດຶກ ​ໃຫ້ຮູ້​ວ່າ “ຂ້າພະເຈົ້າ​ມັກ​ຍ່າງ​ຢູ່​ແຄມໜອງ, ຖ່າຍຮູບ ​ແລະ​ ແຕ້ມ​ຮູບ​ໃສ່ເຈ້ຍ”. ພົບສິ່ງທີ່ສວຍງາມ, ດຶກ ໄດ້ໃຊ້ລະບົບຖ່າຍຮູບ Single Take ຂອງ Z Fold3 ເພື່ອເລືອກຮູບທີ່ດີທີ່ສຸດ ແລະ ຈັດເປັນລຳດັບ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
​ໃກ້ຈະຮອດ​ປີ​ໃໝ່, ​ເຂດ​ອ້ອມ​ໜອງ​ຮວ່ານ​ກ໊ຽມ​ກໍ່​ໄດ້​ຮັບ​ການ​ປະດັບ​ປະດາ, ຕົ້ນ​ໄມ້​ຖືກ​ຕັດ​ສ້ອມ ​ແລະ ​ຫົດ​ນ້ຳ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ຊາວ​ສວນດອກຄາຍ ກໍ່​ປ່ຽນ​ໄຟ​ປະດັບ​ປະດາ​ເພື່ອ​ກະກຽມ​ການ​ຂາຍ​ດອກຄາຍ​ໃນ​ປີ 2022. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ພາຍຫຼັງ 1 ປີທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19, ຍອດຂາຍດອກຄາຍບໍ່ດີຄືກັບປີກ່ອນ, ແຕ່ຜູ້ປູກດອກຄາຍຫຼາຍຄົນຍັງຍຶດໝັ້ນອາຊີບຂອງບັນພະຊົນ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ບັນດາພໍ່ຄ້າແມ່ຄ້າກໍ່ໄດ້ຂາຍດອກຄາຍ, ດອກເໝີຍ, ດອກໝັ້ນ... ຢູ່​ຕະຫຼາດ​ກວ໊າງ​ບ່າ (​ເມືອງໄຕ​ໂຮ່). ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ຕາມຖະໜົນລາກລອງກວນ, ຕົ້ນໝາກກ້ຽງນ້ອຍ, ໝາກກ້ຽງໃຫຍ່... ກໍ່ໄດ້ຂາຍມາໄດ້ປະມານ 1 ເດືອນແລ້ວ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ ນະຄອນຫຼວງ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ພໍ່​ຄ້າ​ຫຼາຍ​ຄົນຕ້ອງ​ນອນຢູ່ສວນ ​ເພື່ອ​ບົວລະບັດ​ສວນ​ຕົ້ນໄມ້. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ອາກາດ​ຢູ່​ຮ່າ​ໂນ້ຍ​ ໃນ​ທຸກ​ມື້​ນີ້​ພຽງ 13 ອົງສາ​ເຊ, ​ແຕ່​ພໍ່ຄ້າຫຼາຍຄົນ​ຢູ່​ຕະຫຼາດ​ດອກ​ໄມ້ ຮວ່າງ​ຮວາ​ທ໊າມ (ບາ​ດິ່ງ) ຍາມ​ໃດ​ກໍ່ຟ້າວຟັ່ງຂະຫຍັນພຽນ​ເຄື່ອນ​ຍ້າຍ​ຕົ້ນ​ໄມ້​ໃສ່​ກະ​ຖາງ​ເພື່ອ​ຂາຍ​ໃຫ້​ປະຊາຊົນ. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້

ດອກ​ກ້ວຍໄມ້​ແດງ​ແມ່ນ​ໜຶ່ງ​ໃນ​ບັນດາ​ດອກ​ໄມ້​ທີ່ປະຊາຊົນຕົກແຕ່ງຫຼາຍທີ່ສຸດໃນ​ຍາມ​ບຸນ​ເຕັດ​, ​ເພາະ​ມັນ​ນຳ​ມາ​ເຊິ່ງຄວາມ​ໂຊກ​ດີໃຫ້​ແກ່​ເຈົ້າຂອງເຮືອນ. ພາບ: zingnews.vn​

ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ເຂດ​ຂາຍ​ປະຕິທິນ​ເທດ​ຢູ່​ຖະໜົນ​ຫ່າງ​ຈົ໊ງ​ແມ່ນຄຶກຄື້ນກວ່າ​​ດ້ວຍ​ຮູບ​ພາບ​ທີ່​ເປັນສັນຍາລັກໃຫ້ບຸນປີ​ໃໝ່​ປີຂານ 2022. ພາບ: zingnews.vn
ຊາວ​ຮ່າ​ໂນ້ຍ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ກະ​ກຽມບຸນເຕັດແຕ່​ໄວ​ນີ້
ຢູ່​ຖະ​ໜົນ, ​ເດັກ​ນ້ອຍ​ຮ່າ​ໂນ້ຍ ​ພໍ່​ແມ່ໄດ້ໃຫ້​ນຸ່ງ​ເຄື່ອງ​ກັນໜາວເພື່ອ​ອອກ​ໄປຫຼິ້ນປີໃໝ່ເລີ່ມແຕ່ຊ່ວງນີີ້. ພາບ: zingnews.vn

ບູນມີ

ເຫດການ
302 Found

Found

The document has moved here.