ເພີ່ມທະວີສາຍພົວພັນ ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ກໍາປູເຈຍ ແລະຫວຽດນາມ

06:07 | 24/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ນຳໜ້າ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຮອດສະໜາມບິນພະນົມເປັນ, ນະຄອນ ຫຼວງພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດລາຊະອານາ ຈັກກຳປູເຈຍ ຕາມຄຳເຊີນຂອງພະມະຫາກະສັດກຳປູເຈຍ Norodom Sihamoni.

ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ
ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ

ໃນການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະພົບປະກັບພະມະຫາກະສັດກຳປູເຈຍ Norodom Sihamoni; ພົບປະກັບທ່ານນາຍົກລັດ ຖະມົນຕີກໍາປູເຈຍ Samdech Techo Hun Sen; ພົບປະກັບທ່ານ ປະທານສະພາສູງ Samdech Say Chhum; ພົບປະກັບທ່ານປະທານສະພາ ແຫ່ງຊາດ Heng Samrin....

ເພີ່ມທະວີສາຍພົວພັນ ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ກໍາປູເຈຍ ແລະຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພະມະຫາກະສັດກຳປູເຈຍ Norodom Sihamoni. ພາບ: TTXVN

ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວນຟຸກ ໃນຄັ້ງນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນ “ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງ ກໍາປູເຈຍ ແລະຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງກວ່າອີກ.

ທີ່ການພົບປະພະມະຫາກະສັດກຳປູເຈຍ Norodom Sihamoni, ການນຳ 2 ທ່ານໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ, ຊ່ວຍ ເຫຼືອກັນຢ່າງທັນການລະຫວ່າງສອງປະເທດໃນການຮັບມືກັບພະຍາດໂຄວິດ-19, ສະແດງໃຫ້ເຫັນມູນເຊື້ອອຸ້ມຊູຊ່ວຍເຫຼືອກັນໃນຂະນະປະສົບກັບຄວາມຫຍຸ້ງຍາກ ລະຫວ່າງສອງຊາດ.

ການນຳສອງທ່ານຢັ້ງຢືນວ່າ ຈະສືບຕໍ່ສະຫງວນບູລິມະສິດສູງທີ່ສຸດ ແລະເຮັດຈົນ ສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງໃຫ້ການພົວພັນຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ ນັບມື້ນັບແຕກດອກອອກຜົນ. ການນຳ ສອງທ່ານກໍ່ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງໃນປີ 2022 “ປີມິດຕະພາບ ຫວຽດນາມ-ກຳປູເຈຍ, ກຳປູເຈຍ- ຫວຽດນາມ” ສອງຝ່າຍຈະຈັດຕັ້ງບັນດາການ ເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດລະຫວ່າງສອງປະເທດ (24 ມິຖຸນາ 1967 / 24 ມິຖຸນາ 2022).

ບູນມີ

302 Found

Found

The document has moved here.