ພໍ່ແມ່ຊາວຄຼິດຫວຽດນາມ ຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມສະຫງົບສຸກໃນໂລກລະລາດໂຄວິດ-19

12:23 | 26/12/2021

ຈຳນວນຜູ້ຄົນໄປມາຢູ່ຖະໜົນສາຍຕ່າງໆໃນເຂດໃຈກາງ ຮ່າໂນ້ຍ ໃນຕອນຄ່ຳວັນທີ 24 ທັນວາ ແມ່ນຫຼາຍກວ່າມື້ທຳມະດາ.

ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ
ເປີດສະຫຼອງຮູບຈໍາລອງ ອະທິປະໄຕທະເລໝູ່ເກາະເຈື່ອງຊາ ເປີດສະຫຼອງຮູບຈໍາລອງ ອະທິປະໄຕທະເລໝູ່ເກາະເຈື່ອງຊາ
ພໍ່ແມ່ຊາວຄຼິດຫວຽດນາມ ຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມສະຫງົບສຸກໃນໂລກລະລາດໂຄວິດ-19

ວັນບຸນຄຼິດສະມາດໄດ້ຈັດຂຶ້ນຢູ່ໂບດແຫ່ງຕ່າງໆໃນທົ່ວປະເທດ (ພາບ: TTXVN)

ໃນສະພາບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ຫວຽດນາມ ຍັງເພີ່ມຂຶ້ນ, ເລື່ອງຈັດວັນບຸນຄຼິດສະມາດຢູ່ໂບດແຫ່ງຕ່າງໆທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຈຳກັດຈຳນວນຜູ້ເຂົ້າຮ່ວມ ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດ. ມີບາງຮາກຖານສາສະໜາຄືໂບດ ຮ່າມລອງ ຈັດວັນບຸນຄຼິດສະມາດທາງໄກ, ແຕ່ບັນຍາກາດຕ້ອນຮັບ ວັນບຸນຄຼິດສະມາດຍັງອົບອຸ່ນ ແລະ ສັກສິດ.

ຈຳນວນຜູ້ຄົນໄປມາຢູ່ຖະໜົນສາຍຕ່າງໆໃນເຂດໃຈກາງ ຮ່າໂນ້ຍ ໃນຕອນຄ່ຳວັນທີ 24 ທັນວາ ແມ່ນຫຼາຍກວ່າມື້ທຳມະດາ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ເວລາ 17 ໂມງ 30 ນາທີ, ວັນທີ 24 ທັນວາເມືອງ ຮ່ວານກຽມ ໄດ້ບໍ່ໃຫ້ການໄປມາຢູ່ຖະໜົນບາງສາຍຢູ່ອ້ອມແອ້ມໂບດໃຫຍ່ ຮ່າໂນ້ຍ. ທ່ານພັນໂທ ຫວູເທເກື່ອງ, ຫົວໜ້າຕຳຫຼວດຕາແສງ ຮ່າງຈົງ, ໃຫ້ຮູ້ວ່າ, ພິທີສະຫຼອງທາງສາສະໜາມີແຕ່ໄດ້ຈັດຢູ່ໃນໂບດໃຫຍ່.

“ປີນີ້, ຍ້ອນໂລກລະບາດໂຄວິດ-19 ພວມແຜ່ລະບາດໃນວົງກວ້າງ, ສະນັ້ນທາງເມືອງໄດ້ຊີ້ນຳໃຫ້ພວກຂ້າພະເຈົ້າຜັນຂະຫຍາຍບັນດາທິດທາງວິທີການ. ປີນີ້ບໍ່ອະນຸຍາດໃຫ້ຫຼາຍຄົນເຂົ້າໄປເຂດຈັດວັນບຸນຄຼິດສະມາດ, ມີແຕ່ແຂກຖືກເຊີນເທົ່ານັ້ນຈຶ່ງສາມາດເຂົ້າໄປໃນໂບດໄດ້”.

ສ່ວນຢູ່ນະຄອນ ໂຮ່ຈີມິນ, ຕອນຄ່ຳວັນທີ 24 ທັນວາ, ວັນບຸນຄຼິດສະມາດປີນີ້ແມ່ນງານບຸນທຳອິດທີ່ໄດ້ຈັດຂຶ້ນໃນເງື່ອນໄຂສະພາບການໃໝ່ຂອງນະຄອນ ສະນັ້ນມີປະຊາຊົນຫຼາຍຄົນ, ໂດຍສະເພາະແມ່ນພວກເພື່ອນໜຸ່ມ ຢາກໄປໂບດແຫ່ງຕ່າງໆເພື່ອພາວະນາຂໍໃຫ້ບຸນຄຼິດສະມາດນຳເອົາຄວາມສະຫງົບສຸກມາໃຫ້ທຸກຄົນ, ທຸກຄອບຄົວ.

vovworld.vn

ເຫດການ
302 Found

Found

The document has moved here.